ຂ່າວຕ່າງແຂວງ

ຍທຂ ປະຈຳແຂວງເຊກອງ ກັບວຽກ ງານພັດທະນາ ພື້ນຖານໂຄງລ່າງ

2013-07-05 - Administrator



ການ​ພັດທະນາ​ຢູ່​ແຂວງ​ເຊກອງ, ພະແນກໂຍທາທິການ ແລະຂົນສົ່ງ ປະຈຳແຂວງ ໄດ້ມີສ່ວນຮ່ວມທີ່ສໍາຄັນຫລາຍຢ່າງ ໂດຍສະເພາະແມ່ນການກໍ່ສ້າງພື້ນຖານໂຄງລ່າງຂອງແຂວງ ເຊັ່ນວ່າການກໍ່ສ້າງເຄຫະສະຖານ-ຜັງເມືອງ, ນໍ້າປະປາ, ການຂົນສົ່ງ, ການບູລະນະຮັກສາເສັ້ນທາງທີ່ສໍາຄັນໃນຕົວເມືອງ ແລະ ການທະລຸເສັ້ນທາງ ໄປເຖິງບັນດາບ້ານຫ່າງ ໄກສອກຫຼິກ ແລະປັບປຸງເສັ້ນທາງທີ່ມີແລ້ວນັ້ນໃຫ້ທຽວໄດ້ 2 ລະດູ. ພະແນກ ຍທຂ ປະຈໍາແຂວງເຊກອງ ໄດ້ຮັບທຶນ ການກໍ່ສ້າງພື້ນຖານໂຄ່ງລ່າງ ຈໍານວນ 24 ໂຄງການ, ມີມູນຄ່າ 2.591 ຕື້ກວ່າກີບ, ທຶນຕ່າງປະເທດ 6.53 ຕື້ກວ່າ ກີບ. ໃນນັ້ນປະກອບມີ: ວຽກກໍ່ສ້າງເສັ້ນທາງ 2.550 ຕື້ກວ່າກີບ, ວຽກກໍ່ສ້າງຂົວ 11 ຕື້ກວ່າກີບ. ວຽກ ສ້ອມແປງ 30 ຕື້ກວ່າກີບ.


      ລະບົບເສັ້ນທາງຄົມມະນາຄົມ ໄດ້ຂະຫຍາຍຕົວຢ່າງວ່ອງໄວ ນັບແຕ່ປີ 2010-2012 ມີ ເສັ້ນທາງ 187 ເສັ້ນ, ລວມຄວາມຍາວ 1.492.8 ກວ່າ ກມ, ທາງປູຢາງ 100.9 ກມ, ທາງປູດິນແດງ 459.5 ກມ, ທາງທະລຸ 677.6 ກມ ແລະເສັ້ນທາງດິນທໍາມະຊາດ 255.1 ກມ ໃນນັ້ນປະກອບມີ: ທາງຫຼວງແຫ່ງຊາດມີ 3 ເສັ້ນ, ປູຢາງ 95.9 ກມ ແລະປູດິນແດງ 102.6 ກມ, ເສັ້ນທາງຫຼວງ ຂອງ ແຂວງມີ 1 ເສັ້ນ. ທາງປູຢາງ 7.7 ກມ ແລະທາງດິນແດງ 56.3 ກມ, ເສັ້ນທາງຫຼວງເມືອງມີ 9 ເສັ້ນ, ປູຢາງ 0 ກມ ແລະປູດິນແດງ 174.5 ກມ, ທາງເທດສະບານມີ 75 ເສັ້ນ, ປູຢາງ 36.25 ກມ, ປູດິນແດງ 18.2 ກມ, ທາງຊົນນະບົດ ມີ 64 ເສັ້ນ, ປູດ້ວຍດິນແດງ 88.6 ກມ, ທາງທ່ອງທ່ຽວ ມີ 3 ເສັ້ນ, ປູດິນແດງ 18.1 ກມ, ທາງສະເພາະ ມີ 3 ເສັ້ນ, ປູດ້ວຍດິນແດງ 1.2 ກມ.


      ລະບົບເສັ້ນທາງຄົມມະນາຄົມ ໃນສົກປີ 2010-2012 ມີການຂະຫຍາຍຕົວເພີ່ມຂື້ນ 16.8 ຫລື 66.8% ທຽບໃສ່ສົກປີ 2009-2010 ແລະມາເຖິງປະຈຸບັນ ຈໍານວນບ້ານທີ່ມີເສັ້ນທາງທຽວໄດ້ສອງລະດູມີ 98 ບ້ານ, ບ້ານມີເສັ້ນທາງທຽວໄດ້ລະດູດຽວມີ 95 ບ້ານ ແລະໃນທົ່ວແຂວງ ບ້ານທີ່ບໍ່ມີເສັ້ນທາງເຂົ້າເຖິງ ມີຈໍານວນ 52 ບ້ານ, ທຽບໃສ່ກັບບ້ານ ທີ່ມີເສັ້ນທາງເຂົ້າເຖິງກວມເອົາ 21% ຂອງຈໍານວນບ້ານ ທັງໝົດ ໃນທົ່ວ ແຂວງ, ໃນຊຸມປີທີ່ຜ່ານມາ ວຽກງານທີ່ເດັ່ນກວ່າໝູ່ ແມ່ນໂຄງການກໍ່ສ້າງທາງປູຢາງເສັ້ນທາງ 1H ທ່າແຕງ-ບ້ານແບ່ງ ແຂວງສາລະວັນ ມີຄວາມ ຍາວ 20 ກມ ມີມູນຄ່າ 4 ລ້ານໂດລາສະຫະລັດ, ໂຄງ ການກໍ່ສ້າງເສັ້ນທາງເຊກອງ-ເມືອງກະລືມໃໝ່ ມີຄວາມຍາວ 92.6 ກມ ມີມູນຄ່າ 178 ຕື້ກວ່າກີບ ແລະເສັ້ນທາງຍຸດທະສາດເລາະລຽບຊາຍແດນ ມີຄວາມຍາວ 297.6 ກມ ມີມູນຄ່າ 1.053 ຕື້ກວ່າກີບ, ມາເຖິງປະຈຸບັນ ລະບົບເສັ້ນທາງຄົມມະນາຄົມ-ຂົນສົ່ງ ມີບາດກ້າວຂະຫຍາຍຕົວຢ່າງ ວ່ອງໄວພໍສົມຄວນ ເປັນສິ່ງທີ່ຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະແກ້ໄຂໃຫ້ຄວາມສະດວກ ແກ່ ປະຊາຊົນບັນດາເຜົ່າໄດ້ດີຂື້ນເປັນກ້າວໆ.


      ສໍາລັບວຽກງານເຄຫາ-ຜັງເມືອງ ແລະນໍ້າປະປາ ທາງພະແນກໄດ້ລົງກວດກາ ການປຸກສ້າງ. ຢູ່ ຕາມເທດສະບານ ແຂວງ ແລະບັນດາຕົວເມືອງທີ່ມີຜັງເມືອງ ໂດຍສົມທົບກັບ ຍທຂ ເມືອງ ເພື່ອເຮັດໃຫ້ ການຈັດສັນເຂດປຸກສ້າງ ໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ ແລະສວຍງາມ, ໂດຍປະຕິບັດຄໍາສັ່ງຂອງຂັ້ນ ເທິງ ໄດ້ສົມທົບກັບ ກົມເຄຫາ-ຜັງເມືອງ, ວຽກເຄຫາຜັງເມືອງ, ຕັດຜັງເມືອງຢູ່ບ້ານໂພນຄໍາ ສໍາເລັດ ແລະໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຄຸ້ມ ຄອງອະນຸຍາດປຸກສ້າງ, ຍົກຍ້າຍ ຮື້ຖອດສິ່ງ ປຸກສ້າງ ອອກຈາກເຂດສະຫງວນ ຂອງທາງຫຼວງໄດ້ສໍາເລັດ 100% ຕົ້ນຕໍແມ່ນຢູ່ ເມືອງທ່າແຕງ ແລະ ເມືອງລະມາມ. ວຽກງານນໍ້າປະປາ ໃນຊຸມປີຜ່ານມາແມ່ນໄດ້ຂະຫຍາຍຕົວ ໄດ້ພໍສົມ ຄວນ, ຂະຫຍາຍອອກ 4 ຕົວເມືອງ ແລະມີບາງບ້ານທີ່ມີ ເງື່ອນໄຂກໍສາມາດນໍາໃຊ້ລະບົບນໍ້າປະປາ ແລະນໍ້າລິນ, ນໍ້າສະອາດ ໂດຍສົມທົບກັບ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ມີສ່ວນຮ່ວມລະຫວ່າງ ລັດກັບປະຊາຊົນ. ປະຈຸບັນຈໍານວນ ປະຊາຊົນທີ່ໄດ້ຊົມໃຊ້ນໍ້າປະປາແລ້ວມີ 4.989 ຄົວເຮືອນ. ທຽບໃສ່ຈໍານວນຄົວເຮືອນ ໃນທົ່ວແຂວງ ປະຕິບັດໄດ້ 72% ແລະຈໍານວນປະຊາກອນທີ່ບໍ່ທັນມີ ນໍ້າປະປາຊົມໃຊ້ມີຈໍານວນ 11.855 ຄົນ. ຊຶ່ງກວມເອົາ 2.298 ຫຼັງຄາ ເຮືອນ, ໃນຈໍານວນ 195 ບ້ານ ໃນທົ່ວແຂວງມີໂຮງງານນໍ້າປະປາ 2 ແຫ່ງ ແລະມີສະມັດຕະພາບການຜະລິດນໍ້າ ຊົມໃຊ້ໄດ້ 5000 ແມັດ ກ້ອນຕໍ່ມື້. ເຊິ່ງມີບໍລິມາດນໍ້າຜະລິດ 1.192.500 m3, ບໍລິມາດນໍ້າຈໍາໜາຍ 954.000 m3, ບໍລິມາດນໍ້າເສຍ 238.500 m3, ເກັບລາຍໄດ້ 3.745.200.000 ກີບ, ລາຍຈ່າຍ 3.518.707.379 ກີບ, ມອບພັນທະເຂົ້າງົບປະມານໄດ້ 726.390.738 ກີບ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250