ຂ່າວຕ່າງແຂວງ

ການປັບປຸງສະໜາມບິນສາກົນ ແຂວງຫລວງພະບາງ

2014-01-06 - Administrator



ວຽກງານການຄົມມະນາຄົມຂົນສົ່ງຖືເປັນອີກວຽກງານໜຶ່ງທີ່ຕ້ອງໄດ້ໃຫ້ຄວາມສໍາຄັນ ໃນການ ອໍານວຍຄວາມສະດວກ ໃຫ້ແກ່ຜູ້ໂດຍສານ ແລະການຂົນສົ່ງສິນຄ້າ. ບໍ່ວ່າຈະເປັນການຂົນສົ່ງ ທາງນໍ້າ, ທາງບົກ ແລະທາງອາກາດ ກໍ່ລ້ວນແລ້ວ ແຕ່ມີຄວາມສຳຄັນ ແລະຈຳເປັນຢ່າງຍິ່ງ ໃນສັງຄົມ. ການຂົນສົ່ງທາງອາກາດຖືເປັນວຽກງານໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ ເປັນພິເສດໃນດ້ານການໃຫ້ບໍລິການ ທາງດ້ານຄວາມປອດໄພ ແລະສ້າງຄວາມໄວ້ວາງໃຈຈາກຜູ້ຊົມໃຊ້.


ໃນນັ້ນຫ້ອງການຄຸ້ມຄອງສະໜາມບິນ ແຂວງຫລວງພະບາງ ທີ່ມີສາຍຕັ້ງຂື້ນກັບກອງຄຸ້ມຄອງສະໜາມບິນສາກົນ ວັດໄຕ ນະຄອນຫລວງວຽງຈັນ. ມີສາຍຂວາງຂື້ນກັບພະແນກ ຍທຂ ແຂວງຫລວງພະບາງ, ສະໜາມບິນສາກົນ ແຂວງຫລວງ ພະບາງ ມີທີ່ຕັ້ງສູງຈາກໜ້ານໍ້າທະເລ 297,3 ແມັດ, ລານຈອດມີເນື້ອທີ່ 37.500 ຕາແມັດ. ສາມາດຈອດເຮືອບິນໄດ້ 7 ລໍາ, ໃນນັ້ນສາມາດຈອດເຮືອບິນ B 737 ຫລື 320 ໄດ້ພ້ອມກັນ 4 ລໍາ ແລະ ATR ໄດ້ອີກ 3 ລໍາໃນເວລາດຽວກັນ. ແລ່ນຂື້ນລົງມີຄວາມຍາວ 2900x45 m. ທາງແລ່ນຂື້ນລົງ 2 ສົ້ນ ຄື: 23 ແລະ 5 ປະກອບດ້ວຍອຸປະກອນຊ່ວຍລົງ ເດີ່ນ, ໄຟຊ່ວຍລົງເດີ່ນ ແລະອື່ນໆອີກ. ລານຈອດລົດມີເນື້ອທີ 4,740 ຕາແມັດ ສາມາດຈອດລົົດໄດ້ 100 ຄັນ, ລະບົບ ແຈ້ງປີ້ ປະກອບມີ 6 ເຄື່ອງ, ນອກຈາກນັ້ນຍັງມີການບໍລິການຕ່າງໆ ທີ່ອໍານວຍຄວາມສະດວກໃຫ້ກັບຜູ້ໂດຍສານ ເຊັ່ນ: ການບໍລິການທາງດ້ານຕຶກອາຄານ ລວມທັງການບໍລິການ ທາງດ້ານຄວາມປອດໄພ ແລະອື່ນໆ.


ໃນການປັບປຸງສະໜາມບິນສາກົນສາກົນ ແຂວງຫລວງພະບາງ ໃນໄລຍະທໍາອິດ ໄດ້ເປີດໃຫ້ບໍລິການ ຕົ້ນປີ 1990 ແລະເລີ່ມລົງມືປະຕິບັດໂຄງການກໍ່ສ້າງປັບປຸງພື້ນຖານໂຄງລ່າງສະໜາມບິນໃຫ້ເປັນສະໜາມບິນພູມີພາກ ໃນປີ 1998 ໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈາກຣາດຊະອາຈັກໄທ ຈໍານວນ 50.000.000 ລ້ານບາດ. ໂຄງການກໍ່ສ້າງໄດ້ສໍາເລັດ ໃນປີ 2002.


   ໄລຍະທີ 2 ແມ່ນໄດ້ຮັບການປັບປຸງມາແຕ່ປີ 2009 ແລະຄາດຄະເນຈະໃຫ້ສໍາເລັດໃນປີ 2014 ເຊິ່ງແມ່ນທຶນກູ້ຍືມ ຈາກ ສປ ຈີນ ໂດຍແມ່ນໂຄງການ ເຄັມຊີ ເປັນຜູ້ດໍາເນີນການກໍ່ສ້າງດ້ວຍມູນຄ່າ 86 ລ້ານໂດລາສະຫະລັດ, ໂຄງການ ດັ່ງກ່າວເລີ່ມດໍາເນີນການກໍ່ສ້າງ ມາແຕ່ປີ 2009 ແລະສໍາເລັດໂຄງການໃນປີ 2013. ໃນໄລຍະຜ່ານມາຫ້ອງການ ຄຸ້ມ ຄອງສະໜາມບິນ ໄດ້ສົມທົບກັບພາກສ່ວນຕ່າງໆ ທີ່ເຮັດໜ້າທີ່ບໍລິການຢູ່ສະໜາມບິນສາກົນຫລວງພະບາງ ໂດຍສະ ເພາະແມ່ນການບໍລິການອາຄານສະໜາມບິນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250