ຂ່າວຕ່າງແຂວງ

ໂຄງການກໍ່ສ້າງຂົວເຊກະໝານ 2 ຢູ່ແຂວງ ອັດຕະປື

2012-12-24 - Administrator



  ໃນການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແມ່ນໜ້າທີ່​ຂອງ​ລັດ ​ແລະ​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດຕ້ອງ​ໄດ້​ຮ່ວມ​ແຮງ​ຮ່ວມ​ຈິດ​ຮ່ວມ​ໃຈສາມັກຄີ​ປອງ​ດອງ ​ເພື່ອ​ສ້າງສາ​ພັດທະນາ ​ເຮັດ​ໃຫ້​ເສດຖະກິດ-ສັງຄົມ​ແຫ່ງ​ຊາດບັນລຸ​ຜົນ​ສໍາ​ເລັດ​ຕາມ​ຄາດໝາຍ. ນໍາພາ​ປະ​ເທດ​ຊາດ​ລຸດພົ້ນອອກ​ຈາຄວາມ ທຸກ​ຍາກ​ໃນ​ປີ 2015 ​ແລະ​ນຳພາ​ປະ​ເທດ​ຊາດຫຼຸດພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ​ໃນ​ປີ 2020 ຕາມ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກວາງ​ອອກ​ໃຫ້​ປາກົດ​ຜົນ​ເປັນ​ຈິງ. ໃນພະແນກໂຍທາທິການແລະຂົນສົ່ງປະຈຳ ແຂວງອັດຕະປື ກໍມີສ່ວນຮ່ວມທີ່ສໍາຄັນຫຼາຍຢ່າງ ໂດຍສະເພາະແມ່ນການສ້າງເທດສະບານຂອງແຂວງໃຫ້ກາຍເປັນສູນລວມທາງດ້ານ ເສດຖະກິດ, ສັງຄົມ, ວັດທະນະ ທໍາ ແລະເປັນຈຸດສຸມທີ່ຕັ້ງຂອງສໍານັກງານ, ເຂດປົກຄອງຂອງແຂວງ, ເປັນຈຸດໃຈກາງໃນເຂດອຸດສາຫະກໍາຂອງ ແຂວງ ທີ່ຈະນໍາລາຍໄດ້ເຂົ້າສູ່ແຂວງ. ໂດຍອີງຕາມແຜນແມ່ບົດໃນການເຊື່ມຕໍ່ກັບສາກົນໃຫ້ມີຄວາມສະດວກຍິ່ງຂື້ນ ແລະ ເພື່ອແນ່ໃສ່ການພັດທະນາຈຸດສາມລ່ຽມເສດຖະກິດລະຫວ່າງ ກຳປູເຈ້ຍ-ລາວ-ຫວຽດນາມ (CLV). ໃນນັ້ນ ໂຄງການກໍ່ສ້າງຂົວເຊກະໝານ 2 ຖືເປັນບູລິມະສິດໜຶ່ງຂອງແຂວງ ໃນການກໍ່ສ້າງໂຄງການດັ່ງກ່າວ ແມ່ນຖືເປັນວຽກ ງານທີ່ເລັ່ງດ່ວນ ເພື່ອໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້. ສໍາລັບການກໍ່ສ້າງຂົວດັ່ງກ່າວ ແມ່ນໄດ້ຮັບ ການຊີ້ນຳໂດຍກົງຈາກ ກະຊວງໂຍທາທິການ ແລະຂົນສົ່ງ. ທີ່ໄດ້ມອບຄວາມຮັບຜິດຊອບໂດຍກົງໃຫ້ພະແນກ ຍທຂ ແຂວງອັດຕະປືເປັນຜູ້ໃກຊິດຕິດແທດຢ່າງເປັນປະຈໍາ ແລະ ໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ຕະຫຼອດຮອດ ອໍານາດການປົກຄອງທ້ອງຖິ່ນ ລວມເຖິງພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ.


ໂຄງການກໍ່ສ້າງຂົວດັ່ງກ່າວ ແມ່ນຕັ້ງຢູ່ລະຫວ່າງບ້ານສາມັກຄິໄຊ ແລະ ບ້ານເຊກະໝານ ເມືອງສາມັກ ຄີໄຊແຂວງ ອັດຕະປື, ມີຈຸດເລີ່ມຕົ້ນທີ່ບ້ານສາມັກຄີຢູ່ກິໂລແມັດທີ 1+200 ຂອງເສັ້ນທາງເລກທີ 18B ຕັດຜ່ານແມ່ນ້ຳ ເຊກະໝານຫາເສັ້ນທາງ 1J ທີ່ຫ່າງຈາກບ້ານເຊກະໝານມາທາງ ເມືອງພູວົງປະມານ 1 ກມ. ຂົວດັ່ງກ່າວ ຈະເປັນ ເສັ້ນທາງເຊື່ອມຕໍ່ລະຫວ່າງເສັ້ນທາງເລກທີ 18B ກັບເສັ້ໜທາງ 1J ໄປຫາເມືອງພູວົງ ຫຼືໄປຫາຊາຍແດນ ກຳປູເຈ້ຍ ພາຍຫຼັງການກໍ່ສ້າງສຳເລັດແລ້ວ, ຂອບເຂດພຶ້ນທີ່ຂອງໂຄງການບ່ອນເຂົ້າຫາຂົວທາງ ບ້ານສາມັກຄີໄຊ ດິນໃນເຂດ ດັ່ງກ່າວເໜາະສົມໃນການປູກຕົ້ນໄມ້, ພືດກະສິກຳຂະໜາດນ້ອຍ ເພື່ອຊ່ວຍໃນການສ້າງລາຍໄດ້ໃຫ້ກັບປະຊາຊົນ ໃນເຂດດັ່ງກ່າວ. ສ່ວນທາງເຂົ້າບ້ານເຊກະໝານ ດິນໃນເຂດດັ່ງກ່າວກໍ່ແທດເໝາະກັບການເຮັດກະສິກຳ ໃນການປູກ ເຂົ້າຂອງປະຊາຊົນ.


ໃນໂຄງການກໍ່ສ້າງຂົວດັ່ງກ່າວ ແມ່ນໄດ້ຮັບທຶນການຊ່ວຍເຫຼືອລ້າຈາກ ລັດຖະບານຍີ່ປຸ່ນ ຈຳນວນ 2.6 ລ້ານໂດລາ ສະຫະລັດ ແລະ ທຶນສົມທົບພາຍໃນສປປລາວ 3.27 ລ້ານໂດລາສາຫະລັດ ລວມທັງໜົດ 5.87 ລ້ານໂດລາ ສະຫະລັດ ແລະ ໄດ້ມອບໃຫ້ລັດວິສາຫະກິດວິສະວະກຳຄົມມະນາຄົມ (LTEC) ເປັນຜູ້ລົງມືສຳຫຼວດ-ອອກແບບ ແລະ ໄດ້ມອບໃຫ້ບໍລິສັດລັດວິສາຫະກິດກໍ່ສ້າງຂົວທາງເລກ 8 (R8CE) ເປັນຜູ້ຮັບເໝົາການກໍ່ສ້າງ ແລະ ຮ່ວມ ກັບບໍລິສັດສົມໄຊຈະເລີນກໍ່ສ້າງ (SXCC). ໃນສັນຍາເບື້ອງຕົ້ນໄລຍະຂອງການກໍ່ສ້າງ 24 ເດືອນ ແລະ ເລີມລົງ ມືປະຕິບັດໃນວັນທີ 5 ສິງຫາ 2010 ເປັນ ຕົ້ນມາ ແຕ່ເນື່ອງຈາກວ່າມີໜ້າວຽກເພີ່ມ 15% ຂອງມູນຄ່າສັນຍາ ເບື້ອງຕັ້ນ ໂດຍອີງຕາມບົດບັນທຶກກອງປະຊຸມໃນວັນທີ 31 ກໍລະກົດ 2012 ທີ່ພະແນກ ຍທຂ ແຂວງອັດຕະປື ແລະ ຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 1099/ຈຂ.ອປ ວັນທີ 9 ສິງຫາ 2012. ມາໃນວັນທີ 5 ສິງຫາ 2012  ຈຶ່ງໄດ້ມີການຕໍ່ສັນຍາການກໍ່ສ້າງຕື່ມອີກ 09 ເດືອນ. ເລີ່ມການກໍ່ສ້າງແຕ່ວັນທີ 6 ສິງຫາ 2012 ຫາວັນທີ 5 ພຶດສະພາ 2013, ໄລຍະການກໍ່ສ້າງລວມທັງໜົດ 33 ເດືອນ ແລະ ໄລຍະການຄ່ຳປະກັນ 12 ເດືອນ. ຂົວດັ່ງກ່າວ ແມ່ນໄດ້ຮັບການອອກແບບຕາມມາດຕະຖານສາກົນ ທີ່ມີຄວາມຍາວທັງໜົດ 208 ແມັດ, ກ້ວາງທັງໜົດ 11.5 ແມັດ, ໜ້າທາງລົດແລ່ນມີ 2 ເລ່ນກວ້າງເລ່ນລະ 3.75 ແມັດທັງໜົດ 7.5 ແມັດ, ມີທາງຍ່າງສອງເບື້ອງກວ້າງເບື້ອງ ລະ 1.5 ແມັດ ເປັນຂົວປະເພດຂາງເບຕົງທີ່ອັດແຮງຮູບຕົວໄອ (I) ຊ່ວງຍາວ 33 ແມັດມີຈຳນວນທັງໜົດ 6 ຊ່ວງ ແລະ ມີທາງເຂົ້າຂົວຍາວທັງໜົດ 3.7 ກມ, ທາງກວ້າງທັງໜົດ 9 ແມັດລວມມີບ່າທາງເບື້ອງລະ 1 ແມັດ.


ເພື່ອ​ເຮັດໃຫ້ໂຄງການການກໍ່ສ້າງຂົວເຊກະໝານ 2 ແຫ່ງນີ້ ​​ໃຫ້​ສໍາ​ເລັດ ​ແລະ​ ທ່ວງທັນ​ກັບ​ເວລາ​ນັ້ນ ​ຜູ້​ຮັບຜິດຊອບ ກໍ​ຄື ພະ​ແນ​ກ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ປະ​ຈໍາ​ແຂວງອັດຕະປື ກໍ່ໄດ້ມີ​ຄວາມ​ພະຍາ ຍາມຈັດ​ຕັ້ງ​ປະຕິບັດ​ໃຫ້​ທິດ​ຊີ້​ນໍາ​, ໃກ້​ສິດ​ຕິດ​ແທດ, ກວດກາ​ບັນດາໜ້າວຽກຂອງ​ການ​ດໍາ​ເນີນ​ງານ ຢ່າງເປັນປະຈໍາ ແລະ ໄດ້ອໍານວຍຄວາມສະດວກທຸກ ປະການໃນການກໍ່ສ້າງ ພ້ອມດຽວກັນນັ້ນທາງບໍລິສັດທີ່ຮັບເໜົາການກໍ່ສ້າງ ໄດ້ຮັບປະກັນວ່າ ຈະໃຫ້ສໍາເລັດຕາມທີ່ ຄາດໝາຍໄວ້, ຮັບປະກັນໄດ້ເຖິງຄຸນະພາບຂອງຂົວໃນການຮ້ອງຮັບການຂົນສົ່ງຜ່ານຂົວແຫ່ງນີ້, ເພື່ອເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ມີການປ່ຽນແປງ ແລະແນ່ໃສ່ລຶບລ້າງຄວາມທຸກຍາກຂອງປວງຊົນ ຕາມທິດຊີ້ນໍາຂອງ ພັກ-ລັດຖະບານທີ່ວາງໄວໃຫ້ບັນລຸຜົນເປັນຈິງ.


 

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250