ຂ່າວຕ່າງແຂວງ

ການປະຕິບັດວຽກງານຂອງພະແນກ ຍທຂ ແຂວງໄຊຍະບູລີ

2013-06-05 - Administrator



ເມື່ອເວົ້າເຖິງການພັດທະນາພື້ນຖານໂຄງລ່າງ ຂອງແຂວງໄຊຍະບູລີ ແລ້ວ ຂະແໜງໂຍທາທິການ ແລະຂົນສົ່ງ ປະຈໍາແຂວງ ໄດ້ມີສ່ວນຮ່ວມທີ່ສໍາຄັນຫຼາຍຢ່າງ ໂດຍສະເພາະແມ່ນຕິດຕາມການ​ປັບປຸງກໍ່ສ້າງ​ເສັ້ນທາງ, ​ເຄຫາ​ສະຖານ-ຜັງ​ເມືອງ, ການ​ພັດທະນາ​ຕົວ​ເມືອງ, ນໍ້າ​ປະປາ, ການຂົນ​ສົ່ງທາງ​ບົກ, ທາງ​ນໍ້າ, ທາງ​ອາກາດ, ພາຍ​ໃນຂອບ ເຂດເທດສະບານແຂວງ, ບັນດາເມືອງ​, ບ້ານ ເພື່ອສ້າງສິ່ງ​ອຳນວຍ​ຄວາມ​ສະດວກດ້ານ​ຄົມມະນາຄົມຂົນ​ສົ່ງ ແນ່​ໃສ່ລຶບ​ລ້າງ​ຄວາມທຸກ​ຍາກ​ຂອງປະຊາຊົນໃຫ້ດີຂື້ນເທື່ອ​ລະ​ກ້າວ.


      ໃນໄລຍະປີທີ່ຜ່ານມາ ພະແນກ ຍທຂ ແຂວງໄຊຍະບູລີ ໄດ້ມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນ ແມ່ນການປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງ ທາງດ້ານເສັ້ນທາງຄົມມະນາຄົມ ຂົນສົ່ງ ໃນຂອບເຂດທົ່ວແຂວງ. ສາມາດຮອງຮັບໃຫ້ແກ່ການຂົນສົ່ງໂດຍສານ ແລະສິນຄ້າໃຫ້ມີຄວາມສະດວກຍິ່ງຂຶ້ນ. ໃນນັ້ນທາງພະແນກຍັງໄດ້ສຸມໃສ່ ການກໍ່ສ້າງປູຢາງບັນດາເສັ້ນທາງຫຼວງແຫ່ງຊາດ ເພື່ອເຊື່ອມຕໍ່ກັບບັນດາແຂວງ ແລະພາກພື້ນ. ປັດຈຸບັນທົ່ວແຂວງໄຊຍະບູລີ ມີເສັ້ນທາງຍາວທັງໝົດ 3.066 ກມ ທຽບໃສ່ປີ 2011 ເພີ້ມຂື້ນ 55.78 ກມ. ທາງປູອາສະຟານມີຄວາມຍາວ 41 ກມ, ທາງປູຢາງ 2 ຊັ້ນມີຄວາມຍາວ 500 ກມ, ທາງປູຫີນ ແລະດິນທໍາມະຊາດມີຄວາມຍາວທັງໝົດ 2.500 ກມ. ບ້ານທີ່ຍັງບໍ່ມີເສັ້ນທາງ ເຂົ້າເຖິງຍັງມີ 5 ບ້ານ, ຫຼຸດລົງຈາກປີທີ່ຜ່ານມາ 3 ບ້ານ. ເຊິ່ງເປັນບ້ານທີ່ນໍາໃຊ້ເສັ້ນທາງຄົມມະນາຄົມທາງນໍ້າ. ສໍາລັບວຽກງານປັບປຸງຜັງເມືອງ ໃນເທດສະບານແຂວງ, ເທດສະບານບັນດາເມືອງ ແລະຜັງຈຸດສຸມ, ຜັງບ້ານພັດທະນາ ແລະຜັງດ່ານສໍາເລັດ ແລະສອດຄ່ອງກັບການຂະຫຍາຍຕົວເມືອງ ທາງດ້ານເສດ ຖະກິດ-ສັງຄົມ ໃນປັດຈຸບັນ. ສໍາລັບການປັບປຸງເມືອງໃນເທດສະບານແຂວງ ເບື້ອງຕາເວັນອອກ ແມ່ນໄດ້ປັບປຸງກໍ່ສ້າງສະໜາມຫຼວງ, ສໍາເລັດໂຄງການກໍ່ສ້າງດອນກາງທາງ ແລະໄຟຟ້າເຢືອງທາງເສັ້ນ ທາງອານຸສາວະລີ-ຂົວນໍ້າຮຸງ 4 ແຍກນາໄຮ ເມືອງໄຊຍະບູລີ, ຕິດຕັ້ງໄຟເຢືອງທາງ ເສັ້ນທາງ ເດີ່ນຮົ່ມຫາ 3 ແຍກ ບ້ານທະນາ ເມືອງໄຊຍະບູລີ, ໄດ້ມີການສົບທົບກັບເມືອງໃນການປັບປຸງ ຜັງເທດສະບານເມືອງບໍ່ແຕນ, ແກ່ນທ້າວ, ເມືອງປາກລາຍ, ເມືອງເງິນ ແລະເມືອງຊຽງຮ່ອນ ສໍາຫຼວດອອກແບບ ແລະຕັດຜັງບ້ານ ທົ່ວແຂວງລວມທັງບ້ານ ພັດທະນາ 3 ສ້າງ ສໍາເລັດຫຼາຍກວ່າ 70%.


      ພ້ອມດຽວກັນນັ້ນທາງພະແນກ ຍທຂ ປະຈໍາແຂວງໄຊຍະບູລີ ໄດ້ເອົາໃຈໃສ່ຄຸ້ມຄອງການປຸກສ້າງ ໃຫ້ຖຶກຕ້ອງຕາມລະບຽບທີ່ກໍານົດໄວ້ ໃຫ້ເປັນມິດກັບສິ່ງແວດລ້ອມໃນຕົວເມືອງ ສ້າງຕົວເມືອງໄຊຍະບູລີ ກາຍເປັນເມືອງຕົວແບບທາງດ້ານສິ່ງແວດລ້ອມສີຂຽວ, ປັບປຸງຄອງລະບາຍນໍ້າໃນເທດສະບານແຂວງ, ກໍ່ສ້າງລະບົບປ້ອງກັນຕະຝັ່ງເຈື່ອນແຄມນໍ້າຮຸ່ງ ເມືອງໄຊຍະບູລີໄດ້ 7 ຈຸດ ມີຄວາມຍາວ 4.7 ກມ, ນໍ້າເຫືອງເມືອງບໍ່ແຕນ 3 ຈຸດ ມີລວງຍາວ 1.290 ແມັດ ແລະພວມກໍ່ສ້າງຢູ່ນໍ້າຮຸ່ງ 3 ຈຸດ ມີຄວາມຍາວ 2.650 ແມັດ. ນອກນັ້ນຍັງມີການກໍ່ສ້າງພື້ນຖານໂຄງລ່າງນໍ້າປະປາ ສໍາເລັດຢູ່ບັນດາເມືອງເຊັ່ນ: ເມືອງ ເງິນ, ເມືອງພຽງ, ບ້ານພັດທະນາ, ເມືອງໄຊຍະ ແລະບ້ານນໍ້າຕວນ-ນາລວມ.


      ສໍາລັບສົກປີ 2012-2013 ໂຄງການທີ່ລັດຖະບານມອບໃຫ້ ແຂວງໄຊຍະບູລີຄຸ້ມຄອງມີ ທັງໜົດ 56 ໂຄງການ ມີມູນຄ່າລວມຂອງໂຄງການ 447.94 ຕື້ກີບ, ໂຄງການຂອງກະຊວງ ຍທຂ ມອບໃຫ້ ແຂວງຄຸ້ມຄອງມີທັງໜົດ 7 ໂຄງການ ມີມູນຄ່າລວມຂອງໂຄງການ 570.86 ຕື້ກີບ ແລະໂຄງການສ້ອມ ແປງສຸກເສີນ ທີ່ໄດ້ຮັບຜົນກະທົບຈາກທໍາມະຊາດມີ 25 ໂຄງການ ມີມູນຄ່າ 45.94 ຕື້ກີບ.


           ດ້ວຍການເປັນເຈົ້າການ ແລະຄວາມຮັບຜິດຊອບອັນສູງສົ່ງ ຂອງພະແນກ ໂຍທາທິການ ແລະຂົນສົ່ງປະຈໍາ ແຂວງໄຊຍະບູລີ ກໍ່ຄືຜູ້ຮັບຜິດຊອບໂດຍກົງໃນການກໍ່ສ້າງພື້ນຖານໂຄງລ່າງຂອງ ເສດຖະກິດ-ສັງຄົມ ພາຍໃນແຂວງ, ໂດຍສະເພາະແມ່ນວຽກ ງານຂະແໜງ ຍທຂ ໂດຍມີການປະສານສົບທົບກັບກະຊວງ ຍທຂ, ອໍານາດການປົກຄອງ ລວມເຖິງພໍ່ແມ່ປະຊາຊົນທີ່ໃຫ້ການຮ່ວມມືຢ່າງຮອບດ້ານ ແລະເພື່ອຮັບປະກັນໄດ້ເຖິງ ຄຸນະພາບຂອງ ແຕ່ລະໂຄງການ ໃນການຮັບໃຊ້ປະຊາຊົນ ເຮັດໃຫ້ຊີວິດການເປັນຢູ່ຂອງປວງຊົນໃຫ້ມີການປ່ຽນແປງ ແລະ ແນ່ໃສ່ລຶບລ້າງຄວາມທຸກ ຍາກ ຂອງປວງຊົນຕາມທິດຊີ້ນໍາຂອງພັກ-ລັດຖະບານທີ່ວາງໄວໃຫ້ບັນລຸຜົນເປັນຈິງ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250