ຂ່າວຕ່າງແຂວງ

ພະແນກ ຍທຂ ແຂວງອັດຕະປື ສຳເລັດການຝຶກອົບຮົມວຽກງານອອກອະນຸຍາດການປຸກສ້າງໃຫ້ພະນັກງານ ຍທຂ ໃນ 5 ຕົວເມືອງ

2012-12-20 - Administrator

ໃນການ​ພັດທະນາ​ຢູ່​ພື້ນຖານ ໂຄງລ່າງຢູ່ແຂວງ​ອັດຕະປື, ພະແນກໂຍທາທິການ ແລະຂົນສົ່ງ ກໍມີສ່ວນຮ່ວມທີ່ສໍາຄັນ ຫຼາຍຢ່າງ ໂດຍສະເພາະແມ່ນການຄຸ້ມຄອງເຄຫາ-ຜັງເມືອງ ແລະ ສິ່ງແວດລ້ອມ ຂອງແຂວງໂດຍອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະຂົນສົ່ງ ເລກທີ 9555/ຍທຂ ລົງວັນທີ 16 ກໍລະກົດ 2009 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງພະແນກ ຍທຂ ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ແລະ ພະແນກ ຍທຂ ແຂວງອັດຕະປື ເຫັນໄດ້ເຖິງຄວາມ  ໝາຍຄວາມສຳຄັນໃນການອອກອະນຸຍາດໃນການປຸກສ້າງ ແລະ ເພື່ອເຮັດໃຫ້ພະນັກງານ ຍທຂ ໃນ 5 ເມືອງອ້ອມຂ້າງໄດ້ມີຄວາມເຂົ້າໃຈໃນວຽກງານດັ່ງກ່າວ.


 ໃນຕອນເຊົ້າຂອງວັນທີ 13 ທັນວາ 2012 ຢູ່ທີ່ຫ້ອງປະຊຸມຂອງພະແນກ ຍທຂ ແຂວງອັດຕະປື ໄດ້ເປີດການຝຶກ ອົບຮົມວຽກງານອອກອະນຸຍາດໃນການປຸກສ້າງໃຫ້ແກ່ພະນັກງານ ຍທຂ ໃນ 5 ຕົວເມືອງ ໂດຍການເປັນປະທານ ຂອງ ທ່ານ ສູນນະຄອນ ແກ້ວວຽງຄຳ ຮອງ​ຫົວໜ້າພະແນກ ຍທຂ ແຂວງອັດຕະປື ຜູ້ຊີ້ນຳວຽກງານເຄຫາສະຖານ, ນອກນັ້ນຍັງມີບັນດາຫົວໜ້າຂະ​ແໜງ, ຮອງ​ຂະ​ແໜງ ພ້ອມ​ດວ້ຍພະນັກງານ ຈາກຂະແໜງຄຸ້ມຄອງເຄຫາ-ຜັງເມືອງ ແລະ ສິ່ງແວັດລ້ອມ ແລະ ຫົວໜ້າຫ້ອງການ ຍທຂ 5 ​ຕົວເມືອງ ພ້ອມວິຊາການຈາກຫ້ອງການ ຍທຂ ໃນ 5 ຕົວ ເມືອງ ໄດ້ເຂົ້າຮ່ວມທັງໝົດ 27 ທ່ານ.


 ໃນການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ເນັ້ນໃຫ້ທຸກຄົນໄດ້ມີຄວາມເຂົ້າໃຈລະອຽດກ່ຽວກັບຂັ້ນຕອນ ໃນການປະກອບ ເອກະສານ ແລະຂັ້ນຕອນການອອກອະນຸຍາດທີ່ເປັນມິດກັບສິ່ງແວັດລ້ອມ, ສ້າງເງື່ອນໄຂ ທີ່ອຳນວຍຄວາມສະດວກ ໃຫ້ປະຊາຊົນໃນການປຸກສ້າງ ໂດຍການໃຊ້ແບບຕົວຢ່າງທີ່ແຂວງເຄີຍປະຕິບັດໃນທີ່ຜ່ານມາກ່ອນໜ້ານີ້ ເພື່ອນຳມາ ໝູນໃຊ້ໃຫ້ເປັນບົດຮຽນໃນການຝຶກອົບຮົມ ແລະ ອະທິບາຍໃຫ້ທຸກທ່ານໄດ້ມີຄວາມກະຈ່າງແຈ້ງໃນດ້ານເຄຫາ- ຜັງເມືອງ ແລະ ສິ່ງແວັດລ້ອມ ຂອງແຂວງອັດຕະປື ແນ່ໃສ່ເພື່ອເຮັດໃຫ້ຕົວເມືອງ ຂອງແຂວງອັດຕະປື ເປັນເມືອງ ໜ້າຢູ່. ການຝຶກອົບຮົມໄດ້ຮັບຜົນສຳເລັດຢ່າງຈົບງາມ ເນື່ອງຈາກພະນັກງານວິຊາການ ຍທຂ ທັງ 5 ຕົວເມືອງ ໄດ້ມີຄວາມເຂົ້າໃຈລະອຽດກ່ຽວກັບຂັ້ນຕອນຕ່າງໆ ໃນດ້ານເຄຫາ-ຜັງເມືອງ ແລະ ສິ່ງແວັດລ້ອມ ເພື່ອຈະນຳໄປຜັນ ຂະຫຍາຍສູ່ທ້ອງຖິ່ນ ໃຫ້ໄດ້ຮັບຜົນດີ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250