ຂ່າວຕ່າງແຂວງ

ໂຄງການກໍ່ສ້າງນໍ້າປະປາ ແລະສຸຂາພິບານ ຕົວເມືອງນ້ອຍ ເມືອງທ່າແຕງ ແຂວງເຊກອງ

2013-09-04 - Administrator


ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ແຫ່ງ​ຊາດ ຂອງ​ປະ​ເທດ​ເຮົາ​ນັ້ນ ປະກອບດ້ວຍຫລາຍດ້ານ, ການພັດທະນາ​ດ້ານ​ເຄຫາສະຖານ-ຜັງ​ເມື​ອງ ​ແລະພັດທະນາ​ຕົວ​ເມືອງ, ​ນໍ້າ​ປະປາ ​​ກໍ່ແມ່ນປັດໃຈທີ່​ສໍາຄັນ​ ແລະຈໍາເປັນ. ​ເວົ້າ​ສະ​ເພາະ​ການ​ພັດທະນາ​ລະບົບ​ນໍ້າ​ປະປາ ແມ່ນເປັນບູລິມະສິດໜຶ່ງທີ່ຂາດບໍ່ໄດ້ ເພື່ອສະໜອງນໍ້າສະອາດໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ຊົມໃຊ້ເຂົ້າໃນ​ການ​ດໍາລົງ​ຊີວິ​ດປະຈໍາວັນ ຂອງເຂົາເຈົ້າ.  ​


      ຢູ່ເມືອງທ່າແຕງ ແຂວງເຊກອງ, ຂະແໜງເຄຫາ-ຜັງເມືອງ-ສິ່ງແວດລ້ວມ ແລະນໍ້າປະປາ ທີ່ຂື້ນກັບພະແນກໂຍທາທິການ ແລະ ຂົນສົ່ງ ປະຈໍາແຂວງ ໄດ້ຕັ້ງໜ້າປະກອບສ່ວນ ໃນການສະໜອງນໍ້າສະອາດໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ, ໂດຍສະເພາະ ແມ່ນການສະໜອງນໍ້າປະປາ ແລະ ສຸຂາພິບານໃນຂອບເຂດ 6 ໜູ່ບ້ານ ຄື: ບ້ານກົງຕາຢຸນ, ບ້ານທ່າແຕງເໜືອ, ບ້ານທ່າແຕງໃຕ້, ບ້ານຫ້ວຍຊາຍ, ບ້ານປົ່ງເໜືອ ແລະບ້ານປົ່ງໃຕ້. ລວມມີ 2000 ກວ່າຄອບຄົວ, ແນໃສ່ໃຫ້ປະຊາຊົນຫລາຍກວ່າ 9 ພັນຄົນໃຫ້ໄດ້ ຊົມໃຊ້ນໍ້າປະປາທີ່ສະອາດ. ການກໍ່ສ້າງອ່າງເກັບນໍ້າປະປາ ທີ່ເມືອງທ່າແຕງ ແຂວງເຊກອງ ຈະສາມາດຜະລິດນໍ້າໄດ້ 2700 ແມັດ ກ້ອນຕໍ່ວັນ. ໂຄງການດັ່ງກ່າວໄດ້ຮັບທຶນຊ່ວຍເຫຼືອຈາກ ADB 90% ແລະທຶນສົມທົບຈາກລັດຖະບານ ສປປ ລາວ 10% ມູນຄ່າ ໃນການກໍ່ສ້າງ 1.771.425 ໂດລາສະຫະລັດ. ໂດຍມອບໃຫ້ບໍລິສັດ ພຸດປະເສີດກໍ່ສ້າງ-ສ້ອມແປງ ເຄຫາສະຖານ ເປັນຜູ້ຮັບເໝົາ ການກໍ່ສ້າງ. ເຊິ່ງໄດ້ເລີ່ມລົງມືການກໍ່ສ້າງໃນ ວັນທີ 13 ມີນາ 2013 ແລະຈະໃຫ້ສໍາເລັດໃນວັນທີ 13 ກັນຍາ 2014 ປະຈຸບັນ ການກໍ່ສ້າງມີຄວາມຄືບໜ້າໄປແລ້ວ 20% ຂອງໜ້າວຽກທັງໝົດ.


ນອກຈາກນີ້, ຍັງໄດ້ມີການປັບປຸງສະພາບແວດລ້ອມໃນຕົວເມືອງທ່າແຕງ, ສ້າງຮ່ອງລະບາຍນໍ້າໃນຕົວເມືອງ ປະມານ 2000 ແມັດ. ນອກນັ້ນ, ຍັງໄດ້ສ້າງທາງຍ່າງ, ຮ່ອງລະບາຍນໍ້າ, ສ້າງວິດຖ່າຍ ໃຫ້ກັບຄອບຄົວຜູ້ທຸກຍາກ ແລະຫ້ອງການບ້ານ ຈຳນວນ 6 ບ້ານ.


      ພາຍຫຼັງໂຄງການກໍ່ສ້າງສໍາເລັດ ຈະສາມາດສະໜອງນໍ້າສະອາດ ແລະສຸຂາພິບານຂອງເມືອງໃຫ້ ແກ່ປະຊາຊົນບັນດາ ເຜົ່າໄດ້ ຊົມໃຊ້, ເປັນການປະຢັດເວລາໃນການຊອກຫານໍ້າ, ເປັນຕົວເມືອງໄດ້ຮັບການພັດທະນາ, ຫລຸດຜ່ອນການເກີດພະຍາດ ແລະ ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວດີຂື້ນຕື່ມ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250