ຂ່າວຕ່າງແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານ ຍທຂ ປະຈໍາປີ 2012-2013 ແລະວາງທິດທາງແຜນການສົກປີ 2013-2014 ຂອງແຂວງອັດຕະປື

2014-01-14 - Administrator

ອີງຕາມຂໍ້ຕົກລົງຂອງທ່ານ ເຈົ້າແຂວງສະບັບເລກທີ 1576/ຈຂ.ອປ, ລົງວັນທີ 27 ທັນວາ, ວ່າດ້ວຍການອະນຸມັດໃຫ້ ພະແນກ ໂຍທາທິການ ແລະຂົນສົ່ງ ປະຈໍາແຂວງອັດຕະປື ເປີດກອງປະຊຸມ ສະຫຼຸບປະວຽກງານປະຈໍາສົກ 2012-2013. ມາໃນຕອນບ່າຍຂອງວັນທີ 9 ມັງກອນ 2013 ທີ່ຫ້ອງປະຊຸມ ຂອງພະແນກ ຍທຂ ແຂວງອັດຕະປື ໄດ້ມີການເປີດກອງປະຊຸມດັ່ງກ່າວຂື້ນ ຢ່າງເປັນທາງການ. ໃຫ້ກຽດເປັນປະທານ ໂດຍທ່ານ ຄໍາພອຍ ໜອງເມືອງຊໍາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ແຂວງອັດຕະປື, ມີແຂກເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະຫ້ອງການ ຍທຂ ຈາກ 5 ຕົວເມືອງ, ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ ທັງໝົດ 44 ຄົນ.


      ກອງປະຊຸມດັ່ງກ່າວໄດ້ຜ່ານບົດສະຫຼຸບລາຍງານຕີລາຄາຄືນ ກ່ຽວກັບວຽກງານໂຍທາທິການ ແລະຂົນສົ່ງ ທີ່ໄດ້ ຈັດຕັ້ງປະຕິບັດຜ່ານມາ ແລະວາງທິດທາງ ແຜນການໃນຕໍ່ໜ້າດັ່ງນີ້:


1. ວຽກຄຸ້ມຄອງມະຫາພາກ ການເມືອງແນວຄິດ. ໃຫ້ສືບຕໍ່ສຶກສາອົບຮົມ ວຽກງານການເມືອງແນວຄິດ, ວຽກງານ ນະໂຍບາຍ, ການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຈັດຕັ້ງການເຊື່ອມຊືມມະຕິຕ່າງໆ ໄດ້ຫຼາຍກວ່າ 3 ຄັ້ງຂື້ນໄປ, ເປັນຕົ້ນແມ່ນການຮັບຟັງປະຖະກະຖາເລົ່າມູນເຊື່ອປະຫວັດສາດຂອງຊາດ ແລະບັນດາມະຕິເອກະສານ ຕ່າງໆ ເປັນປົກກະຕິ. ເອົາໃຈໃສ່ຕິດຕາມເກັບກໍາສະພາບແນວຄິດຄວາມມຸ້ງມາດປາດຖະໜາ, ຊຸກຍູ້ສົ່ງເສີມ ແລະແກ້ ໄຂໃຫ້ທັນການ ເພື່ອຕ້ານປາກົດການຫຍໍ້ທໍ້ຕ່າງໆ ທີ່ອາດເກີດຂື້ນ.


2. ດ້ານວຽກງານຈັດຕັ້ງບໍລິຫານ ແມ່ນໃຫ້ສືບຕໍ່ຕິດຕາມກວດກາ ການປະຕິບັດວຽກງານຂອງພະນັກງານໃໝ່ ຂອງ ເມືອງເປົ້າໝາຍ 3 ສ້າງ, ສືບຕໍ່ຕິດຕາມການເລື່ອນຊັ້ນ-ຂັ້ນໃຫ້ ພະນັກງານ ລັດຖະກອນ ເປັນປົກກະຕິໃນແຕ່ລະງວດ, ດ້ານວຽກງານນະໂຍບາຍ ສືບຕໍ່ປະຕິບັດນະໂຍບາຍ ຕໍ່ພະນັກງານປະຈໍາການ ແລະພະນັກງານເບ້ຍບໍານານທີ່ເຈັບເປັັນ ຕາມເງື່ອນໄຂຕົວຈິງ ບົນພື້ນຖານຂອງພະແນກວາງໄວ. ຄົ້ນຄວ້າ ແລະສັງລວມຜົນງານ ໃນແຕ່ລະຂະແໜງ ແລະຕິດ ຕາມບັນດາ ໂຄງການ, ຜົນສໍາເລັດ ຂອງໂຄງການ ເພື່ອຍ້ອງຍໍລວມໝູ່ ແລະບຸກຄົນ.


3. ວຽກງານປັບປຸງກົງຈັກການ ຈັດຕັ້ງ ແມ່ນໃຫ້ສືບຕໍ່ປັບປຸງພາລະບົດບາດ, ໂຄງຮ່າງການຈັດຕັ້ງ ຂອງຂະແໜງ ການພາຍໃນ, ສົບທົບພາກສ່ວນທີ່ກ່ຽວຂ້ອງ ໃຫ້ເປັນເອກະພາບກັນ ກ່ຽວກັບການປັບປຸງຊັບຊ້ອນພະນັກງານ ເຂົ້າໃນ ໂຄງປະກອບຂອງພະແນກ ແລະຫ້ອງການ.


4. ວຽກງານກວດກາ ສືບຕໍ່ຕິດຕາມກວດກາຕາມຄໍາແນະນໍາ ກ່ຽວກັບການສ້າງແຜນເຄື່ອນໄຫວວຽກງານກວດກາ ລັດ ຂອງຂະແໜງ ຍທຂ ທີ່ຄະນະພັກເປັນຜູ້ຊີ້ນໍາໃຫ້ເປັນປົກກະຕິ, ຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາ ເພື່ອລາຍງານຕໍ່ຂັ້ນເທິງ ໃນໄລຍະ 6 ເດືອນຜ່ານມາ ມີດ້ານດີ, ດ້ານອ່ອນຄືແນວໃດ, ສືບຕໍ່ເຜີຍແຜ່ເຊື່ອມຊືມ ວ່າດ້ວຍ ການຕ້ານ ການສໍ້ລາດບັງຫຼວງ ໃຫ້ພະນັກງານລັດຖະກອນພາຍໃນພະແນກ, ສືບຕໍ່ຕິດຕາມກວດ ກາບັນດາ ໂຄງການ ກໍ່ສ້າງ ແລະສ້ອມແປງພາຍໃນແຂວງ, ສືບຕໍ່ປະສານງານກັບໂຄງການ ທລຍ ຂັ້ນແຂວງ, ຕິດຕາມໂຄງການກໍ່ສ້າງ ແລະສ້ອມແປງພາຍໃນແຂວງ ທີ່ຍັງບໍ່ທັນສໍາເລັດ ແລະສືບຕໍ່ຕິດຕາມການກໍ່ສ້າງ ສໍານັກງານອົງການ ແລະທີ່ພັກອາ ໃສພາຍໃນແຂວງ .


5. ດ້ານວຽກງານນິຕິກໍາ ສືບຕໍ່ສ້າງແຜນໄລຍະສັ້ນ, ກາງ ແລະຍາວ, ຂື້ນແຜນໃສ່ວຽກງານກໍ່ສ້າງ ແລະສ້ອມແປງ, ສືບຕໍ່ເກັບກໍາສະຖິຕິດ້ານວຽກງານຂົວທາງ, ດ້ານວຽກງານຂົນສົ່ງ ແລະການຄຸ້ມຄອງເຄຫາຜັງເມືອງ ແລະສິ່ງແວດລ້ອມ.


6. ດ້ານວຽກງານຄຸ້ມຄອງທາງບົກ-ທາງນໍ້າ ແມ່ນໃຫ້ສືບຕໍ່ໂຄງການກໍ່ສ້າງເສັ້ນທາງ ກໍ່ສ້າງທີ່ຍັງບໍ່ທັນສໍາເລັດຄື: ເສັ້ນທາງ 9004 ແຍກ ທາງ 18 A ບ້ານຫີນລາດ-ຕາມໍຢອດ-ຊາຍແດນຈໍາປາສັກ, ທາງ 9037 ແຕ່ແຍກ 18 B - ບ້ານສະແຄະ, ທາງ 9001 ແຕ່ແຍກ 18 B - ບ້ານຈະເລີນໄຊ ເມືອງໄຊເສດຖາ, ທາງ 9045 ແຕ່ແຍກທາງ 18 B - ບ້ານວັງຕັດ, ສືບຕໍ່ກໍ່ສ້າງທາງເທດສະບານແຂວງ ແລະເມືອງພູວົງ, ສືບຕໍ່ວຽກສ້ອມແປງປົກກະຕິ ແລະຟື້ນຟູເສັ້ນ ທາງຫຼວງແຫ່ງຊາດ, ທາງແຂວງ ແລະທາງຊົນນະບົດຕາມການເສຍຫາຍຕົວຈິງ, ສືບຕໍ່ກະກຽມວຽກໂຄງການກໍ່ສ້າງ ທາງຫຼວງແຫ່ງຊາດ 1J ເມືອງສາມັກຄີໄຊ - ຊາຍແດນກໍາປູເຈຍ.


7. ດ້ານວຽກງານຄຸ້ມຄອງເຄຫາຜັງເມືອງ ແລະສິ່ງແວດລ້ອມ, ວຽກເຄຫະສະຖານ ແມ່ນໃຫ້ສືບຕໍ່ເຜີຍແຜ່ ເອກະ ສານ ທາງດ້ານນິຕິກໍາ, ເປັນຕົ້ນແມ່ນກົດໝາຍຜັງເມືອງ, ໃບອະນຸຍາດການປຸງສ້າງອາຄານຕ່າງໆ, ຄົ້ນຄວ້າວາງແຜນ ໃນການ ສໍາຫຼວດອອກແບບເຄຫາສະຖານ ແລະການຄຸ້ມຄອງສະຖາປັດຕະຍາກໍາທີ່ເປັນເອກະລັກຂອງຊາດ, ວຽກ ຜັງເມືອງ ແລະສິ່ງແວດລ້ອມ ສຶບຕໍ່ຄຸ້ມຄອງ ການປຸກສ້າງໃນເທດສະບານແຂວງ ແລະ 5 ຕົວເມືອງ ພ້ອມທັງມີຄວາມ ຮັບຜິດຊອບໃຫ້ ຍທຂ ແຕ່ລະເມືອງ, ສືບຕໍ່ສ້າງແຜນຍຸດທະສາດຂອງຂະແໜງເຄຫາຜັງເມືອງ ແລະແຜນການລົງທືນ ເພື່ອການພັດທະນາຕົວເມືອງ ແຕ່ນີ້ເຖິງປີ 2020 ໃຫ້ສໍາເລັດ, ສືບຕໍ່ສໍາຫຼວດຜົນກະທົບສຶ່ງແວດລ້ອມຈາກ ການກໍ່ສ້າງ ໃນເທດສະບານແຂວງ.


8. ວຽກງານນໍ້າປະປາ ແມ່ນໃຫ້ສືບຕໍ່ຄວບຄຸມຄວາມສະອາດຂອງນໍ້າ ເພື່ອໃຫ້ມີຄຸນນະພາບສູງ ແລະຮັບປະກັນການ ນໍາໃຊ້ໃຫ້ທົ່ວເຖິງ, ສືບຕໍ່ຄຸ້ມຄອງ ການກໍ່ສ້າງນໍ້າປະປາ ສຸຂະພິບານ ຕົວເມືອງນ້ອຍ ເມືອງໄຊເສດຖາ, ສືບຕໍ່ສ້ອມແຊມ ອ່າງນໍ້າ ບ້ານທ່າຫີນ ທີ່ເກີດການຮົ່ວໄຫຼໃຫ້ສໍາເລັດ ແລະສືບຕໍ່ກໍ່ສ້າງ ອ່າງນໍ້າປະປາ ເມືອງຊານໄຊ ໃຫ້ສໍາເລັດໃນ ເດືອນ 2/2014.


9. ດ້ານວຽກງານຄຸ້ມຄອງການຂົນສົ່ງ ສືບຕໍ່ຄຸ້ມຄອງຕິດຕາມ ລາຄາຂົນສົ່ງ ໂດຍສານພາຍໃນແຂວງ ໃຫ້ເໝາະສົມ ແກ່ສັງຄົມ, ເວລາ ລາຄານໍ້າມັນເຊື້ອໄຟມີການເໜັງຕີງ, ຕິດຕາມ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາລົດຂົນ ສົ່ງສິນຄ້າ ແລະໂດຍສານ ທີ່ເຄື່ອນໄຫວບໍ່ຖືກຕ້ອງ, ສືບຕໍ່ປັບປຸງ ສາຍທາງຂົນສົ່ງໂດຍສານກັບ ສສ ຫວຽດນາມ ໃຫ້ເຂັ້ມແຂງກວ່າເກົ່າ, ປັບປຸງລະບຽບໃນການຄຸ້ມຄອງ ແລະສອບເສັງໃບຂັບຂີ່ໃຫ້ສອດຄ່ອງກັບສະພາບຕົວຈິງ.


      ໃນຕອນທ້າຍຂອງກອງປະຊຸມ ທ່ານ ທ່ານ ຄໍາພອຍ ໜອງເມືອງຊໍາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ແຂວງອັດຕະປື ຍັງໄດ້ໂອ້ລົມ ແລະໃຫ້ທິດຊີ້ນໍາ ແກ່ວຽກງານ ຂະແໜງໂຍທາທິການ ແລະຂົນສົ່ງ ຂອງແຂວງ ເພື່ອຮັບ ປະກັນການຈັດຕັ້ງປະຕິບັດແຜນການສົກປີ 2013-2014 ໃຫ້ສອດຄ່ອງຕາມ ຖືກຕ້ອງຕາມເປົ້າໝາຍວາງໄວ້ ໃຫ້ເກີດ ປະໂຫຍດສູງສຸດ ຕໍ່ປະເທດຊາດ ກໍຄືຕໍ່ປະຊາ ຊົນ ທົ່ວແຂວງອັດຕະປື.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250