ຂ່າວຕ່າງແຂວງ

ວຽກງານການພັດທະນາຕາໜ່າງຄົມມະນາຄົມ ຢູ່ແຂວງບໍລິຄຳໄຊ

2013-03-27 - Administrator



 

    ແຂວງ​ບໍລິຄຳໄຊ ກໍຄື​ກັບ​ແຂວງ​ອື່ນ​ໆ​​ໃນ​ທົ່ວ​ປະ​ເທດ ​​ທີ່ໄດ້​ມີ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ບໍ່​ຢຸດ​ຢັ້ງ​ເປັນຕົ້ນແມ່ນ​ການ​ກໍ່ສ້າງ​ເສັ້ນທາງ ບໍ່​ວ່າ​ຈະ​ຢູ່​ໃນ​​ເທດສະບາ​ນ​​​ແຂວງ, ເມືອງ​ ​ແລະ ການ​ເຊື່ອມ​ຕໍ່​ກັບປະ​ເທດໄກ້ຄຽງ. ໃນນັ້ນ, ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ ປະຈໍາແຂວງ​ບໍລິຄຳໄຊ ​ໃນ​ນາມສາຍຕັ້ງຢູ່ທ້ອງຖິ່ນ ກໍ່ໄດ້ເປັນ​ເຈົ້າ ການໃນທຸກໆໂຄງການທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ, ນອກນັ້ນຍັງໄດ້ມີການປະສານສົມທົບກັບຂະແໜງອື່ນ ເພື່ອແນ່ໃສ່ພັດທະນາເສັ້ນທາງຄົມມະນາຄົມ, ພັດທະນາຕົວເມືອງພາຍໃນແຂວງ ໃຫ້ນັບມື້ນັບມີໃບໜ້າໃໝ່. ເມື່ອ​ເວົ້າ​ເຖິງ​ການ​ພັດທະນາ​ຢູ່​ ແຂວງ​​ບໍລິຄຳໄຊ ແລ້ວຂະແໜງ ໂຍທາທິການ ແລະ ຂົນສົ່ງ ແມ່ນມີຄວາມສໍາຄັນຫລາຍ ໃນການພັດທະນາພື້ນຖານໂຄ່ງລ່າງເສດຖະກິດ-ສັງຄົມ ພາຍໃນແຂວງ, ເຮັດໃຫ້ຂະແໜງການອື່ນໄດ້ເຂົ້າໄປພັດທະນາ ນັບມື້ນັບຫຼາຍຂື້ນ ອັນສຳຄັນແມ່ນການຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງບໍລິຄຳໄຊ ໃຫ້ສູງຂື້ນເລື້ອຍໆ.


      ໃນຊຸມປີທີ່ຜ່ານມາ ພັກກໍຄືລັດຖະບານໄດ້ສຸມທຶນຮອນຈຳນວນ ມະຫາສານເຂົ້າໃນການບຳລຸງຮັກສາ, ຍົກລະດັບ ແລະກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມ-ຂົນສົ່ງ ສະເລ່ຍແລ້ວແມ່ນກວມເອົາປະມານ 35-50% ຂອງມູນຄ່າ ການລົງທຶນລັດ ໃນແຕ່ລະປີ. ບັນດາເສັ້ນທາງໃນເທດສະບານເມືອງເປັນຕົ້ນແມ່ນເທດສະບານ ເມືອງປາກຊັນ, ເທດສະ ບານ ເມືອງຄຳເກີດ, ເທດສະບານ ເມືອງວຽງທອງ, ເທດສະບານ ເມືອງບໍລິຄັນ ກໍໄດ້ຮັບການຟື້ນຟູ ແລະກໍ່ສ້າງໃໝ່ ທັງປະດັບດ້ວຍໄຟເຍືອງທາງ ໂດຍສະເພາະແມ່ນການປັບປຸງກໍ່ສ້າງເສັ້ນທາງໃນເທດສະບານແຂວງ. ນອກຈາກນັ້ນ ຍັງໄດ້ສຸມໃສ່ ການຍົກລະດັບ ແລະກໍ່ສ້າງໃໝ່ ບັນດາເສັ້ນທາງໄປຍັງເຂດຊາຍແດນ, ເຂດຈຸດສຸມ, ເສັ້ນທາງຫລວງຂອງ ແຂວງ, ເສັ້ນທາງຫລວງຂອງເມືອງ, ເສັ້ນທາງໄປຫາບ້ານ ແລະ ກຸ້ມບ້ານພັດທະນາ, ແນ່ໃສສ້າງບ້ານ, ກຸ້ມບ້ານ ໃຫ້ກາຍເປັນຕົວເມືອງນ້ອຍ ແລະມີທ່າແຮງ ໃນການພັດທະນາຊົນນະບົດ ເພື່ອຫລຸດຜ່ອນຄວາມທຸກຍາກ. ໃນການ ກໍ່ສ້າງ ແລະ ສ້ອມແປງເສັ້ນທາງແຕ່ລະປີ ນັບແຕ່ປີ 2010 ເຖິງປັດຈຸບັນ ສາມາດປະຕິບັດຕົວຈິງໄດ້ດັ່ງນີ້:


ປີ 2010-2011 ວຽກກໍ່ສ້າງ: ປູຢາງ 2 ຊັ້ນໄດ້ 424.12 ກມ, ປູດິນແຮ່ໄດ້ 122 ກມ, ທາງທະລຸໃໝ່ໄດ້ 107 ກມ, ສ້ອມແປງຂົວທາງປູດິນແຮ່ໄດ້ 24 ກມ, ສ້ອມແປງປົກກະຕິໄດ້ 315 ກມ.


ປີ 2011-2012 ວຽກກໍ່ສ້າງ: ປູຢາງ 2 ຊັ້ນໄດ້ 424.12 ກມ, ປູດິນແຮ່ໄດ້ 786 ກມ, ທາງທະລຸໃໝ່ໄດ້ 823.8 ກມ, ສ້ອມແປງສຸກເສີນ 1.13 ກມ.


ສຳລັບເສັ້ນທາງເຂົ້າເຖິງບ້ານໃນປີ 2012 ທົ່ວແຂວງມີບ້ານທັງໜົດ 317 ບ້ານ ເສັ້ນທາງເຂົ້າໄປເຖິງ 315 ບ້ານ ກວມເອົາຈຳນວນບ້ານ 99.36% ໃນທົ່ວແຂວງ, ກວມເອົາກຸ່ມບ້ານໄດ້ເຖິງ 37 ກຸ່ມບ້ານ ໃນນັ້ນມີທາງ ປູຢາງເຖິງບ້ານມີ 127 ບ້ານ, ທາງດິນແດງເຂົ້າເຖິງບ້ານມີ 136 ບ້ານ, ທາງທະລຸເຂົ້າເຖິງບ້ານໄດ້ 52 ບ້ານ, ທາງນ້ຳ ທີ່ເດີນທາງດ້ວຍເຮືອມີ 2 ບ້ານ ແລະທາງທີ່ສາມາດທ່ຽວໄດ້ເຖິງ 2 ລະດູມີ 267 ບ້ານ. ລະບົບຕາໜ່າງເສັ້ນ ທາງໃນທົ່ວແຂວງ ປີ 2012 ມີເສັ້ນທາງທັງໝົດ 166 ເສັ້ນ, ມີລວງຍາວ 2.057.45 ກມ, ມີຂົວທັງໝົດ 121 ແຫ່ງ, ມີລວງຍາວ 5.630.09 ແມັດ, ມີຂົວເບຕົງ 79 ແຫ່ງ, ຂົວ ປະສົມ 6 ແຫ່ງ, ຂົວເບເລມີ 28 ແຫ່ງ, ຂົວປີໂຊມີ 3 ແຫ່ງ, ຂົວໄມ້ມີ 3 ແຫ່ງ ແລະຂົວຈົມມີ 2 ແຫ່ງ.


 ຈາກຄວາມທຸ້ມເທ ແລະ ຄວາມເອົາໃຈໃສ່ຮັບຜິດຊອບອັນສູງສົ່ງຂອງພະແນກ ຍທຂ ປະຈໍາແຂວງບໍລິຄຳໄຊ, ບວກ ກັບຄວາມພະຍາຍາມໃນຂະຫຍາຍຕົວຂອງວຽກງານ ກ່ຽວກັບການຄົມມະນາຄົມ-ຂົນສົ່ງ ທາງບົກ, ທາງນ້ຳ, ເຄຫະ ສະຖານ ແລະ ນ້ຳປະປາ ໃນຂອບເຂດທົ່ວແຂວງບໍລິຄຳໄຊ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ບັນລຸຕາມຈຸດ ປະສົງ ທີ່ພັກ-ລັດຖະບານເຮົາໄດ້ວາງອອກ ແນໃສ່ໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂື້ນເທື່ອລະກ້າວ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250