ຂ່າວຕ່າງແຂວງ

ຄວາມຄືບໜ້າຂອງໂຄງການກໍ່ສ້າງ ຂົວຂ້າມນໍ້າຂອງ ປາກຄອນ-ທ່າເດື່ອ

2013-06-12 - Administrator



ໃນການພັດທະນາຕາໜ່າງວຽກງານການຄົມມະນາຄົມ-ຂົນສົ່ງ ຖືເປັນປັດໄຈໜຶ່ງທີ່ມີຄວາມສໍາຄັນ ໃນການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າ ໃນນັ້ນຂະແໜງໂຍທາທິການ ແລະຂົນສົ່ງ ໄດ້ມີສ່ວນຮ່ວມທີ່ສໍາຄັນຫຼາຍຢ່າງ ໂດຍສະເພາະ ແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ການກໍ່ສ້າງເຄຫະສະຖານ-ຜັງເມືອງ ແລະສິ່ງແວດລ້ອມ, ນໍ້າປະປາ, ການບູລະນະ ຮັກສາເສັ້ນທາງທີ່ສໍາຄັນໃນຕົວເມືອງ ແລະ ການກໍ່ສ້າງປັບ ປຸງເສັ້ນທາງ, ບັນດາຂົວຕ່າງໆທີ່ເຊື່ອມຕໍ່ເຂົ້າຫາຕົວເມືອງ ແລະ ອອກສູ່ຊົນນະບົດ ໃນໄລຍະຜ່ານມາກໍ່ມີ ທາງຫລາຍເສັ້ນທີ່ໄດ້ຮັບການປັບປຸງຍົກລະດັບ ແລະກໍ່ສ້າງຂື້ນໃໝ່, ຂົວຫຼາຍແຫ່ງໄດ້ຮັບການສ້ອມແປງ ໄດ້ຮັບການກໍ່ສ້າງຂື້ນໃໝ່ ເພື່ອຊ່ວຍໃນການຄົມມະນາຄົມທີ່ສະດວກສະບາຍ. ເຊິ່ງເປັນໃບໜ້າໃບຕາໃໝ່ໃຫ້ແກ່ປະເທດຊາດ.


      ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ປາກຄອນ-ທ່າເດື່ອ ມີທີ່ຕັ້ງຢູ່ທາງເລກ 4 ເມືອງຊຽງເງິນ ປາກຄອນ-ທ່າເດື່ອ ເຂດແຂວງຫຼວງພະບາງ ແລະແຂວງໄຊຍະບູລີ. ແມ່ນຖືເປັນວຽກງານທີ່ເລັ່ງດ່ວນ ເພື່ອໃຫ້ທັນກັບຄວາມຮຽກຮ້ອງ ຕ້ອງການຂອງຜູ້ຊົມໃຊ້. ສໍາລັບການກໍ່ສ້າງຂົວດັ່ງກ່າວ ກະຊວງ ຍທຂ ເປັນເຈົ້າຂອງໂຄງການໂດຍກົງ. ບໍລິສັດ ທີ່ປຶກສາແມ່ນ: Dohwa Consulting Engineer co. LTD. ໂຄງການ ກໍ່ສ້າງຂົວດັ່ງກ່າວ. ໂດຍແມ່ນທຶນກູ້ຈາກລັດຖະບານເກົາຫຼີ (EDCF) 80% ແລະເງິນສົມທົບຂອງລັດຖະບານລາວ 20%, ມູນຄ່າສັນຍາ ທີ່ປືກສາ 2.077.268 USD. ຜູ້ຮັບເໝົາກໍ່ສ້າງແມ່ນ EJUNGC & D-KABULCONSTRUCTION JV. ມູນຄ່າ ສັນຍາເບື້ອງຕົ້ນ 18.861.292.08 ໂດລາສະຫະລັດ. ໃນ ນັ້ນມີວຽກເພີ້ມຄັ້ງທີ 1 : 1.332.912.05 ໂດລາສະຫະລັດ, ວຽກເພີ້ມຄັ້ງທີ 2 ທີ່ນໍາໃຊ້ເງິນສົມທົບຂອງ ລັດຖະບານ: 2.523.599.43 ໂດລາສະຫະລັດ,  ວຽກເພີ້ມຄັ້ງທີ 3: 141.800 ໂດລາ ສະຫາລັດ, ລວມມູນຄ່າສັນຍາທັງໜົດ: 22.859.603.6 ໂດລາສະຫະລັດ. ສະເພາະມູນ ຄ່າໃນການກໍ່ສ້າງຂົວດັ່ງ ກ່າວ 9.155.373.22 ໂດລາສະຫະລັດ. ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ປາກລາຍ- ທ່າເດື່ອເລີ້ມລົງມື ການກໍ່ສ້າງ ໃນວັນທີ 03 ພະຈິກ 2009. ກໍານົດສັນຍາ 42 ເດືອນ, ຕໍ່ເວລາອອກຕື່ມ 130 ວັນ: 10 ກັນຍາ 2013. ຕາມແຜນຈະກໍ່ສ້າງໃຫ້ສໍາເລັດໃນເດືອນ 9/2013.


      ຜ່ານການຈັດຕັ້ງປະຕິບັດວຽກຂອງໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ປາກຄອນ-ທ່າເດື່ອ ໃນໄລຍະ ຜ່ານມາເຖິງ ທ້າຍເດືອນ 5/2013 ສໍາເລັດແລ້ວ 95%, ລ້າຊ້າ 5%. ການກໍ່ສ້າງຂົວດັ່ງກ່າວດຳເນີນໄປຢ່າງຂຸ້ນຂ້ຽວ. ທາງບໍລິສັດທີ່ຮັບເໜົາການກໍ່ສ້າງ ໄດ້ຮັບປະກັນວ່າຈະກໍ່ສ້າງໃຫ້ສໍາເລັດຕາມຄາດໝາຍທີ່ວາງເອົາໄວ້.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250