ຂ່າວຕ່າງແຂວງ

ຄວາມຄືບໜ້າຂອງໂຄງການປູຢາງ ທາງແຕ່ ປາກລາຍ-ພູດູ່

2013-06-04 - Administrator

ໃນ​ການ​ພັດທະນາ​​ເສດຖະກິດ-ສັງຄົມ ​ເສັ້ນທາງ​ກໍແມ່ນປັດໄ​ຈທີ່ສຳຄັນ, ສໍາລັບ​​ແຂວງ​ໄຊຍະບູລີ ແລ້ວກໍ່​ຄື​ກັບ​ແຂວງ​ອື່ນ​ໆ​​ໃນ​ທົ່ວ​ປະ​ເທດ ​​ທີ່ໄດ້​ມີ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ ຢ່າງ​ບໍ່​ຢຸດ​ຢັ້ງ​ເປັນຕົ້ນແມ່ນ​ການ​ກໍ່ສ້າງ​ເສັ້ນທາງ, ການສ້າງຍົກລະດັບທາງ ແລະການສ້ອມແປງທາງສາຍຕ່າງໆໃນຂອບເຂດທົ່ວແຂວງໄຊຍະບູ ລີ. ໃນນັ້ນໂຄງການປູຢາງທາງ ປາກລາຍ-ພູດູ່ ກໍ່ເປັນອີກໂຄງການໜຶ່ງທີ່ນອນໃນບູລິມະສິດ ຂອງແຂວງ. ທີ່ໄດ້ທຶນສະໜັບສະໜູນຈາກ ສໍານັກງານຄວາມຮ່ວມມື ພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ ຫຼື ເອີ້ນວ່າ “ອົງການນີດາ” ແຫ່ງຣາຊະອານາຈັກໄທ. ໃນການປັບປຸງເສັ້ນທາງດັ່ງກ່າວແມ່ນປູດ້ວຍອັດສະ ຟານທີ່ໄດ້ມາດຕະຖານ ທີ່ມີມູນຄ່າທັງໝົດ 718 ລ້ານບາດ. ໃນນັ້ນແບ່ງທຶນຊ່ວຍ ເຫຼືອລ້າ 20% ເທົ່າກັບ 143.6 ລ້ານບາດ ແລະເປັນທຶນກູ້ຢືມດອກເບ້ຍຕໍ່າ 80% ເທົ່າກັບ 574.4 ບາດ. ພິເສດຈໍານວນທຶນທັງໝົດນອກຈາກ ການກໍ່ສ້າງເສັ້ນທາງແລ້ວ ຍັງມີການກໍ່ສ້າງດ່ານສາກົນຢູ່ໃກ້ກັບຊາຍແດນ ລາວ-ໄທ.


      ໂຄງການປູຢາງທາງປາກລາຍ-ພູດູ່ ແມ່ນເລີ່ມເຊັນສັນຍາ ໃນຄັ້ງວັນທີ 30 ພະຈິກ 2012 ລະຫວ່າງ ກົມຂົວທາງ ກະຊວງ ຍທຂ ກັບບໍລິສັດ ຊໍ ການຊ່າງ ຈໍາກັດມະຫາຊົນ ແລະໄດ້ເລີ່ມລົງມືໃນ ການກໍ່ສ້າງຕົວຈິງໃນວັນທີ 10 ທັນວາ 2012. ເສັ້ນທາງດັ່ງກ່າວມີຄວາມຍາວທັງໜົດ 32.20 ກມ. ໃນນັ້ນ ເປັນສາຍຫຼັກ 27.99 ກມ ແລະທາງຊອຍເຂົ້າບ້ານປະຊາຊົນ 4.21 ກມ. ໃນນີ້ມີການກໍ່ສ້າງຂົວ 5 ແຫ່ງ ມີຄວາມຍາວ 174 ແມດ. ໂຄງການດັ່ງກ່າວແມ່ນຖືວ່າເປັນໂຄງການທີ່ມີໄລຍະເວລາສັ້ນທີ່ສຸດຄື 18 ເດືອນ ເລີ່ມແຕ່ວັນທີ 10 ທັນວາ 2012 ຫາ ວັນທີ 3 ມິຖຸນາ 2014 ແມ່ນໃຫ້ສໍາເລັດໂຄງການ.


      ປະຈຸບັນໂຄງການມີຄວາມຄືບໜ້າຫລາຍພໍສົມຄວນ, ຖ້າທຽບໃສ່ແຜນການທີ່ວາງໄວ ແມ່ນ 13.42% ແຕ່ຕົວຈິງແລ້ວ ສາມາດປະຕິບັດໄດ້ 19.17% ຊຶ່ງລື່ນແຜນການ 5.75% ຂອງແຜນວຽກທັງໝົດທີ່ວາງໄວ້. ດັ່ງນັ້ນທາງເຈົ້າຂອງໂຄງການ, ບໍລິສັດທີ່ຮັບເໝົາການກໍ່ສ້າງ ໄດ້ເອົາໃຈໃສ່ ໃຫ້ຄວາມສໍາຄັນ ແລະໄດ້ຮ່ວມມືກັບອົງການຈັດຕັ້ງທຸກພາກສ່ວນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊິ່ງສະແດງອອກໃນການນໍາເອົາ ກົນຈັກຈໍານວນຫຼາຍເຂົ້າມາ ເພື່ອສຸມໃສ່ໃນການກໍ່ສ້າງ ທັງກາງເວັນ ແລະ ກາງຄືນ ໂດຍບໍ່ມີຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250