ຂ່າວຕ່າງແຂວງ

ຄວາມຄືບໜ້າຂອງໂຄງການກໍ່ສ້າງ ຂົວເຊກະໝານ 2

2013-07-04 - Administrator


ຂົວເຊກະໝານ 2 ເປັນຂົວໜຶ່ງທີ່ມີຄວາມສໍາຄັນອັນໃຫ່ຍຫຼວງ ຕໍ່ປະຊາຊົນ ກໍຄືຊາວ ແຂວງອັດຕະປື. ທີ່ມີການເຊື່ອມ ໂຍງສູ່ການພັດທະນາ ໃຫ້ແກ່ເມືອງໃນເຂດຫ່າງໄກສອກຫຼີກ, ເປັນອີກ ຊ່ອງທາງໜຶ່ງໃນການໄປມາຫາສູ່ ການໄຂປະຕູສູ່ ການພັດທະນາໃຫ້ແກ່ ແຂວງອັດຕະປື ແລະພາກໃຕ້ ຂອງລາວແລ້ວ ຍັງຖືວ່າເປັນເສັ້ນທາງເສດຖະກິດ ທີ່ເຊື່ອມຕໍ່ຕາ ເວັນອອກ-ຕາເວັນຕົກ ໃນຂົງເຂດອະນຸ ພາກພື້ນລຸ່ມແມ່ນໍ້າຂອງນໍາອີກ. ນອກນັ້ນການກໍ່ສ້າງຂົວດັ່ງກ່າວ ຍັງເປັນການ ສ້າງເງື່ອນໄຂພື້ນຖານອັນ ຕົ້ນຕໍ່ໃຫ້ແກ່ ການສ້າງເຂດສາມຫຼ່ຽມພັດທະນານາ CLV, ທີ່ຈະອໍານວຍຄວາມສະດວກ ໃຫ້ ແກ່ປະຊາຊົນ ບັນດາເຜົ່າໃນເຂດນີ້ ສາມາດໄປມາຫາສູ່, ແລກປ່ຽນສິນຄ້ານໍາກັນ, ສົ່ງເສີມການທ່ອງທ່ຽວ ແລະດຶງດູດ ນັກທ່ອງທ່ຽວ, ນັກລົງທືນເຂົ້າມາລົງທືນໃນ ແຂວງອັດຕະປືໃຫ້ຫຼາຍຂື້ນ.


            ຂົວເຊກະໝານ 2 ທີ່ປະກອບມີ 6 ຊ່ວງ ແຕ່ລະຊ່ວງຍາວ 33 ແມັດ, ລວງຍາວທັງໝົດ 208 ແມັດ, ຄວາມ ເນີນທາງຍາວຂອງຂົວ 2%, ກວ້າງທັງໝົດ 11.5 ແມັດ, ໜ້າທາງລົດແລ່ນມີ 2 ຊ່ອງ, ກວ້າງຊ່ອງລະ 3.75 ແມັດ, ທັງໝົດ 7.5 ແມັດ, ມີທາງຍ່າງສອງເບື້ອງ ກວ້າງເບື້ອງລະ 1.5 ແມັດ, ເປັນຂົວປະເພດເບຕົງອັດແຮງ ຮູບຕົວໄອ (I), ຄວາມຄືບໜ້າຂອງການກໍ່ສ້າງຂົວດັ່ງກ່າວ ສາມາດປະຕິ ບັດໄດ້ 2.75%, ຄວາມຄືບໜ້າຂອງການກໍ່ສ້າງສັນຍາເດີມ ມາຮອດປະຈຸບັນສາມາດປະຕິບັດໄດ້ 90.80%, ຄວາມຄືບໜ້າຂອງການກໍ່ສ້າງໃນສັນຍາວຽກເພີ້ມ ມາຮອດ ປະຈຸບັນປະຕິບັດໄດ້ 14.44%, ຄວາມຄືບໜ້າຂອງໂຄງການລວມທັງສັນຍາວຽກເພີ້ມ ປະຕິບັດໄດ້ 105.24% ຍັງເຫຼືອ 9.69% ຈຶ່ງຈະ ສໍາເລັດໂຄງການ (ການຕີລາຄາຄວາມສໍາເລັດຂອງໂຄງການທັງໝົດແມ່ນ 114.93% ໃນນັ້ນວຽກກໍ່ສ້າງ ໃນສັນຍາເດີມ 100%, ວຽກກໍ່ສ້າງໃນສັນຍາວຽກເພີ້ມແມ່ນ 14.93%).


      ຄຸນະພາບຂອງໜ້າວຽກທີ່ໄດ້ປະຕິບັດ ໃນໄລຍະຜ່ານມາ ເຫັນວ່າມີຄຸນນະພາບດີ ແລະສອດຄ່ອງ ກັບມາດຕະ ຖານເຕັກນິກ ຂອງໂຄງການວາງອອກ ສະແດງໃຫ້ເຫັນໄດ້ໃນຜົນການທົດລອງກວດກາ ຄືນ ຂອງແຕ່ລະໜ້າວຽກ ແລະຂົວດັ່ງກ່າວຈະມອບຮັບຢ່າງເປັນທາງການໃນໄວ້ໆນີ້.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250