ຂ່າວຕ່າງແຂວງ

ໂຄງການກໍ່ສ້າງພື້ນຖານໂຄງລ່າງ ທາງຊົນນະບົດໄລຍະ 3 ແລະ 4 ແຂວງ ອັດຕະປື

2013-07-03 - Administrator



ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງ ພັກ​ລັດຖະບານໃນການແກ້ໄຂຄວາມທຸກຍາກ ເວົ້າລວມ, ເວົ້າສະເພາະ ແມ່ນການກໍ່ສ້າງພື້ນຖານໂຄງລ່າງ ເສັ້ນທາງຂອງແຕ່ລະເມືອງພາຍໃນແຂວງໃຫ້ມີ ຄວາມສະດວກ ໃນການໄປມາຫາສູ່ ກັນໄດ້ ສອງລະດູ, ເປົ້າໝາຍແມ່ນເພື່ອກໍ່ສ້າງເສັ້ນທາງເຂົ້າຫາບ້ານ, ເຂດຫ່າງໄກສອກຫຼີກ ແລະເປັນການກໍ່ສ້າງທາງ ໃຫ້ມີການເຊື່ອມຕໍ່ລະຫວ່າງ ບ້ານຫາບ້ານ, ເຊື່ອມຕໍ່ລະ ຫວ່າງເມືອງຫາເມືອງ ແລະແຂວງຫາແຂວງ. ໃນການກໍ່ສ້າງ ພື້ນຖານໂຄງລ່າງ ທາງຊົນນະບົດເຂດຮ່າງ ໄກສອກຫຼີກ ໂດຍໄດ້ຮັບງົບປະມານຊ່ວຍເຫຼືອລ້າ ຈາກລັດຖະບານເຢຍລະ ມັນ 90% ໂດຍຜ່ານອົງການ (KfW )  ແລະ ລັດຖະບານລາວປະກອບສົມທົບທຶນບ້ວງການກໍ່ສ້າງ 10% ຂອງມູນຄ່າ ໂຄງການ. ໃນນັ້ນ ກະຊວງ ຍທຂ 5% ແລະແຂວງ 5%. ໂຄງການດັ່ງກ່າວເລີ່ມແຕ່ປີ 1994 ເປັນຕົ້ນມາເລີ່ມຈາກ ພາກ ເໜືອ ແຂວງຊຽງຂວາງ, ແຂວງ ຫົວພັນ, ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ປະຈຸບັນ ໃກ້ຈະ ສຳເລັດໃນການຈັດຕັ້ງປະຕິບັດຢູ່ 2 ແຂວງຄື: ແຂວງໄຊຍະບູລີ ແລະແຂວງອັດຕະປື. ໄດ້ສືບຕໍ່ ກໍ່ສ້າງເສັ້ນທາງຢູ່ເມືອງ ດາກຈືງ ຍາວປະມານ 100 ກິໂລແມັດ ແລະ ປັບປຸງຕະຫຼາດເມືອງດາກຈືງ ແຂວງເຊກອງ, ໂຄງການນີ້ໄດ້ມີການຍົກ ເວັ້ນພາສີນໍາເຂົ້າວັດສະດຸ, ຍົກເວັ້ນຄ່າອາກອນ ຕົວເລກທຸລະກິດ.


ນອກຈາກວຽກງານການກໍ່ສ້າງເສັ້ນທາງ ແລະທ່າເຮືອແລ້ວ ໂຄງການຍັງໄດ້ສ້າງຂີດຄວາມສາມາດ ໃຫ້ພະນັກງານໃນ ພະແນກ ຍທຂ ປະຂໍາແຂວງຝືກອົບຮົມ ການຄຸ້ມຄອງ ແລະຕິດຕາມການກໍ່ສ້າງ, ຝືກໃຫ້ພະນັກງານຫ້ອງການ ຂົວທາງ ໃຫ້ກາຍເປັນຄູເຝືກ, ສ້ອມແປງ ແລະປັບປຸງຫ້ອງທົດລອງ ແລະພະນັກງານໃຫ້ມີຄວາມຮູ້, ຄວາມສາມາດຂື້ນຕື່ມ ແລະ ທາງໂຄງການໄດ້ພີມໂປດສະເຕີ ແລະ ປືມແຈກໃຫ້ໂຮງຮຽນປະຖົມ, ໂຮງໝໍ, ຫ້ອງການຕຳຫຼວດຈາລະຈອນ ເລື່ອງ ຄວາມປອດໄພໃນການນຳໃຊ້ພາຫະນະຕາມເສັ້ນທາງເພື່ອປູກຈິດສຳນືກໃຫ້ເດັກນ້ອຍຮູ້ກົດລະບຽບການສັນຈອນ, ພາຍຫຼັງກໍ່ສ້າງທາງສໍາເລັດໂຄງການໄດ້ເຊີນເອົານາຍບ້ານ ແຕ່ລະບ້ານທີ່ລຽບຕາມເສັ້ນທາງທີ່ກໍ່ສ້າງໃຫ່ມມາຝືກອົບ ຮົມ ວິທີການບູລະນະຮັກສາເສັ້ນທາງແລະ ແບ່ງຄວາມຮັບຜິດຊອບ ໃຫ້ບ້ານເປັນຜູ້ບູລະນະຮັກສາເສັ້ນທາງແບບມີ ສ່ວນຮ່ວມໃນຂອບເຂດຊາຍແດນບ້ານຕໍ່ບ້ານ.


      ໂຄງການກໍ່ສ້າງພື້ນຖານໂຄງລ່າງ ທາງຊົນນະບົດຢູ່ ແຂວງອັດຕະປື ໄລຍະ 3. ໄດ້ເລີ່ມແຕ່ ທ້າຍປີ 2010 ໄດ້ທືນ ກໍ່ສ້າງເສັ້ນທາງມີ 2 ສັນຍາ. ຖືກຈັດຕັ້ງປະຕິບັດຢູ່ 3 ເມືອງມີ: ເມືອງສະໜາມໄຊ 5.2 ກມ, ເມືອງໄຊເສດຖາ 5.6 ກມ ແລະເມືອງຊານໄຊ 11.2 ກມ. ລວງຍາວທັງໜົດຂອງເສັ້ນທາງທີ່ ໂຄງການ ໄດ້ກໍ່ສ້າງມີ 23.2 ກມ, ວາງທໍ່ດາໂລ 2 ແຫ່ງ, ປູຢາງປະມານ 4.5 ກມ , ໄລຍະທີ 4 ໄດ້ເລີ່ມແຕ່ທ້າຍປີ 2011. ໄດ້ທືນກໍ່ສ້າງເສັ້ນທາງມີ 5 ສັນຍາ. ມີ 11 ເສັ້ນທາງກໍ່ສ້າງ, ມີລວງຍາວທັງໝົດ 83.85 ກມ, ກໍ່ສ້າງຂົວເບເລ 2 ແຫ່ງ, ໄດ້ມີການ ປ່ຽນແປງຈາກຂົວເບເລ ເປັນ ທໍ່ດາໂລ, ປູຢາງຜ່ານບ້ານປະຊາຊົນ ຍາວປະມານ 12 ກມ, ກໍ່ສ້າງຕະ ຫຼາດ 3 ແຫ່ງ, ກໍ່ສ້າງທ່າເຮືອຂະໜາດນ້ອຍ 5 ແຫ່ງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250