ຂ່າວຕ່າງແຂວງ

ໂຄງການກໍ່ສ້າງທາງ ໃນເທດສະບານ ເມືອງທ່າແຕງ

2013-09-03 - Administrator


ໂຄງການກໍ່ສ້າງເສັ້ນທາງໃນເທດສະບານເມືອງທ່າແຕງ ແຂວງເຊກອງ ເປັນໂຄງການບຸລິມະສິດໜຶ່ງທີ່ສໍາຄັນ ໃນການເຊື່ອມຕໍ່ ລະຫວ່າງ ເມືອງຕໍ່ເມືອງ ແລະ ລະຫວ່າງບັນດາແຂວງ ພາກໃຕ້ຂອງລາວ ເພື່ອອໍານວຍຄວາມສະດວກໃນການໄປມາຫາສູ່, ການ ທ່ອງທ່ຽວ, ການຂົນສົ່ງສິນຄ້າ ໃຫ້ມີຄວາມສະດວກວ່ອງໄວ ແລະມີຄວມປອດໄພ.


      ໂຄງການກໍ່ສ້າງເສັ້ນທາງ ໃນເຂດເທດສະບານເມືອງທ່າແຕງ ມີໄລຍະທາງທັງໝົດ 17.5 ກມ. ປູຢາງ 5 ກມ, ປູດິນແດງ 12.5 ກມ ແລະສວນສາທາລະນະ 1 ຈຸດ. ທາງດັ່ງກ່າວ ເປັນທາງຊັ້ນສີ່, ໜ້າທາງກວ້າງທັງໝົດ 20 ແມັດ, ຄວາມກວ້າງຂອງໜ້າທາງ ລົດແລ່ນ 16 ແມັດ ແບ່ງອອກເປັນ 4 ເລນ, ໜ້າທາງປູດ້ວຍຢາງສອງຊັ້ນ, ບ່າທາງກວ້າງເບື້ອງລະ 2 ແມັດ (ມີດອນກາງທາງກວ້າງ 1 ແມັດ ຢູ່ໃນເຂດຊຸມຊົນ), ແບ່ງອອກເປັນ 4 ເລນ, ໜ້າທາງປູດ້ວຍຢາງສອງຊັ້ນ. ໂຄງສ້າງຊັ້ນພື້ນທາງ Basecourse ປະກອບດ້ວຍ ຊັ້ນຫີນຂົບໜາ 20 ຊມ, ຊັ້ນຮອງພື້ນທາງ Subbasecourse ໜາ 20 ຊມ. ຊັ້ນວັດສະດຸຄັດເລືອກ Subgrade ໜາ 30 ຊມ, ອອກແບບບົນພື້ນ ຖານຄວາມໄວສູງສຸດ 60 ກມ/ຊມ. ຕໍ່າສຸດ 30 ກມ/ຊມ, ລັດສະໝີ ທາງຮາບ ໃຫຍ່ສຸດ 1500 ມ ແລະ ໜ້ອຍສຸດ 60 ມ. ໂດຍແມ່ນ ບໍລິສັດທີ່ປຶກສາ ເອັດຈີ່ ເປັນຜູ້ສໍາຫຼວດອອກແບບ.


      ໂຄງການດັ່ງກ່າວນີ້ ໄດ້ເລີ່ມກໍ່ສ້າງແຕ່ວັນທີ 25 ກຸມພາ 2013 ໂດຍແມ່ນບໍລິສັດ ທອງສະຫວັດ ກໍ່ສ້າງຂົວ-ທາງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າສັນຍາທັງໝົດ  105.000.000.000 ກີບ (ໜຶ່ງ ຮ້ອຍຫ້າຕື້ກີບ) ແລະຈະໃຫ້ສໍາເລັດພາຍໃນ 3 ປີ ຕາມກໍານົດສັນຍາ. ໂດຍພາຍໃຕ້ການຊີ້ນໍາຂອງ ທ່ານເຈົ້າແຂວງ ແຂວງເຊກອງ, ພະແນກໂຍທາທິການ ແລະຂົນສົ່ງ ປະຈໍາແຂວງ ເຊກອງ. ກໍ່ໄດ້ລົງຕິດຕາມ, ກວດກາ, ຊຸກຍູ້ການກໍ່ສ້າງຢ່າງເປັນປົກກະຕິ ເພື່ອໃຫ້ການຈັດຕັ້ງປະຕິບັດສໍາເລັດຕາມລະດັບຄາດໝາຍ ທີ່ວາງໄວ້.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250