ຂ່າວຕ່າງແຂວງ

ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ຕາມແນວເສດຖະກິດພາກເໜືອ-ໃຕ້ (ຫ້ວຍຊາຍ-ຊຽງຂອງ)

2012-10-25 - Administrator



ເພື່ອເຮັດໃຫ້ເຊື່ອມໂຍງຢູ່ໃນພາກພື້ນດີຂື້ນ ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ແຫ່ງທີ IV ຫ້ວຍຊາຍ-ຊຽງຂອງ ຊຶ່ງເຊື່ອມຕໍ່ຊຽງລາຍ-ຄຸນໝິງ ຜ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  (ໂດຍຜ່ານທາງ R3) ເປັນ ໂຄງການໜຶ່ງທີ່ຕັ້ງຢູ່ ບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ຢູ່ສປປ ລາວ). ສ່ວນຝັ່ງໄທ ແມ່ນຕັ້ງຢູ່ບ້ານ ທຸ່ງງິ້ວ ເມືອງຊຽງຂອງ ແຂວງຊຽງລາຍ. ໂຄງການກໍ່ສ້າງຂົວດັ່ງກ່າວນີ້ ໄດ້ເຮັດໃຫ້ດ້ານຄົມມະນາຄົມ-ຂົນສົ່ງ ລະຫວ່າງ ສາທາລະນະລັດ ປະຊາຊົນຈີນ, ສປປ ລາວ ແລະຣາສະອານາຈັກໄທ ສະດວກ ແລະ ຍັງຈະຊ່ວຍ ສົ່ງເສີມການຄ້າຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ພາຍໃນປະເທດທາງພາກເໜືອຂອງ ສປປ ລາວ ທີ່ບໍ່ມີ ຊາຍແດນຕິດຈອດກັບທະເລ ຊຶ່ງຈະໃຊ້ເປັນເສັ້ນທາງໃນການຂົນສົ່ງສິນຄ້າ ທັງໃນສ່ວນທີ່ຈະນໍາເຂົ້າຕະຫຼາດພາຍໃນ ປະເທດ ແລະສົ່ງອອກສູ່ຕະຫຼາດຕ່າງປະເທດ.


      ໂຄງການກໍ່ສ້າງຂອງຂົວຂ້າມນໍ້າຂອງແຫ່ງທີ IV ນີ້ ມີຄວາມກວ້າງ 14,70 ແມັດ. ເປັນຂົວຂະໜາດ 2 ຊ່ອງຈະລະຈອນ (ໄປກັບ) ຂະໜາດກ້ວາງຊ່ອງຈະລາຈອນຊ່ອງລະ 3.50 ແມັດ, ບ່າທາງຂ້າງລະ 2.00 ແມັດ ແລະທາງຍ່າງຂ້າງລະ 1.25 ແມັດ. ເປັນຂົວຄອນກຣີດຮູບກ່ອງ (Segmental Concrete Box Girder) ຍາວ 75+3 @ 110+75 ລວມ 480 ແມັດ. ໂຄງການດັ່ງກ່າວໄດ້ເລີ່ມລົງມືການກໍ່ສ້າງໃນເດືອນ ມິຖຸນາ 2010 ເປັນຕົ້ນມາ ໄລຍະໃນການກໍ່ສ້າງທັງໜົດ 30 ເດືອນ ແລະ ມີມູນຄ່າລົງທືນຂອງໂຄງການກໍ່ສ້າງມີ 49.58 ລ້ານ ໂດລາສະຫະລັດ. ປັດຈຸບັນໂຄງການນີ້ມີການຂຸ້ນຂ້ຽວ ເພື່ອເຮັດໃຫ້ການກໍ່ສ້າງສໍາເລັດທັນຕາມຄາດໝາຍທີ່ວາງໄວ້.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250