ຂ່າວຕ່າງແຂວງ

ໂຄງການກໍ່ສ້າງທາງ 18 ອາ (ແຂວງ ຈໍາປາສັກ-ແຂວງ ອັດຕະປື)

2013-07-08 - Administrator



ເພື່ອ​ເຮັດ​ໃຫ້​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ ແຫ່ງ​ຊາດບັນລຸຜົນ​ສໍາ​ເລັດ​ຕາມ​ຄາດໝາຍ ທີ່​ວາງ​ໄວນັ້ນ, ການ​ບູລະ ນະ ​ແລະ ​ກໍ່ສ້າງ​ບັນດາ​ເສັ້ນທາ​ງຄົມມະນາຄົມ​ຂົນ​ສົ່ງ ​ແມ່ນ​ມີ​ຄວາມ​ຈໍາ​ເປັນ ​ໃນ​ການ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ໃຫ້​ດີ​ຂຶ້ນ.


- ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ສະບັບເລກທີ 2933/ຍທຂ, ລົງວັນທີ 22 ມີນາ 2010 ວ່າດ້ວຍການສ້າງຕັ້ງໂຄງການ ແລະ ການແຕ່ງຕັ້ງຄະນະຮັບ ຜິດຊອບໂຄງການກໍ່ສ້າງທາງ 18 ອາ ເລີ້ມແຕ່ ເມືອງປະທຸມພອນ ​ແຂວງ​ຈໍາປາ​ສັກ ຫາ ເມືອງສາມັກຄີໄຊ ​ແຂວງ​ອັດ​ຕະປື ຄວາມ​ຍາວ 106.17 ກມ.


- ອີງຕາມສັນຍາວ່າດ້ວຍການກໍ່ສ້າງເສັ້ນທາງ 18 ອາ ຄັ້ງວັນທີ 21 ມິຖຸນາ 2012 ລະຫວ່າງ ບໍລິສັດຊິໂນລາວ ອາລູມິນຽມ ຄໍປໍເລເຊີນ ຈໍາກັດ ກັບ ແຂວງ ຈຳປາສັກ ແລະ ແຂວງ ອັດຕະປື ໃນນາມຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ.


 ໂຄງການກໍ່ສ້າງເສັ້ນທາງ 18 ອາ ເລີ້ມແຕ່ ເມືອງປະທຸມພອນ ແຂວງຈໍາປາສັກ ຫາ ເມືອງສາມັກຄິໄຊ ແຂວງອັດຕະປື. ມີຄວາມຍາວທັງໝົດ 106.17 ກມ, ແບ່ງອອກເປັນ 3 ຊ່ວງຄື:


-    ຊ່ວງທີ 1 ແຕ່ສາມແຍກບ້ານແບ່ງເມືອງປະທຸມພອນຫາເຊຄຳພໍ, ມີລວງຍາວ 30.250 ກມ.


-    ຊ່ວງທີ 2 ແຕ່ເຊຄຳພໍຫາເຊປຍນເມືອງສະໜາມໄຊ, ມີລວງຍາວ 33.250 ກມ.


-    ຊ່ວງທີ 3 ແຕ່ ເຊປຽນຫາສາມແຍກເມືອງສາມັກຄີໄຊມີລວງຍາວ 42.67 ກມ.


ມີຂົວເບຕົງທັງໜົດ 30 ແຫ່ງ, ມີຮ່ອງລະບາຍນໍ້າ, ທໍ່ ແລະວຽກອື່ນໆທີ່ກ່ຽວຂ້ອງໂດຍນໍາໃຊ້ມາດຕະ ຖານເຕັກນິກຂອງກະຊວງໂຍທທທິການ ແລະ ຂົນສົ່ງ. ທາງດັ່ງກ່າວເປັນທາງຊັ້ນ 3, ໜ້າທາງປູດ້ວຍເບຕົງແອັສຟານ, ຄວາມກວ້າງຂອງໜ້າທາງທັງໝົດ 9 ແມັດ. ສາມາດຮອງຮັບນໍ້າໜັກໄດ້ 11 ໂຕນ/ເພົາ. ດ້ວຍມູນຄ່າການກໍ່ສ້າງ 76.038.147.09 ໂດລາສະຫະຣັດ (​ເປັນ​ການ​ລົງ​ທຶນ​ຂອງ ບໍລິສັດ ຊິໂນລາວ ອາລູມິນຽມ ຄໍປໍເລເຊີນຈໍາກັດ ທັງ​ຫມົດ ຊຶ່ງ​ເປັນ​ພັນທະ​ຫນຶ່ງຂອງ​ສັນຍາ​ຂຸດ​ຄົ້ນ​ແຮ່​ບົກ​ຊິດ).


ໂຄງການກໍ່ສ້າງທາງດັ່ງກ່າວໄດ້ລົງມື້ຈັດຕັ້ງປະຕິບັດການກໍ່ສ້າງຢ່າງເປັນທາງການໃນວັນທີ 21 ມັງກອນ 2013 ເຫັນໄດ້ວ່າການກໍ່ສ້າງມີຄວາມລ່າຊ້າ ໃນການລົງມືກໍ່ສ້າງພາຍຫຼັງເຊັນສັນຍາເປັນເວລາ 6 ເດືອນ.  ຊຶ່ງ​ມີ ບໍລິສັດອີຕາລຽນໄທ ດີວີລົບເມັນ ມະຫາຊົນ ຈໍາ​ກັດ ເປັນຜູ້ຮັບເໝົາການກໍ່ສ້າງ, ​ແລະ ຄວບຄຸມການກໍ່ສ້າງໂດຍ ບໍລິສັດ ຊີບີອາ ເປັນທີ່ປຶກສາ.


ຝ່າ​ຍ​ເຈົ້າ​ຂອງ​ໂຄງການ​ຕ່າງ​ໜ້າ​ລັດຖະບານ​ປະກອບ​ມີ:


- ທ່ານ ອານຸສອນ ສີສະອາດ ຕາງໜ້າກົມຂົວ-ທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຫົວໜ້າຄະນະ.


- ທ່ານ ຄຳສ້ອຍ ປະທຸມທອງ    ຕາງໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຈຳປາສັກ ເປັນຮອງຄະນະ.


- ທ່ານ ພຸດທະວັນ ທຳມະວົງສາ ຕາງໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ອັດຕະປື ເປັນຮອງຄະນະ.


ເສັ້ນທາງດັ່ງກ່າວເລີ້ມແຕ່ສາມແຍກເມືອງສາມັກຄີໄຊແຂວງອັດຕະປື (ຕອນທາງຊ່ອງທີ 3). ໃນໄລຍະ5 ເດືອນຜ່ານມາການຈັດຕັ້ງຕົວຈິງສາມາດສໍາເລັດວຽກໄດ້ປະມານ 7.36% ຊ້າກວ່າແຜນການປະມານ 1.53%.


      ດ້ວຍ​ຄວາມ​ຮັບຜິດຊອບ​ອັນ​ສູງ​ສົ່ງຂອງ ​ພະ​ແນ​ກ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ​ ປະ​ຈໍາ ແຂວງຈໍາປາສັກ ແລະ ພະແນກ ໂຍທາທິການ ແລະ ຂົນສົ່ງ ປະຈໍາແຂວງອັດຕະປື ​ເຊິ່ງ​ເປັນ​ເຈົ້າ​ພາບ ຕາງໜ້າທ້ອງຖີ່ນ ປະສານງານ ແລະ ສົມທົບ ກັບ ຄະນະຄຸ້ມຄອງໂຄງການ​ພ້ອມ​ກັບ ​ບໍລິສັດທີ່​ຮັບ​ເໝົາແນ່ໃສ່ເຮັດການກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ ທີ່​ມີ​ຄວາມ​ຍາວ​ທັງໜົດ​ 106.17 ກມ ​ໃຫ້​ສໍາ​ເລັດ​ຕາມ​ຄາດໝາຍທີ່​ວ່າງ​ໄວ້ ​ແລະ ​ເພື່ອ​​ເຮັດ​ໃຫ້ການ​ພັດທະນາ​ເສດຖະກິດ - ສັງຄົມ ໃຫ້ບັນລຸ​ຕາມ​ຈຸດປະສົງ​ທີ່​ ພັກ ​ແລະ​ລັດຖະບານ​ເຮົາ​ໄດ້​ວາງ​ອອກ, ​ແນ່ໃສ່​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ ປະຊາ ຊົນ​ບັນດາ​ເຜົ່າ​ໃຫ້​ດີ​ຂື້ນ​ເທື່ອ​ລະ​ກ້າວ, ແນ່​ໃສ່​ເຮັດ​ໃຫ້ ປະເທດຊາດ ສາມາດ ຫຼຸດພົ້ນ​ອອກຈາກ​ຄວາມທຸກ​ຍາກ​ ໃນ​ປີ 2015 ຕາມ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ IX ຂອງ​ພັກປະຊາຊົນ​ປະຕິວັດ​ລາວ ວາງ​ອອກ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250