ຂ່າວຕ່າງແຂວງ

ພິທີ ມອບ-ຮັບ ແລະເປີດການນໍາໃຊ້ ຂົວເຊກະໝານ II ທີ່ ແຂວງອັດຕະປື

2013-08-29 - Administrator



ພາຍຫຼັງທີ່ໄດ້ດໍາເນີນການກໍ່ສ້າງ ຂົວເຊກະໜານ 2 ມາແຕ່ເດືອນ ພະຈິກ 2011 ມາເຖິງວັນທີ 26 ສິງຫາ 2013 ໄດ້ຈັດພິທີ ມອບ-ຮັບ ແລະເປີດນໍາໃຊ້ຂົວດັ່ງກ່າວ ຢ່າງເປັນທາງການ ໂດຍການ ເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດ, ທ່ານ ດຣ ຄໍາພັນ ພົມມະທັດ, ເຈົ້າແຂວງ ແຂວງອັດຕະປື, ທ່ານ ນາງ ຈຸນໂກ ໂຍໂກຕະ (Junko YOKOTA) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງປະເທດຍີ່ປຸ່ນ ປະຈໍາລາວ, ພ້ອມດ້ວຍແຂກທີ່ຖືກຮັບເຊີນຈາກບັນດາ ແຂວງອ້ອມຂ້າງ, ບັນດາກະຊວງທີ່ກ່ຽວຂ້ອງ ແລະອໍານາດການປົກຄອງທ້ອງຖິ່ນ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີການ ມອບ-ຮັບ ແລະເປີດການນໍາໃຊ້ຂົວເຊກະໝານ 2, ທ່ານ ສົມໄຊ ລຸນທະປັນຍາ ຫົວໜ້າບໍລິສັດຜູ້ຮັບເໝົາໂຄງການ ກໍ່ສ້າງຂົວດັ່ງກ່າວ ໄດ້ຂື້ນລາຍງານໂດຍຫຍໍ້ກ່ຽວກັບ ຜົນສໍາເລັດຂອງໂຄງ ການກໍ່ສ້າງວ່າ: ຂົວເຊຂະໝານ 2 ແມ່ນ ຕັ້ງຢູ່ລະຫວ່າງ ບ້ານສາມັກຄີໄຊ ແລະ ບ້ານເຊກະໝານ ເມືອງສາມັກຄີໄຊແຂວງ ອັດຕະປື, ມີຈຸດເລີ່ມຕົ້ນທີ່ບ້ານສາມັກຄີໄຊ ຢູ່ກິໂລແມັດທີ 1+200 ຂອງເສັ້ນ ທາງເລກທີ 18B ຕັດຜ່ານແມ່ນ້ຳ ເຊກະໝານຫາເສັ້ນທາງ 1J ທີ່ຫ່າງຈາກບ້ານເຊກະໝານ ມາທາງ ເມືອງພູວົງປະມານ 1 ກມ. ຂົວດັ່ງກ່າວ ຈະເປັນເສັ້ນທາງເຊື່ອມຕໍ່ລະຫວ່າງເສັ້ນທາງເລກທີ 18B ກັບເສັ້ນທາງ 1J ໄປຫາເມືອງພູວົງ ຫຼືໄປຫາຊາຍແດນ ກຳປູເຈັຍ. ໂຄງການດັ່ງກ່າວນີ້ແມ່ນໄດ້ຮັບທຶນການຊ່ວຍເຫຼືອລ້າຈາກ ລັດຖະບານຍີ່ປຸ່ນ ຈຳນວນ 2.6 ລ້ານໂດລາ ສະຫະລັດ ແລະ ທຶນສົມທົບພາຍໃນຂອງ ສປປລາວ 3.27 ລ້ານໂດລາສາຫະລັດ ລວມທັງໜົດ 5.87 ລ້ານໂດລາ ສະຫະລັດ, ໂດຍແມ່ນ ບໍລິສັດລັດ ວິສາຫະກິດວິສະວະກຳຄົມມະນາຄົມ (LTEC) ເປັນຜູ້ລົງມືສຳຫຼວດ-ອອກແບບ ແລະໄດ້ມອບໃຫ້ບໍລິສັດລັດວິສາຫະກິດກໍ່ສ້າງ ຂົວທາງເລກ 8 (R8CE) ເປັນຜູ້ຮັບເໝົາການກໍ່ສ້າງ ຮ່ວມກັບບໍລິສັດ ສົມໄຊຈະເລີນກໍ່ສ້າງ (SXCC). ໃນສັນຍາເບື້ອງຕົ້ນ ໄລຍະຂອງ ການກໍ່ສ້າງແມ່ນ 24 ເດືອນ, ເລີມແຕ່ວັນທີ 5 ສິງຫາ 2010 ເປັນຕົ້ນມາ. ແຕ່ເນື່ອງຈາກວ່າໃນການປະຕິບັດ ມີບາງໜ້າວຽກເພີ່ມຂຶ້ນ 15% ຂອງມູນຄ່າສັນຍາ ເບື້ອງຕົ້ນ, ໂດຍອີງຕາມບົດບັນທຶກກອງປະຊຸມໃນວັນທີ 31 ກໍລະກົດ 2012 ທີ່ພະແນກ ຍທຂ ແຂວງ ອັດຕະປື ແລະ ຂໍ້ຕົກລົງຂອງເຈົ້າແຂວງ ແຂວງອັດຕະປື ສະບັບເລກທີ 1099/ຈຂ.ອປ ວັນທີ 9 ສິງຫາ 2012. ມາໃນວັນທີ 5 ສິງຫາ 2012 ຈຶ່ງໄດ້ມີການຕໍ່ສັນຍາການກໍ່ສ້າງຕື່ມອີກ 09 ເດືອນ. ເລີ່ມແຕ່ວັນທີ 6 ສິງຫາ 2012 ຫາວັນທີ 5 ພຶດສະພາ 2013, ໄລຍະການກໍ່ສ້າງລວມທັງໜົດ 33 ເດືອນ ແລະ ໄລຍະການຄ່ຳປະກັນ 12 ເດືອນ. ຂົວດັ່ງກ່າວແມ່ນໄດ້ຮັບການອອກແບບ ຕາມມາດ ຕະຖານສາກົນ ທີ່ມີຄວາມຍາວທັງໜົດ 208 ແມັດ, ກ້ວາງທັງໜົດ 11.5 ແມັດ, ໜ້າທາງລົດແລ່ນມີ 2 ເລ່ນກວ້າງເລ່ນລະ 3.75 ແມັດທັງໜົດ 7.5 ແມັດ, ມີທາງຍ່າງສອງເບື້ອງກວ້າງເບື້ອງ ລະ 1.5 ແມັດ ເປັນຂົວປະເພດຂາງເບຕົງທີ່ອັດແຮງຮູບຕົວໄອ (I) ຊ່ວງຍາວ 33 ແມັດມີຈຳນວນທັງໜົດ 6 ຊ່ວງ. ນອກນີ້ຍັງມີທາງເຂົ້າຂົວຍາວທັງໜົດ 3.7 ກມ, ທາງກວ້າງທັງໜົດ 9 ແມັດລວມ ມີບ່າທາງເບື້ອງລະ 1 ແມັດ.


ໃນພິທີ ທີ່ມີຄວາມໝາຍອັນສໍາຄັນນີ້ ທ່ານ ນາງ ຈຸນໂກະ ໂຍໂກຕະ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ດຣ ຄໍາພັນ ພົມມະທັດ, ເຈົ້າແຂວງ ແຂວງອັດຕະປື ໄດ້ມີຄໍາເຫັນ ເຊິ່ງທ່ານໄດ້ຍົກໃຫ້ ເຫັນເຖິງຄວາມ ສໍາຄັນຂອງການເຊື່ອມໂຍງລະຫວ່າງ ອາຊຽນຍີ່ປຸ່ນ, ການພັດທະນາເຂດ 3 ຫຼ່ຽມເສດຖະກິດ ລາວ-ຫວຽດ-ກໍາປູເຈຍ ໃຫ້ເຂັ້ມແຂງ ແລະພັດທະ ນາເສດຖະກິດໃນອານຸພາກພື້ນ. ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດ ທ້ອງຖິ່ນ ໃຫ້ມີການພັດທະນາດີ ຂື້ນພ້ອມກັນທະນຸບໍາລຸງ ແລະນໍາໃຊ້ຂົວດັ່ງກ່າວໃຫ້ມີປະສິດທິພາບ ແລະຍາວນານ. ໃນຕອນທ້າຍຂອງພິທີອັນສໍາຄັນນີ້ ຄະນະນໍາ ທັງສອງຝ່າຍກໍໄດ້ໃຫ້ກຽດຂື້ນຕັດແຖບຜ້າ ແລະເປີດປ້າຍການນໍາໃຊ້ ຂົວຂ້າມນໍ້າເຊກະໝານ 2 ຢ່າງເປັນທາງການ ໃນທ່າມກາງ ບັນຍາກາດທີ່ອົບອຸ່ນ, ສະນິດສະໜົມ ແລະຝົດຟື້ນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250