ຂ່າວຕ່າງແຂວງ

ການພັດທະນາວຽກງານການຄົມມະນາຄົມຢູ່ ແຂວງອັດຕະປື

2013-07-02 - Administrator


ໂດຍປະຕິບັດຕາມແນວທາງ ນະໂຍບາຍຂອງພັກ ແລະລັດຖະບານແຫ່ງ ສປປ ລາວ ກ່ຽວກັບ ການຄຸ້ມຄອງ ແລະພັດ ທະນາວຽກງານ ຄົມມະນາຄົມທົ່ວ ແຂວງອັດຕະປື ໃນປີທີ່ຜ່ານມາພະແນກ ຍທຂ ແຂວງອັດຕະປື ມີຜົນງານ, ຜົນສໍາ ເລັດໃນຫຼາຍດ້ານ ໂດຍສະເພາະຜົນງານໃນການກໍ່ສ້າງຂະຫຍາຍເສັ້ນ ທາງເທດສະບານແຂວງ ເພື່ອຕ້ອນຮັບກອງປະ ຊຸມ CLV, ໄດ້ກໍ່ສ້າງເສັ້ນທາງຊົນນະບົດເຂດຮ່າງໄກຊອກ ຫຼີກ ໂດຍໄດ້ຮັບງົບປະມານຊ່ວຍເຫຼືອລ້າຈາກ ລັດຖະບານ ເຢຍລະມັນ ແລະລັດຖະບານລາວສົມທົບຈໍາ ນວນໜຶ່ງ, ນອກຈາກນັ້ນກໍ່ໄດ້ປັບປຸງ ແລະບູລະນະຮັກສາເສັ້ນທາງຫຼວງ ແຫ່ງຊາດ, ເສັ້ນທາງແຂວງ ແລະ ທາງຊົນນະບົດ, ໄດ້ກໍ່ສ້າງເສັ້ນທາງປູຢາງເທດສະບານເມືອງຈໍານວນໜຶ່ງຄື: ເມືອງ ໄຊເສດຖາ, ເມືອງ ຊານໄຊ ແລະເມືອງສະໜາມໄຊ. ໄດ້ຕິດຕາມການກໍ່ສ້າງຫ້ອງປະຊຸມໃຫຍ່ຂອງແຂວງ ແລະສໍານັກ ງານ ອົງການ, ກໍ່ສ້າງສວນສາທາລະນະໃນເທດສະບານແຂວງ, ໄດ້ຕິດຕາມການຂົນສົ່ງສິນຄ້າ ແລະໂດຍສານ.


      ປັດຈຸບັນໃນທົ່ວ ແຂວງອັດຕະປື ມີເສັ້ນທາງຍາວທັງໝົດ 1.372 ກມ, ທາງປູຢາງ 271.45 ກມ, ທາງປູແຮ່ມີ ຄວາມຍາວ 634.5 ກມ, ທາງປູດີນມີຄວາມຍາວ 417 ກມ. ໃນນັ້ນທາງຫຼວງແຫ່ງຊາດມີ 3 ເສັ້ນ ມີລວງຍາວ 357.8 ກມ, ທາງຫຼວງຂອງແຂວງມີ 1 ເສັ້ນມີຄວາມຍາວ 67 ກມ ປູຢາງ 17 ກມ, ທາງຫຼວງເມືອງມີ 9 ເສັ້ນມີຄວາມຍາວ 411.7 ກມ ປູຢາງ 4.7 ກມ, ປູແຮ່ 329.7 ກມ, ປູດິນ 77 ກມ, ທາງເທດສະບານມີ 99 ເສັ້ນ ມີຄວາມຍາວ 379 ກມ, ປູຢາງ 11.65 ກມ, ປູແຮ່ 210 ກມ, ປູ ດິນ 166.1 ກມ, ທາງສະເພາະມີ 8 ເສັ້ນ ມີຄວາມຍາວ 60.2 ກມ ປູຢາງ 19 ກມ. ທົ່ວແຂວງອັດຕະ ປື ມີຈໍານວນບ້ານ 172 ບ້ານ, ມີເສັ້ນທາງທຽວໄດ້ 2 ລະດູມີ 172 ບ້ານ, ມີເສັ້ນທາງທຽວ ໄດ້ ລະດູ ດຽວມີ 41 ບ້ານ, ບໍ່ມີເສັ້ນທາງໄປຮອດມີ 10 ບ້ານ.


      ປັດຈຸບັນທາງພະແນກ ຍທຂ ແຂວງອັດຕະປື ໄດ້ສືບຕໍ່ປະຕິບັດໂຄງການກໍ່ສ້າງ ຂະຫຍາຍເສັ້ນທາງ ເທດສະບານ ແຂວງ ແລະເມືອງ, ບູລະນະຮັກສາທາງຫຼວງແຫ່ງຊາດ, ທາງຫຼວງເມືອງ, ເສັ້ນທາງຊົນນະບົດ ແລະຕິດຕາມເຝົ້າລະວັງ ບັນດາ ເສັ້ນທາງທີ່ເປ່ເພໃນລະດູຝົນ. ຈາກຄວາມທຸ້ມເທ ແລະເອົາໃຈໃສ່ຮັບຜິດຊອບອັນສູງສົ່ງຂອງພະແນກ ຍທຂ ປະຈໍາ ແຂວງອັດຕະປື, ບວກກັບຄວາມພະຍາຍາມໃນການຂະຫຍາຍຕົວຂອງຕາໜ່າງ ວຽກງານກ່ຽວກັບການຄົມມະ ນາຄົມ-ຂົນສົ່ງ ທາງບົກ, ທາງນ້ຳ, ເຄຫະສະຖານ ແລະນ້ຳປະປາ ໃນຂອບເຂດທົ່ວ ແຂວງອັດຕະປື ເຮັດໃຫ້ການພັດ ທະນາເສດຖະກິດ-ສັງຄົມ ບັນລຸຕາມຈຸດປະສົງທີ່ ພັກ-ລັດຖະບານເຮົາໄດ້ວາງອອກ ແນ່ໃສ່ໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າດີຂື້ນເທື່ອລະກ້າວ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250