ຂ່າວຕ່າງແຂວງ

ໂຄງການກໍ່ສ້າງທາງ 2504 ຢູ່ແຂວງຫລວງພະບາງ

2014-01-06 - Administrator




ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະເມືອງໃນການ ພັດທະນາພື້ນຖານໂຄງລ່າງ ທາງດ້ານຄົມມະນາຄົມ, ເຮັດໃຫ້ປະຊາຊົນທີ່ດໍາລົງຊີວິດລຽບຕາມເສັ້ນທາງ ປາກເຊືອງ-ເມືອງໂພນໄຊ ແລະປະຊາຊົນທີ່ຢູ່ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ນໍາໃຊ້ເສັ້ນທາງປູຢາງ 2 ຊັ້ນທີ່ໄດ້ມາດຕະຖານ, ເຮັດໃຫ້ການສັນຈອນເຂົ້າ-ອອກ ຕົວເມືອງຫລວງພະບາງ ໄດ້ສະດວກສະບາຍ ແລະ ແນໃສ່ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫລວງພະບາງ ແຕ່ປີ 2011-2015 ເປັນຕົ້ນແມ່ນການ ກໍ່ສ້າງລະບົບຕາໜ່າງຄົມມະນາຄົມ ໃຫ້ທົ່ວເຖິງ.


      ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນທາງເລກທີ 2504 ແຕ່ບ້ານປາກເຊືອງ, ເທດສະບານເມືອງໂພນໄຊ ແຂວງຫລວງພະບາງ ທີ່ມີຄວາມຍາວ 48.423 ກມ. ເປັນທາງເຊື່ອມຕໍ່ລະຫວ່າງແຂວງກັບເມືອງ ແລະເມືອງຕໍ່ເມືອງ ເປັນທາງອອກສູ່ເມືອງວຽງຄໍາ ທາງທິດເໜືອຂອງແຂວງຫລວງພະບາງ ແລະເມືອງພູກູດ ແຂວງຊຽງຂວາງ. ເສັ້ນທາງ ດັ່ງກ່າວເປັນທາງດິນແດງ, ສະພາບເປ່ເພເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ. ເສັ້ນທາງດັ່ງກ່າວ ຈຶ່ງມີ ຄວາມສໍາຄັນຕໍ່ວຽກງານການພັດທະນາພື້ນຖານໂຄງລ່າງ ຂອງແຂວງຫລວງພະບາງ. ດັ່ງນັ້ນ ທາງອໍານາດການປົກຄອງ ແຂວງ ກໍຄື ພະແນກ ໂຍທາທິການ ແລະຂົນສົ່ງ ປະຈໍາແຂວງ ຈຶ່ງໄດ້ຕັດສິນໃຈກໍ່ສ້າງເສັ້ນດັ່ງກ່າວຄືນໃໝ່.


      ຊຶ່ງໄດ້ເຊັນສັນຍາກັນໃນວັນທີ 27 ກຸມພາ 2012. ເລີ່ມລົງມືການກໍ່ສ້າງຕົວຈິງ ໃນວັນທີ 01 ກຸມພາ 2012, ທີ່ມີມູນຄ່າການກໍ່ສ້າງ 197 ຕື້ກວ່າກີບ. ທາງດັ່ງກ່າວ ເປັນທາງປະເພດ 5 ມີລວງຍາວ 48.423 ກມ, ຄວາມກ້ວາງ ຂອງໜ້າທາງ 6 ແມັດ, ບ່າທາງເບື້ອງລະ 0.5 ມ, ຄວາມເນີນຂອງໜ້າທາງ 3%, ຄວາມເນີນທາງຍາວ 10.9%, ຈຸດທີ່ມີຄວາມເນີນ 10.9% ແມ່ນເຮັດກັນເຈື່ອນ ແລະຮ່ອງລະບາຍນໍ້າແຄມທາງ ສໍາລັບຈຸດເຊື່ອມຕໍ່ທາງຊອຍຢ່າງ ໜ້ອຍປູຢາງ 5-10 ແມັດ. ທາງດັ່ງກ່າວປະກອບຊັ້ນຍົກລະດັບ, ຊັ້ນຍົກລະດັບຊັ້ນຮອງພື້ນທາງໜ້າທາງ 30 ຊັງຕີແມັດ, ຊັ້ນພື້ນທາງໜາ 20 ຊັງຕີແມັດ, ລັດສະໝີໂຄ້ງຕໍ່າສຸດ 20 ແມັດ, ມີລະບົບລະບາຍນໍ້າທີ່ປະກອບດ້ວຍທໍ່ລອດທາງ ແລະຮ່ອງລະບາຍນໍ້າຂ້າງທາງ ກໍ່ດ້ວຍຫີນພູທີ່ມີຄວາມເລີກ 0.8 ແມັດ, ກວ້າງ 1.9 ແມັດ. (ສະເພາະຊ່ວງດິນຕັດ). ລະບົບປ້ອງກັນເຈື່ອນກໍ່ດ້ວຍຫີນພູ. ຄວາມໄວອອກແບບ 40 ກມ/ຊົ່ວໂມງ ແລະໄດ້ມອບໃຫ້ບໍລິສັດ ວາລິນ ຜູ້ສໍາຫຼວດ ອອກແບບການກໍ່ສ້າງ ແລະທີ່ປືກສາ ຈໍາກັດຜູ້ດຽວ ເປັນຜູ້ຄວບຄຸມການກໍ່ສ້າງ. ບໍລິສັດ ວອນທະບິງ ກໍ່ສ້າງຂົວ-ທາງ ເປັນຜູ້ຮັບເໝົາການກໍ່ສ້າງ ໂດຍລົງທຶນກ່ອນ. ໂຄງການກໍ່ສ້າງດັ່ງກ່າວຈະໃຊ້ເວລາການກໍ່ສ້າງ 36 ເດືອນ ຄາດວ່າ ຈະໃຫ້ສໍາເລັດ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250