ຂ່າວຕ່າງແຂວງ

ໂຄງການກໍ່ສ້າງ, ຍົກຍ້າຍ ແລະຈັດ ສັນເທດສະບານ ເມືອງ ກະລືມໃໝ່

2013-07-09 - Administrator

ເມືອງກະລືມ ເປັນເມືອງໜຶ່ງໃນຈໍານວນ 4 ເມືອງ ຂອງແຂວງເຊກອງ ຊຶ່ງມີທີ່ຕັ້ງຢູ່ເຂດພູ ດອຍຫ່າງໄກສອກຫຼີກ. ຫ່າງ ຈາກເທດສະບານແຂວງປະມານ 75 ກມ ແລະມີຄວາມຫຍຸ້ງຍາກສໍາລັບ ການພັດທະນາ, ເປັນເມືອງໜຶ່ງໃນຈໍານວນ 47 ເມືອງທີ່ທຸກຍາກທີ່ສຸດໃນທົ່ວປະເທດ. ລະດັບການພັດທະ ນາຍັງຕໍ່າ ໂດຍສະເພາະການພັດທະນາດ້ານພື້ນຖານ ໂຄງລ່າງ ຍັງຂາດແຄນຊັບພະຍາກອນມະນຸດ ທີ່ມີ ຄວາມຮູ້, ຄວາມສາມາດ ການພັດທະນາດ້ານການສຶກສາ ແລະ ການຂະຫຍາຍຕາໜ່າງສາທາລະນະສຸກ ຍັງບໍ່ທັນທົ່ວເຖິງ, ການຜະລິດຍັງອາໃສທໍາມະຊາດ, ຂາດເນື້ອທີ່ ທໍາການຜະ ລິດ, ມີອາຊີບເຮັດໄຮ່ເປັນຕົ້ນ ຕໍ ແຕ່ລະປີຍັງຂາດເຂົ້າກິນ ປະຊາຊົນມີລາຍໄດ້ຕໍ່າ, ຄວາມທຸກຍາກມີອັດຕາສ່ວນສູງ ເມື່ອທຽບກັບເມືອງ ອື່ນໆ. ເມືອງກະລືມເຖິງວ່າເປັນເມືອງທີ່ທຸກຍາກທີ່ສຸດ ນອນໃນ 47 ເມືອງທົ່ວປະເທດ. ແຕ່ເມືອງກະລືມ ເປັນເມືອງທີ່ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ, ແຮ່ທາດ, ແຫຼ່ງນໍ້າທີ່ອຸດົມສົມບູນຢ່າງຫຼວງຫຼາຍ ທີ່ບົ່ມຊ້ອນຢູ່ຂົງເຂດດັ່ງກ່າວ ເຊິ່ງເປັນທ່າແຮງທາງດ້ານອຸດສາຫະກໍາເຊັ່ນ: ທ່າແຮງທາງດ້ານຜະລິດພະ ລັງງານໄຟຟ້າ ນໍ້າຕົກ (ເຂື່ອນເຊກອງ 4, ເຊກອງ 5) ແລະທ່າແຮງທາງດ້ານບໍ່ແຮ່ ເປັນຕົ້ນແມ່ນບໍ່ຖ່ານ ຫີນ, ບໍ່ເຫຼັກ, ບໍ່ທອງຄໍາ ແລະ ແຮ່ທານອື່ນໆ.


        ສາເຫດທີ່ພາໃຫ້ມີການຍົກຍ້າຍເມືອງກະລືມ. ສາເຫດທີ 1: ຍ້ອນພື້ນທີ່ຂອງເມືອງກະລືມໃນ ປັດຈຸບັນ ແມ່ນ ນອນໃນເຂດນໍ້າຖ້ວມ ອ່າງໂຕ່ງໂຄງການໄຟຟ້າເຊກອງ 4, ເຊກອງ 5 ຕາມແຜນພັດ ທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ 6 ແລະຄັ້ງທີ 7 ຂອງລັດຖະບານ ແລະເປັນເຂດພື້ນທີ່ຂຸດຄົ້ນ ບໍ່ຖ່ານຫີນ ຂອງບໍລິສັດທີ່ໄດ້ຮັບການອະນຸຍາດ ສໍາປະທານ ຈາກລັດຖະບານ, ຊຶ່ງເປັນບ້ານທີ່ມີບໍລິມາດ ຖ່ານຫີນຈໍານວນຫຼວງຫຼາຍ. ສະນັ້ນລັດຖະບານຈື່ງ ໄດ້ຕົກລົງໃຫ້ຂຸດຄົ້ນໄມ້ ອອກຈາກພື້ນທີ່ດັ່ງກ່າວນີ້ ແມ່ນຈຸດເລີ້ມຕົ້ນຂອງໂຄງການ. ສາເຫດທີ 2: ມີຄວາມສ່ຽງຕໍ່ ສະພາບໄພທໍາມະຊາດ ໄດ້ເຄີຍເກີດນໍ້າ ຖ້ວມຫຼາຍຄັ້ງ. ຄັ້ງລ້າສຸດໃນທ້າຍປີ 2009 ເມືອງກະລືມ ໄດ້ຮັບຜົນກະທົບຢ່າງ ໜັກໜ່ວງ ຈາກພາຍຸ ເກດສະໜາ ເຮັດໃຫ້ສໍານັກງານຫ້ອງການຂອງລັດ, ບ້ານເຮືອງຂອງປະຊາຊົນ ແລະເຂດທໍາການ ຜະລິດ ຂອງປະຊາຊົນຖືກນໍ້າປ່າໄຫຼຊຸ ທັງເຮັດໃຫ້ໄດ້ຮັບຄວາມເສຍຫາຍ ເປັນມູນຄ່າມະຫາສານ ໂດຍສະເພາະ ແມ່ນເຂດເທດສະບານ ທີ່ເປັນຈຸດສໍາຄັນຂອງເມືອງ ແມ່ນໄດ້ຮັບຜົນກະທົບຫຼາຍກວ່າບ່ອນອື່ນ. ສາເຫດທີ 3: ຍ້ອນວ່າທີ່ຕັ້ງຂອງ ເມືອງກະລຶມໃນປັດຈຸບັນບໍ່ເໝາະສົມ, ມີຄວາມຫຍຸ້ງຍາກໃນດ້ານການ ປົກຄອງ, ດ້ານການພັດທະ ນາ, ການແກ້ໄຂຄວາມທຸກຍາກ ກໍ່ຄືການປົກປັກຮັກສາຄວາມສະຫງົບຢູ່ຊາຍແດນ, ຍ້ອນພົນລະເມືອງຂອງເມືອງ ກະລືມ 90% ແມ່ນອາໃສຢູ່ຟາກນໍ້າເຊກອງ ເບື້ອງຕາເວັນອອກລຽບ ຊາຍແດນເປັນສ່ວນໃຫຍ່. ຍ້ອນທີ່ຕັ້ງເມືອງກະລຶມ ເກົ່າຕັ້ງຢູ່ຫ່າງໄກ ຈາກບັນດາກຸ້ມບ້ານ ເຮັດໃຫ້ການໄປ ມາຫາສູ່ແຕ່ກຸ່ມບ້ານ ຫາເມືອງມີຄວາມຍາກລໍາບາກ ແລະພື້ນທີ່ ບໍ່ສາມາດຮອງຮັບ ໃຫ້ແກ່ການພັດທະນາ ໃນອານາຄົດໄດ້. ສາເຫດທີ 4: ຖືວ່າໂຄງການດັ່ງກ່າວເປັນພັນທະຂອງ ພັກ-ລັດຖະບານລາວ ທີ່ມີຕໍ່ທ້ອງ ຖິ່ນວິລະຊົນ, ຊົນເຜົ່າພູດອຍ ທີ່ໄດ້ປະກອບສ່ວນເຮັດການປະຕິວັດ ປົດປ່ອຍຊາດ ໃນເມື່ອກ່ອນຕາມແນວ ທາງ ແຜນນະໂຍບາຍຂອງພັກ.


        ຍ້ອນສາເຫດດັ່ງກ່າວ, ພັກ-ລັດຖະບານ ຈຶ່ງຕົກລົງໃຫ້ກໍ່ສ້າງເມືອງກະລືມໃໝ່ຂື້ນ ເພື່ອຍົກຍ້າຍ ຈາກບ່ອນເກົ່າ ໄປຢູ່ຂົງເຂດ ບ້ານວັກ ເຊິ່ງຫ່າງຈາກ ເມືອງກະລຶມເກົ່າໄປປະມານ 32 ກມ, ເຊິ່ງເປັນ ບ່ອນທີ່ມີຄວາມເໝາະສົມກວ່າໝູ່ ສະພາບພູມມີປະເທດເປັນຫຼຸບໂນນ ມີລະດັບຄວາມສູງຫ່າງຈາກໜ້ານໍ້າ ທະເລປະມານ 580 ແມັດ, ມີແຫຼ່ງນໍ້າທີ່ ອຸດົມສົມບູນ ທີ່ສາມາດສະໜອງໃຫ້ເທດສະບານເມືອງໃໝ່ເຊິ່ງ ເໝາະແກ່ການຜະລິດກະສິກໍາ, ປູກຝັງ, ລ້ຽງສັດ ແລະ ອື່ນໆ. ເມື່ອໄດ້ຮັບການຊີ້ນໍາຈາກ ພັກ-ລັດຖະບານ ທີ່ຕົກລົງມອບໃຫ້ກຸ່ມ ບໍລິສັດພອນສັກ ເປັນຜູ້ລົງທືນກໍ່ສ້າງ ເມືອງ ກະລືມໃໝ່ ແລະຜ່ານການກໍານົດໂຄງ ການ, ຄິດໄລ່ມູນຄ່າ, ເຈລະຈາຕໍ່ລອງ ຈິ່ງໄດ້ເຊັນສັນຍາຢ່າງເປັນທາງການ ຂື້ນໃນວັນທີ 16 ມັງກອນ 2012 ຢູ່ທີ່ໂຮງແຮມລາວພຣາຊາ. ມູນຄ່າຂອງໂຄງການຍົກຍ້າຍ ຈັດສັນເທດສະບານ ເມືອງ ກະລືມ ແມ່ນ 930.549.357.936 ກີບ ຄິດເປັນ USD = 116.318.670, ໃນນັ້ນມີມູນຄ່າວ່າຈ້າງທີ່ປືກສາ 1.110.000 ໂດລາ ແລະຮັບຮອງເອົາ ບໍລິສັດບົວລະພາພັດທະນາ ວິສາວະກອນ ທີ່ປຶກສາເປັນຜູ້ຄວບ ຄຸມການກໍ່ສ້າງ.


        ຫຼັງຈາກນັ້ນມາໃນວັນທີ 31 ມັງກອນ 2012 ທາງອໍານາດການປົກຄອງແຂວງ ແລະເມືອງສົມ ທົບກັບປະຊາຊົນ ໃນຂົງເຂດດັ່ງກ່າວ ໄດ້ພ້ອມກັນຈັດພິທີວາງສີລາລືກຂຶ້ນ ຕາມຮີດຄອງປະເພນີທາງສາ ສະໜາ ຢູ່ທີ່ເມືອງກະລືມໃໝ່ ໂດຍມີອໍານາດການປົກຄອງແຂວງ, ເມືອງ ແລະປະຊາຊົນເຂົ້າຮ່ວມຢ່າງ ພ້ອມພຽງ. ໄລຍະການປະຕິບັດໂຄງການແມ່ນ 36 ເດືອນ, ຈະໃຫ້ສໍາເລັດໂຄງການໃນວັນທີ 16 ມັງ ກອນ 2015.


      ປະຈຸບັນ ໂຄງການດັ່ງກ່າວມີຄວາມຄືບໜ້າໄປຫຼາຍ, ໜ້າວຽກທີ່ສາມາດປະຕິບັດໄດ້ມີຄື: ເກັບ ກູ້ລະເບີດທີ່ຍັງບໍ່ ທັນແຕກ ອອກຈາກເນື້ອທີ ທີ່ຈະກໍ່ສ້າງເມືອງກະລຶມໃໝ່ສໍາເລັດ 100%, ສໍາຫຼວດ-ອອກ ແບບຜັງເມືອງ, ອອກແບບ ອາຄານ, ສໍານັກງານຂອງລັດ, ເຮືອນປະຊາຊົນ ແລະແລວທາງຂື້ນຫາເມືອງ- ທາງໃນເທດສະບານເມືອງ ສໍາເລັດ, ຟື້ນຟູເສັ້ນທາງແຕ່ ເມືອງກະລືມເກົ່າ-ເມືອງກະລືມໃໝ່ ປະຕິບັດໄດ້ 45%, ປະຈຸບັນກໍາລັງສ້ອມແປງຈຸດທີ່ມີຄວາມສ່ຽງ ຕາມເສັ້ນທາງໃຫ້ສາມາດທຽວໄດ້ທັງສອງລະດູ ສາ ມາດເຄື່ອນຍ້າຍ ນໍາວັດສະດຸໄວ້ເພື່ອກໍ່ສ້າງ ໃນໄລຍະລະດູຝົນ, ປຸກເບີກສະຖານທີ່ທະລຸເສັ້ນທາງ ຕາມ ແຜນຜັງຊີ້ນໍາລວມ ແລະມີບາງອັນໄດ້ມີການປ່ຽນແປງແລວທາງ, ດັດປັບເພື່ອ ໃຫ້ເໝາະສົມກັບສະພາບ ພື້ນທີຕົວຈິງ ໂດຍສົມທົບກັບສະຖາບັນ ໂຍທາ ແລະຂົນສົ່ງ ລົງມາໃກ້ຊິດ ເປີດກອງປະຊຸມ ເພື່ອດັດແກ້ ແຜນຜັງເຊັ່ນ: ການຈັດວາງລະບົບເສັ້ນທາງ, ອາຄານທີ່ຢູ່ອາໃສ, ບາງສວນຕາມການວາງແຜນໃນເບື້ອງ ຕົ້ນ ແມ່ນຕົກຢູ່ເຫວເລິກບໍ່ສາມາດປະຕິບັດໄດ້, ບຸກເບີກເນື້ອທີດິນຕັດ, ດິນຖົມບ່ອນທີ່ປຸກສ້າງອາຄານໄດ້ ຈໍານວນໜຶ່ງ, ກໍ່ສ້າງທາງປູຢາງໃນເທດສະບານແຂວງເຊກອງ ປະຕິບັດໄດ້ປະມານ 28% ທີ່ມີມູນຄ່າ ນອນໃນມູນຄ່າກໍ່ສ້າງ ເມືອງກະລືມໃໝ່.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250