ຂ່າວຕ່າງແຂວງ

ອຸປະຕິເຫດຂົວເບເລ ນ້ຳພະນາຍ ທາງເລກ 10 ຫຼັກ

2014-01-23 - Administrator

               ໃນວັນທີ 19 ມັງກອນ 2014, ເວລາ 04:00 ​ໂມງ​ເຊົ້າ ​ໄດ້​​ເກີດມີ​ອຸປະຕິ​ເຫດຂົວ​ເບ​ເລ ນ້ຳພະນາ​ຍຫັກ ຢູ່ລະຫວ່າງເຂດບ້ານເກີນໃກ້ກັບທາງ 3 ແຍກ ມຸ່ງໜ້າໄປທາງໂຮງຮຽນສ້າງຄູບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ, ເຫດດັ່ງກ່າວເກີດຂື້ນ ຍ້ອນມີລົດບັນທຸກໜັກ ທີ່ຂົນເຄື່ອງໃຊ້ໃນຄອບຄົວ ແລ່ນຜ່ານຂົວດັ່ງກ່າວ, ຊຶ່ງພໍມາຮອດກາງ​ຂົວ ກໍ່ເຮັດໃຫ້ຂົວດັ່ງກ່າວນັ້ນ ຫັກທັນທີ ແຕ່ໂຊກດີບໍ່ມີຜູ້ ໄດ້ຮັບ ບາດເຈັບສາຫັດ. ຂົວຫັກ ເປັນເຫດການໜຶ່ງທີ່ເກີດຂື້ນເລື້ອຍຢູ່ໃນບ້ານເຮົາ, ໃນໄລຍະເດືອນດຽວກັນນີ້ໄດ້ ເກີດເຫດ ຂົວຫັກສອງຄັ້ງຕິດຕໍ່ກັນ, ອັນສ້າງຄວາມຫຍຸ້ງຍາກ ແລະລໍາຄານໃຈໃຫ້ແກ່ປະຊາຊົນຜູ້​ໃຊ້​ລົດໃຊ້ຖະໜົນຜ່ານໄປມາຢູ່​ໃນ​ເຂດ​ນັ້ນ, ເຫດການດັ່ງກ່າວນີ້ສະແດງໃຫ້ເຫັນວ່າ ຜູ້ຂັບຂີ່ ຍັງລ່ວງລະເມີດ ຕໍ່ລະບຽບການທີ່ວາງໄວ້, ເຫັນແກ່ຜົນປະໂຫຍດສ່ວນຕົວ ຫລາຍກ່ວາ ສ່ວນລວມ, ທັ້ງໆທີ່ມີບ່ອນກວດກາ ຊັ່ງນໍ້າໜັກ ຢູ່ຫລາຍບ່ອນ. ແນວໃດກໍ່ຕາມ ປະຈຸບັນ​ເຈົ້າໜ້າທີ ກ່ຽວຂ້ອງພວມ​ເລັ່ງກວດສອບ ແລະ ຊອກຫາສາເຫດ ທີ່ແທ້ຈິງ ກ່ຽວກັບກໍລະນີທີ່​ເກີດ​ຂື້ນ ວ່າເປັນ​ຍ້ອນ​ຫຍັງ​ກັນ​ແທ້. ​

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250