ຂ່າວຕ່າງແຂວງ

ຜົນເສຍຫາຍຈາກອຸທົກກະໄພ ທີ່ແຂວງອັດຕະປື

2013-10-11 - Administrator


ອຸທົກກະໄພ ຫຼືໄພນໍ້າຖ້ວມ ທີ່ແຂວງອັດຕະປື ໃນໄລຍະວັນທີ 19-25 ກັນຍາ 2013. ທີ່ຜ່ານມາ ໄດ້ສ້າງຜົນເສຍຫາຍແກ່ ສັບສິນ, ຜົນລະປູກຂອງປະຊາຊົນ, ລວມທັງຖະໜົນຫົນທາງເປັນຈໍານວນຫຼວງ ຫຼາຍ. ຕາມແຫຼ່ງຂ່າວຈາກ ພະແນກ ໂຍທາທິການ ແລະຂົນສົ່ງ ປະຈໍາແຂວງອັດຕະປື ໄດ້ລາຍງານສະ ພາບເສັ້ນທາງ ແລະ ຜົນເສຍຫາຍຂອງເສັ້ນທາງໃຫ້ຮູ້ ວ່າ: ມີຫຼາຍເສັ້ນທີ່ຖືກນໍ້າຖ້ວມ ແລະໄດ້ຮັບຜົນ ເສຍຫາຍມີທາງ: 1 ໄອ, ທາງ 18 ເບ, ທາງ 18 ອາ ແລະ ທາງ 1 ເຈ ທາງ 1 ໄອ ມີນໍ້າຖ້ວມ 14 ຈຸດ. ທາງຖືກຕັດຂາດ ບໍ່ສາມາດສັນຈອນໄດ້, ໃນວັນທີ 19-20 ກັນຍາ 2013 ຄື: ຢູ່ ກມ 2+500, ກມ 2+800, ກມ 9+700, ກມ 16+950 ນໍ້າຖ້ວມເລິກປະມານ 0.8 ແມັດ, ຢູ່ ກມ 10+600 ນໍ້າຖ້ວມປະມານ 0.5 ແມັດ, ຢູ່ ກມ 12+550-ກມ 13+150 ນໍ້າຖ້ວມ ປະມານ 1.5 ແມັດ, ຢູ່ ກມ 14+500, ຢູ່ ກມ 36+200, ກມ 37+400, ກມ 39+100 ນໍ້າຖ້ວມປະ ມານ 1.2 ແມັດ, ຢູ່ ກມ 41+300, ກມ 41+900 ແລະ ກມ 42+600 ນໍ້າຖ້ວມປະມານ 2.2 ແມັດ. ຂົວຫ້ວຍເຕົາໄຫ ກມ 2+800 ແລະ ຂົວຫ້ວຍຍຸບ ທັງ 2 ເບື້ອງຕ້ອງແກ້ໄຂດ່ວນ. ມາໃນວັນທີ 21 ກັນ ຍາ 2013 ມາເຖິງປັດຈຸບັນ ແມ່ນສາ ມາດສັນຈອນໄດ້ຕາມປົກກະຕິແລ້ວ. ມາໃນວັນທີ 22-23 ກັນຍາ ທາງ 18 ເບ. ນໍ້າຖ້ວມເສັ້ນທາງບໍ່ສາມາດສັນຈອນໄດ້ 6 ຈຸດ ແລະດິນເຈື່ອນຖົມໜ້າທາງ, ຮ່ອງ ນໍ້າ ຈໍານວນ 30 ຈຸດ. ກມ 4+200 ປະມານ 1.9 ແມັດ, ຢູ່ ກມ 4+800 ນໍ້າຖ້ວມປະມານ 1.7 ແມັດ, ຢູ່ ກມ 8+600 ນໍ້າຖ້ວມປະມານ 0.5 ແມັດ, ຢູ່ ກມ 9+400 ນໍ້າຖ້ວມປະມານ 0.6 ແມັດ, ກມ 10+550 ປະມານ 0.9 ແມັດ​. ຢູ່ ກມ 18+100 ປະມານ 1.2 ແມັດ. ທາງພະແນກ ຍທຂ ໄດ້ແກ້ໄຂຢ່າງເລັ່ງດ່ວນ ມາໃນວັນ 24 ກັນຍາ 2013 ສາມາດສັນ ຈອນໄດ້ຕາມປົກກະຕິ. ວັນທີ 22-23 ກັນຍາ ດິນເຈື່ອນຖົມໜ້າທາງ ແລະຮ່ອງນໍ້າ ເລີ້ມແຕ່ ກມ 46+00 ຫາ ກມ 110+100 ດິນເຈື່ອນຖົມໜ້າທາງ ບໍ່ສາມາດສັນຈອນໄດ້ໂດຍສະເພາະແມ່ນຢູ່ ກມ 75+200, ກມ 97+100, ກມ 101+950. ທາງພະແນກ ຍທຂ ໄດ້ເອົາໃຈໃສ່ ຍົກຍ້າຍດິນເຈືອນອອກຈາກໜ້າ ທາງ ແລະສາມາດສັນ ຈອນໄດ້ຕາມປົກ ກະຕິແລ້ວ ໃນວັນທີ 23 ກັນຍາ 2013. ທາງ 18 ອາ ນໍ້າຖ້ວມທາງ ແລະບໍ່ສາມາດສັນຈອນໄດ້ ແຕ່ເທດສະບານແຂວງ ກມ 0+00 ຫາ ບ້ານໃໝ່ ກມ 45+700 ແຕ່ວັນທີ 19-24 ກັນຍາ 2013, ວັນທີ 24 ກັນຍາ 2013 ເຖິງປັດຈຸບັນ ແມ່ນສາມາດສັນຈອນໄດ້ເຖິງ ຂົວຫ້ວຍ ໂອດ ກມ 17+500. (ຜົນເສຍຫາຍຍັງບໍ່ທັນສາມາດປະເມີນໄດ້ ເພາະເສັ້ນທາງຍັງຖືກຕັດຂາດຫຼາຍໆໄລຍະ). ທາງ 1 ເຈ. ວັນທີ 19-24 ນໍ້າຖ້ວມທາງໄລຍະບ້ານ ເຊກະໝານ ກມ 2+100 ບໍ່ສາມາດສັນ ຈອນໄດ້, ບ້ານພູວົງນໍ້າ ຖ້ວມ 5 ຈຸດ ແຕ່ສາມາດສັນຈອນໄດ້. ຜົນເສຍຫາຍຍັງບໍ່ທັນປະເມີນໄດ້ເທື່ອ. ສ່ວນເສັ້ນທາງຫຼວງທ້ອງຖິ່ນ ແລະບ້ານເຮືອນປະຊາຊົນໄດ້ຮັບຜົນເສຍຫາຍ: ເມືອງສາມັກຄີໄຊ ນໍ້າຖ້ວມບ້ານຂອງ ປະຊາຊົນທັງໜົດ 32 ບ້ານ (ໃນຈໍານວນ 42 ບ້ານ). 1ໃນວ 9-21 ກັນຍາ 2013 ນໍ້າໄດ້ໄຫຼເຂົ້າຖ້ວມ 21 ບ້ານ, ວັນທີ 21-23 ກັນຍາ 2013 ຖ້ວມອີກ 8 ບ້ານ ລວມເປັນ 29 ບ້ານ ແລະໃນວັນທີ 23-25 ກັນຍາ 2013 ຖ້ວມຕື່ມອີກ 3 ບ້ານ ລວມເປັນ 32 ບ້ານ ປະຈຸບັນແມ່ນໄດ້ລົງເກັບ ກໍາຂໍມູນຜົນເສຍຫາຍ ແລະໃຫ້ການຊ່ວຍເຫຼືອ. ເມືອງພູວົງ, ທາງພູວົງ- ນໍ້າກົງ ນໍ້ຖ້ວມທາງ 9 ຈຸດ ທີ່ມີ ລວງຍາວປະມານ 1.860 ແມັດ (ຄວາມດໍາເນີນເກັບກໍາຜົນເສຍຫາຍ), ທາງພູວົງ- ນາເຊືອກ ນາຖ້ວມ ທາງ 4 ຈຸດ ລວງຍາວປະມານ 150 ແມັດ (ຄວາມດໍາເນີນເກັບກໍາຜົນເສຍຫາຍ) ທາງວົງລະຄອນ ນໍ້າ ຖ້ວມຂົວ 1 ແຫ່ງ (ຄວາມດໍາເນີນເກັບກໍາຜົນເສຍຫາຍ), ທາງກຸດຄັງ ນໍ້າຖ້ວມທາງ 3ຈຸດ (ຄວາມດໍາ ເນີນເກັບກໍາຜົນເສຍ ຫາຍ). ນໍ້າຖ້ວມເຮືອນ ແລະຮ້ານຂາຍເຄື່ອງ ຂອງປະຊາຊົນ ທັງໝົດ 574 ຫຼັງ ແລະນໍ້າຖ້ວມໂຮງຮຽນ 3 ຫຼັງ (ຢູ່ບ້ານ ວົງລະຄອນ, ບ້ານວັງຍາງ, ບ້ານວົງວິໄລ). ເມືອງຊານໄຊ ວັນທີ 22-23 ກັນຍາ 2013 ນໍ້າຖ້ວມ 3 ບ້ານ, ເສັ້ນທາງ 9001 ໄລຍະທາງແຕ່ເທດສະບານເມືອງ ຊານໄຊ-ຈະເລີນໄຊ ມີດິນເຈື່ອນຖົມໜ້າທາງ ແລະຮ່ອງລະບາຍນໍ້າ ຢູ່ ກມ 37+00-ກມ 39+100 ບໍ່ສາ ມາດສັນຈອນໄດ້ ນໍ້າຖ້ວມ 5 ບ້ານ, ຕ້ານ

ອຸທົກກະໄພ ຫຼືໄພນໍ້າຖ້ວມ ທີ່ແຂວງອັດຕະປື ໃນໄລຍະວັນທີ 19-25 ກັນຍາ 2013. ທີ່ຜ່ານມາ ໄດ້ສ້າງຜົນເສຍຫາຍແກ່ ສັບສິນ, ຜົນລະປູກຂອງປະຊາຊົນ, ລວມທັງຖະໜົນຫົນທາງເປັນຈໍານວນຫຼວງ ຫຼາຍ. ຕາມແຫຼ່ງຂ່າວຈາກ ພະແນກ ໂຍທາທິການ ແລະຂົນສົ່ງ ປະຈໍາແຂວງອັດຕະປື ໄດ້ລາຍງານສະ ພາບເສັ້ນທາງ  ແລະ ຜົນເສຍຫາຍຂອງເສັ້ນທາງໃຫ້ຮູ້ ວ່າ: ມີຫຼາຍເສັ້ນທີ່ຖືກນໍ້າຖ້ວມ ແລະໄດ້ຮັບຜົນ ເສຍຫາຍມີທາງ: 1 ໄອ, ທາງ 18 ເບ, ທາງ 18 ອາ ແລະ ທາງ 1 ເຈ


      ທາງ 1 ໄອ ມີນໍ້າຖ້ວມ 14 ຈຸດ. ທາງຖືກຕັດຂາດ ບໍ່ສາມາດສັນຈອນໄດ້, ໃນວັນທີ 19-20 ກັນຍາ 2013 ຄື: ຢູ່ ກມ 2+500, ກມ 2+800, ກມ 9+700, ກມ 16+950   ນໍ້າຖ້ວມເລິກປະມານ 0.8 ແມັດ, ຢູ່ ກມ 10+600 ນໍ້າຖ້ວມປະມານ 0.5 ແມັດ, ຢູ່ ກມ 12+550-ກມ 13+150 ນໍ້າຖ້ວມ ປະມານ 1.5 ແມັດ, ຢູ່ ກມ 14+500, ຢູ່ ກມ 36+200, ກມ 37+400, ກມ 39+100 ນໍ້າຖ້ວມປະ ມານ 1.2 ແມັດ, ຢູ່ ກມ 41+300, ກມ 41+900 ແລະ ກມ 42+600 ນໍ້າຖ້ວມປະມານ 2.2 ແມັດ. ຂົວຫ້ວຍເຕົາໄຫ ກມ 2+800 ແລະ ຂົວຫ້ວຍຍຸບ ທັງ 2 ເບື້ອງຕ້ອງແກ້ໄຂດ່ວນ. ມາໃນວັນທີ 21 ກັນ ຍາ 2013 ມາເຖິງປັດຈຸບັນ ແມ່ນສາ ມາດສັນຈອນໄດ້ຕາມປົກກະຕິແລ້ວ.


      ມາໃນວັນທີ 22-23 ກັນຍາ ທາງ 18 ເບ. ນໍ້າຖ້ວມເສັ້ນທາງບໍ່ສາມາດສັນຈອນໄດ້ 6 ຈຸດ ແລະດິນເຈື່ອນຖົມໜ້າທາງ, ຮ່ອງ ນໍ້າ ຈໍານວນ 30 ຈຸດ. ກມ 4+200 ປະມານ 1.9 ແມັດ, ຢູ່ ກມ 4+800 ນໍ້າຖ້ວມປະມານ 1.7 ແມັດ, ຢູ່ ກມ 8+600 ນໍ້າຖ້ວມປະມານ 0.5 ແມັດ, ຢູ່ ກມ 9+400 ນໍ້າຖ້ວມປະມານ 0.6 ແມັດ, ກມ 10+550 ປະມານ 0.9 ແມັດ​. ຢູ່ ກມ 18+100 ປະມານ 1.2 ແມັດ. ທາງພະແນກ ຍທຂ ໄດ້ແກ້ໄຂຢ່າງເລັ່ງດ່ວນ ມາໃນວັນ 24 ກັນຍາ 2013 ສາມາດສັນ ຈອນໄດ້ຕາມປົກກະຕິ. ວັນທີ 22-23 ກັນຍາ ດິນເຈື່ອນຖົມໜ້າທາງ ແລະຮ່ອງນໍ້າ ເລີ້ມແຕ່ ກມ 46+00 ຫາ ກມ 110+100 ດິນເຈື່ອນຖົມໜ້າທາງ ບໍ່ສາມາດສັນຈອນໄດ້ໂດຍສະເພາະແມ່ນຢູ່ ກມ 75+200, ກມ 97+100, ກມ 101+950. ທາງພະແນກ ຍທຂ ໄດ້ເອົາໃຈໃສ່ ຍົກຍ້າຍດິນເຈືອນອອກຈາກໜ້າ ທາງ ແລະສາມາດສັນ ຈອນໄດ້ຕາມປົກ ກະຕິແລ້ວ ໃນວັນທີ 23 ກັນຍາ 2013.


      ທາງ 18 ອາ ນໍ້າຖ້ວມທາງ ແລະບໍ່ສາມາດສັນຈອນໄດ້ ແຕ່ເທດສະບານແຂວງ ກມ 0+00 ຫາ ບ້ານໃໝ່ ກມ 45+700 ແຕ່ວັນທີ 19-24 ກັນຍາ 2013, ວັນທີ 24 ກັນຍາ 2013 ເຖິງປັດຈຸບັນ ແມ່ນສາມາດສັນຈອນໄດ້ເຖິງ ຂົວຫ້ວຍ ໂອດ ກມ 17+500. (ຜົນເສຍຫາຍຍັງບໍ່ທັນສາມາດປະເມີນໄດ້ ເພາະເສັ້ນທາງຍັງຖືກຕັດຂາດຫຼາຍໆໄລຍະ).


      ທາງ 1 ເຈ. ວັນທີ 19-24 ນໍ້າຖ້ວມທາງໄລຍະບ້ານ ເຊກະໝານ ກມ 2+100 ບໍ່ສາມາດສັນ ຈອນໄດ້, ບ້ານພູວົງນໍ້າ ຖ້ວມ 5 ຈຸດ ແຕ່ສາມາດສັນຈອນໄດ້. ຜົນເສຍຫາຍຍັງບໍ່ທັນປະເມີນໄດ້ເທື່ອ.


      ສ່ວນເສັ້ນທາງຫຼວງທ້ອງຖິ່ນ ແລະບ້ານເຮືອນປະຊາຊົນໄດ້ຮັບຜົນເສຍຫາຍ: ເມືອງສາມັກຄີໄຊ ນໍ້າຖ້ວມບ້ານຂອງ ປະຊາຊົນທັງໜົດ 32 ບ້ານ (ໃນຈໍານວນ 42 ບ້ານ). 1ໃນວ 9-21 ກັນຍາ 2013 ນໍ້າໄດ້ໄຫຼເຂົ້າຖ້ວມ 21 ບ້ານ, ວັນທີ 21-23 ກັນຍາ 2013 ຖ້ວມອີກ 8 ບ້ານ ລວມເປັນ 29 ບ້ານ ແລະໃນວັນທີ 23-25 ກັນຍາ 2013 ຖ້ວມຕື່ມອີກ 3 ບ້ານ ລວມເປັນ 32 ບ້ານ ປະຈຸບັນແມ່ນໄດ້ລົງເກັບ ກໍາຂໍມູນຜົນເສຍຫາຍ ແລະໃຫ້ການຊ່ວຍເຫຼືອ. ເມືອງພູວົງ, ທາງພູວົງ- ນໍ້າກົງ ນໍ້ຖ້ວມທາງ 9 ຈຸດ ທີ່ມີ ລວງຍາວປະມານ 1.860 ແມັດ (ຄວາມດໍາເນີນເກັບກໍາຜົນເສຍຫາຍ), ທາງພູວົງ- ນາເຊືອກ ນາຖ້ວມ ທາງ 4 ຈຸດ ລວງຍາວປະມານ 150 ແມັດ (ຄວາມດໍາເນີນເກັບກໍາຜົນເສຍຫາຍ) ທາງວົງລະຄອນ ນໍ້າ ຖ້ວມຂົວ 1 ແຫ່ງ (ຄວາມດໍາເນີນເກັບກໍາຜົນເສຍຫາຍ), ທາງກຸດຄັງ ນໍ້າຖ້ວມທາງ 3ຈຸດ (ຄວາມດໍາ ເນີນເກັບກໍາຜົນເສຍ ຫາຍ). ນໍ້າຖ້ວມເຮືອນ ແລະຮ້ານຂາຍເຄື່ອງ ຂອງປະຊາຊົນ ທັງໝົດ 574 ຫຼັງ ແລະນໍ້າຖ້ວມໂຮງຮຽນ 3 ຫຼັງ (ຢູ່ບ້ານ ວົງລະຄອນ, ບ້ານວັງຍາງ, ບ້ານວົງວິໄລ). ເມືອງຊານໄຊ ວັນທີ 22-23 ກັນຍາ 2013 ນໍ້າຖ້ວມ 3 ບ້ານ, ເສັ້ນທາງ 9001 ໄລຍະທາງແຕ່ເທດສະບານເມືອງ ຊານໄຊ-ຈະເລີນໄຊ ມີດິນເຈື່ອນຖົມໜ້າທາງ ແລະຮ່ອງລະບາຍນໍ້າ ຢູ່ ກມ 37+00-ກມ 39+100 ບໍ່ສາ ມາດສັນຈອນໄດ້ ນໍ້າຖ້ວມ 5 ບ້ານ, ຕ້ານ


ເຈື່ອນເຮືອນປະຊາຊົນ ທີ່ມີລວງຍາວ 150 ແມັດ ຖືກນໍ້າເຈາະ ແລະ ຍຸບຕົວ ເສຍຫາຍຢ່າງໜັກໜ່ວງ (ໄດ້ແກ້ໄຂດ່ວນ) ສ່ວນມູນຄ່າການເສຍຫາຍຍັງບໍ່ສາ ມາດປະ ເມີນໄດ້. ປັດຈຸບັນ ຄວາມດໍາເນີນເກັບກໍາຜົນເສຍຫາຍ. ເມືອງໄຊເສດຖາ, ວັນທີ 22-23 ກັນຍາ 2013 ນໍ້າຖ້ວມ 5 ບ້ານ, ຕ້ານເຈື່ອນເຮືອນ ປະຊາຊົນ ທີ່ມີລວງຍາວ 150 ແມັດ ຖືກນໍ້າເຈາະ ແລະ ຍຸບ ຕົວເສຍຫາຍຢ່າງໜັກໜ່ວງ (ໄດ້ແກ້ໄຂດ່ວນ) ສ່ວນມູນຄ່າ ການເສຍຫາຍຍັງບໍ່ສາ ມາດປະເມີນໄດ້. ປັດຈຸ ບັນຄວາມດໍາເນີນເກັບກໍາຜົນເສຍຫາຍ.


      ສ່ວນບໍລິມາດ, ໜ້າວຽກ ແລະມູນຄ່າການເສຍຫາຍ ຂອງເສັ້ນທາງແຕ່ລະເສັ້ນ ຈະໄດ້ລາຍງານ ໃຫ້ຊາບຕາມຫຼັງ ໂດຍ ພະແນກ ຍທຂ ແຂວງອັດຕະປື ຈະໄດ້ສົມທົບກັບຄະນະກໍາມະການ ໄພພິບັດຂັ້ນ ແຂວງ ແລະເມືອງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250