ຂ່າວຕ່າງແຂວງ

ພິທີເຊັນບົດບັນທຶກຂອງຄະນະຮັບຜິດຊອບການເຮັດທົດລອງສາມສ້າງ

2012-11-23 - Administrator


 


 ອີງ​ຕາມ​ກອງ​ປະຊຸມ​ຂອງ​ຄະນະ​ຮັບຜິດຊອບ ການ​ເຮັດທົດ​ລອງ​ວຽກ​ງານ​ສາມ​ສ້າງ ຢູ່​ພະ​ແນ​ກ ຍທຂ ​ແລະ​ຫ້ອງການ ຍທຂ 3 ຕົວ​ເມືອງ​ຄື: ວັນ​ທີ 16 ຕຸລາ 2012 ຢູ່​ເມືອງ​ສີ​ສັດຕະ​ນາກ, ວັນ​ທີ 26 ຕຸລາ 2012 ຢູ້​ເມືອງ​ຈັນທະ​ບູລີ, ວັນ​ທີ 01 ພະຈິກ ຢູ່​ເມືອງ​ສັງ​ທອງ ​ແລະ​ພະ​ແນ​ກ ຍທຂ ນະຄອນຫຼວງ. ​ໃນ​ວັນ​ທີ 19 ພະຈິກ 2012 ຢູ່​ທີ່​ຫ້ອງ​ວ່າ​ການນະຄອນຫຼວງ​ວຽງ​ຈັນ ​ໄດ້ຈັດ​ພິທີ​ເຊັນ​ບົດ​ບັນທຶກ​ການ​​ແບ່ງຄວາມ​ຮັບຜິດຊອບ​ວຽກ​ງານ​ສາມ​ສ້າງ ລະຫວ່າງ​ບັນດາ​ກົມ​ຂອງ​ກະຊວງ ຍທຂ ​ໃຫ້​ພະ​ແນ​ກ ຍທຂ ນະຄອນຫຼວງ ​ແລະ​ຫ້ອງການ​ ຍທຂ ເມືອງຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ຍທຂ ​ແລະ ​ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະນະ​ຮັບຜິດຊອບ ການ​ເຮັດ​ທົດ​ລອງ​ວຽກ​ງານ​ສາມ​ສ້າງ​ຂອງ​ກະຊວງ ຍທຂ, ​ມີ​ບັນດາ​ເຈົ້າ​ເມືອງ,​ຫົວໜ້າຫ້ອງການ ຍທຂ ​ເມືອງ ​ແລະ​ພະນັກງານ​ວິ​ຊາ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ 40 ກວ່າທ່ານ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250