ຂ່າວຕ່າງແຂວງ

ໂຄງການກໍ່ສ້າງທາງ 2505 ແຕ່ສາມ ແຍກກະເສດປາກເຊືອງ ຫາ ເທດສະບານເມືອງປາກແຊງ

2014-01-06 - Administrator





ເພື່ອ​ເຮັດ​ໃຫ້​ບັນລຸການຂະຫຍາຍຕາໜ່າງເສັ້ນທາງຄົມມະນາຄົມ ທີ່ເປັນວຽກງານປາຍແຫຼມ ໃນການພັດທະນາຕົວ ເມືອງ ໃຫ້ຄຽງຄູ່ກັບການຂະຫຍາຍຕົວທາງດ້ານເສດຖະກິດ. ໃນການພັດທະນາຕົວເມືອງ ຂອງແຂວງຫລວງພະບາງ ໃຫ້ບັນລຸຄາດໝາຍທີ່ວາງໄວ້ ຄືຮັບປະກັນດ້ານການບໍລິການ, ການຄ້າ ແລະການທ່ອງທ່ຽວ, ສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງການສືກສາ, ສາທາລະນະສຸກ ແລະໄດ້ຮັບການພັດທະນາຢ່າງສົມສ່ວນ.


ໃນນັ້ນ ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງເລກທີ 2505 ແລະເສັ້ນທາງເທດສະບານເມືອງປາກແຊງ ໄດ້ເລີ່ມລົງມື ຈັດຕັ້ງປະຕິບັດກໍ່ສ້າງນັບແຕ່ມື້ເຊັນສັນຍາໃນວັນທີ 31 ພືດສະພາ 2012 ໄລຍະການກໍ່ສ້າງທັງໝົດແມ່ນໃຊ້ເວລາຢູ່ 48 ເດືອນ. ເສັ້ນທາງດັ່ງກ່າວ ເລີ່ມແຕ່ສາມແຍກກະເສດປາກເຊືອງ ຫາ ເທດສະບານເມືອງປາກແຊງ ແລະເສັ້ນທາງ ພາຍໃນເທດສະບານເມືອງປາກແຊງ. ທາງ 2505 ເປັນທາງຊັ້ນ 5. ທີ່ມີຄວາມຍາວ 64.366 ກມ ແລະເສັ້ນທາງ ພາຍໃນເທດສະບານ ເມືອງປາກແຊງ ທີ່ມີລວງຍາວທັງໝົດ 3.357 ກມ. ຫ່າງຈາກເທດສະບານແຂວງປະ ມານ 64 ກມ.   ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ໄດ້ກວມເອົາ 44 ກຸ່ມບ້ານທີ່ຢູ່ລຽບຕາມແຄມທາງ ແລະ 1 ບ້ານໃຫຍ່ ເທດສະ ບານເມືອງ. ປະຊາຊົນທີ່ຢູ່ເຂດການກໍ່ສ້າງເສັ້ນທາງດັ່ງກ່າວ ຈະມີລະບົບການຄົມມະນາຄົມທີ່ດີກວ່າເກົ່າ ແລະເສັ້ນທາງ ກໍຈະທະລຸເຂົ້າຫລາຍໝູ່ບ້ານ ແລະເມືອງ ໂດຍສະເພາະເມືອງທີ່ຕິດກັບເມືອງປາກແຊງ ມີ: ເມືອງງອຍ, ເມືອງໂພນໄຊ, ເມືອງວຽງຄໍາ ແລະເມືອງປາກອູ.


ໂຄງການກໍ່ສ້າງທາງປູຢາງ 2505 ແມ່ນໄດ້ຮັບການອອກແບບຕາມມາດຕະຖານ ທີ່ພະແນກ ຍທຂ ແຂວງຫລວງ ພະບາງ ວາງໄວ້. ມີລວງຍາວທັງໝົດ 67.732 ກມ ລວມທັງເທດສະບານເມືອງປາກແຊງ. ຄວາມກວ້າງຂອງໜ້າທາງ 5-6 ແມັດ, ໄລຍະທີ່ມີຜົນກະທົບແມ່ນ 4 ແມັດ, ເຂດເທດສະບານກວ້າງ 4-7 ແມັດ, ຄວາມເນີນໜ້າທາງ 3% ປະ ກອບຊັ້ນຍົກລະດັບ, ຊັ້ນຮອງພື້ນ, ໜ້າທາງໜາ 30 ຊັງຕີແມັດ, ຊັ້ນພື້ນທາງໜາ 20 ຊັງຕີແມັດ, ມີລະບົບລະບາຍນໍ້າ ທີ່ປະກອບດ້ວຍທໍ່ລອດທາງ ແລະຮ່ອງລະບາຍນໍ້າຂ້າງທາງ ກໍ່ດ້ວຍຫີນພູທີ່ມີຄວາມເລິກ 0,8 ແມັດ, ກວ້າງ 1.9 ແມັດ, ລະບົບປ້ອງກັນເຈື່ອນກໍ່ດ້ວຍຫີນພູ, ພ້ອມສິ່ງອໍານວຍຄວາສະດວກ ຕາມທີ່ໄດ້ຄິດໄລ່-ອອກແບບໄວ້. ງົບປະມານທີ່ນໍາ ເຂົ້າໃນການກໍ່ສ້າງແມ່ນບໍລິສັດ ວອນທະບິງ ກໍ່ສ້າງຂົວ-ທາງ ຈໍາກັດ ເປັນຜູ້ລົງທຶນກ່ອນ 100%  ສໍາລະແຕ່ສົົກປີ 2013 ເປັນຕົ້ນໄປຈົນສໍາເລັດ. ໂດຍໃຊ້ງົບປະມານການກໍ່ສ້າງທັງໝົດ 237 ຕື້ກວ່າກີບ. ສໍາລັບວັດສະດຸ ນໍາໃຊ້ເຂົ້າໃນ ການກໍ່ສ້າງ ສ່ວນໃຫຍ່ແມ່ນນໍາໃຊ້ວັດສະດຸພາຍໃນແຂວງທີ່ມີ, ຍົກເວັ້ນແຕ່ປະເພດຢາງກັນຊືມ ແລະຢາງໜຽວຊັ້ນ 1, ຊັ້ນ 2 ແມ່ນນໍາເຂົ້າຈາກປະເທດເພື່ອນບ້ານ ແລະຄາດຈະໃຫ້ສໍາເລັດຕາມສັນຍາ ໃນວັນທີ 31 ພືດສະພາ 2016.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250