ຂ່າວຕ່າງແຂວງ

ພິທີເຊັນສັນຍາ ໂຄງການກໍ່ສ້າງທາງປູຢາງສອງຊັ້ນ 3 ເສັ້ນ ທາງ ພາຍໃນແຂວງ ໄຊສົມບູນ ທີ່ສະໂມສອນ ເມືອງອານຸວົງ

2014-02-07 - Administrator





ໃນ​ວັນ​ທີ 03 ກຸມ​ພາ 2014 ທີ່​ສະ​ໂມ​ສອນ ​ເມືອງ​ອານຸວົງ ​ແຂວງ ​ໄຊ​ສົມບູນ ​ໄດ້​ຈັດ​ພິທີ​ເຊັນ​ສັນຍາ​ໂຄງການ​ກໍ່​ສ້າງທາງ​ປູຢາງ​ສອງ​ຊັ້ນ 3 ​ເສັ້ນ​ທາງ ພາຍ​ໃນ​ແຂວ​ງ ​ໄຊ​ສົມບູນ, ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ດຣ. ສົມບັດ ​ເຢຍລີ​ເຮີ ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ໆ ​ໄຊ​ສົມບູນ, ທ່ານ ດຣ. ຄໍາ​ລຽນ  ພົນ​ເສນາ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ​ແຜນ​ການ ​ແລະ ການ​ລົງທຶນ, ທ່ານ ຮອງ​ເຈົ້າ​ແຂວງ,​ ທ່ານ​ ເຈົ້າ​ເມືອງ ອ້ອມ​ຂ້າງ ​ແຂວງ​ໄຊ​ສົມບູນ, ທ່ານ ຮອງຫົວໜ້າຫ້ອງການ​ກະຊວງ, ຫົວໜ້າ​ກົມ, ຫົວໜ້າ​ພະ​ແນ​ກ,​ ຮອງພະ​ແນ​ກ, ບັນດາ​ບໍລິສັດຜູ້​ຮັບ​ເໝົາ, ບໍລິສັດ​ທີ່​ປືກສາ​ກໍ່ສ້າງ ​ແລະ ບັນດາ​ແຂ​ກທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ​ໃນ​ພິທີ​ດັ່ງກ່າວ ທ່ານ ​ໄຊ​ສົມ​ພັນ ລື​ເຕັງ​ເບຼຍຈື່ ຫົວໜ້າພະ​ແນ​ກ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຂວງ​ໄຊ​ສົມບູນ ​ໄດ້​ລາຍ​ງານ​ຫຍໍ້ ກ່ຽວກັບ ​ໂຄງການ​ກໍ່ສ້າງ​ທາງ​ດັ່ງກ່າວ ​ໂດຍ​ປະຕິບັດ​ຕາມ ​ໃບມອບ​ສິດຂອງ​ທ່ານ​ຮອງ​ນາຍົກ ລັດຖະມົນຕີ ສະບັບ​ເລກທີ 14/ນຍ, ລົງ​ວັນ​ທີ 22 ມັງກອນ 2014, ວ່າ​ດ້ວຍ​ການ​ມອບ​ສິດ ​ໃຫ້​ແຂວງ ​ໄຊ​ສົມບູນ ​ເຊັນ​ສັນຍາ​ການ​ກໍ່ສ້າງ​ທາງ 3 ​ເສັ້ນ​ຄື: ​


1) ໂຄງການ​ກໍ່ສ້າງ​ເສັ້ນທາງ​ແຕ່​ ບ້ານຜາ​ສະຫງົບ ​ເມືອງ​ອານຸວົງ ຫາ ບ້ານວຽງ​ທອງ ​ເມືອງ​ທ່າ​ໂທມ ​ແຂວ​ງ ໄຊ​ສົມບູນ, ມີ​ຄວາມ​ຍາວ 50.012 ກມ,​ ພ້ອມ​ດ້ວຍ​ຂົວ​ເບ​ຕົງ 4 ​ແຫ່ງ, ລວງ​ຍາວ​ທັງ​ໝົດ 267.00 ​ແມັດ, ​ໃນ​ນັ້ນ​ລວມມີ​ຂົວ​ນ້ໍາ​ງຽບ ຍາວ 165 ​ແມັດ, ບໍລິສັດ​ຜູ້​ຮັບ​ເໝົາ​ກໍ່ສ້າງ ​ແມ່ນ ບໍ​ລີ​ສັດ ທະວິ​ໂຊກ ພັດທະນາ​ກໍ່ສ້າງ​ຈໍາກັດ, ມູນ​ຄ່າ​ລວມຂອງ​ໂຄງການ​ທັງ​ໝົດ​ແມ່ນ : 356,897,819,658 ກີບ (ສາມ​ຮ້ອຍ​ຫ້າ​ສິບ​ຫົກ​ຕື້ ​ແປດ​ຮ້ອຍ​ເກົ້າ​ສິບ​ເຈັດ​ລ້ານ ​ແປດ​ແສນ​ສິບ​​ເກົ້າ​ພັນ ຫົກ​ຮ້ອຍ​ຫ້າ​ສິບ​ແປດ​ກີບ).


2) ​ໂຄງ​ການ​ກໍ່ສ້າງ​ທາງ​ແຕ່ ບ້ານ​ພູ​ຫົວຊ້າງ ຫາ ບ້ານ​ອ່າວ​ໃຕ້ ​ເມືອງ​ອານຸວົງ ​ແຂວງ ​ໄຊ​ສົມບູນ, ມີ​ຄວາມ​ຍາວ 30.50 ກມ, ພ້ອມ​ດ້ວຍ​ຂົວ​ເບ​ຕົງ 2 ​ແຫ່ງ, ລວງ​ຍາວ​ທັງ​ໝົດ 55.60 ​ແມັດ, ບໍລິສັດ​ຜູ້​ຮັບ​​ເໝົາ​ກໍ່​ສ້າງ ​ແມ່ນ ບໍລິສັດ ຫຼັກ​ໄຊ ກໍ່ສ້າງ​ຂົວ​ທາງ ຈໍາກັດ​ຜູ້ດຽວ, ມູນ​ຄ່າ​ລວມຂອງ​ໂຄງການ​ທັງ​ໝົດ​ແມ່ນ : 263,360,699,113 ກີບ (ສອງ​ຮ້ອຍ​ຫົກ​ສິບ​ສາມ​ຕື້ ສາມ​ຮ້ອຍ​ຫົກ​ສິບ​ລ້າ​ນ ຫົກ​ແສນ​​ເກົ້າ​ສິບ​ເກົ້າ​ພັນ ໜື່ງຮ້ອຍ​ສິບ​ສາມ​ກີບ).


3) ໂຄງການ​ກໍ່ສ້າງ​ເສັ້ນທາງ​ແຕ່​ ຂົວ​ນ້ໍາ​ຍ້ອນ ຫາ ບ້ານລ້ອງ​ແຈ້ງ ​ເມືອງ​ລ້ອງ​ແຈ້ງ ​ແຂວ​ງ ໄຊ​ສົມບູນ, ມີ​ຄວາມ​ຍາວ 40.00 ກມ,​ ພ້ອມ​ດ້ວຍ​ຂົວ​ເບ​ຕົງ 3 ​ແຫ່ງ, ລວງ​ຍາວ​ທັງ​ໝົດ 100.00 ​ແມັດ, ບໍລິສັດ​ຜູ້​ຮັບ​ເໝົາ​ກໍ່ສ້າງ ​ແມ່ນ ບໍ​ລີ​ສັດ ປັນຍາ​ທິລາດ ກໍ່ສ້າງ​​ເຄຫາ ຂົວ​ທາງ ​ແລະ ຊົນລະປະທານ ຈໍາກັດຜູ້ດຽວ, ມູນ​ຄ່າ​ລວມຂອງ​ໂຄງການ​ທັງ​ໝົດ​ແມ່ນ : 304,021,124,360 ກີບ (ສາມ​ຮ້ອຍ​ສີ່ຕື້ ​ຊາວ​ເອັດ​ລ້ານ ໜື່ງ​ແສນ​ຊາວ​ສີ່ພັນ ສາມ​ຮ້ອຍ​ຫົກ​ສິບ​​ກີບ). ​ ສາມໂຄງການ​ດັ່ງກ່າວ​ແມ່ນ​ມີ​ກໍານົດ​ການ​ກໍ່ສ້າງ 24 ​ເດືອນ, ໝາຍວ່າ​ໃຫ້​ແລ້ວກ່ອນ​ວັນ​ທີ 31 ທັນວາ ປີ 2015 ນັບ​ແຕ່​ມື້​ເຊັນ​ສັນຍາ​ເປັນ​ຕົ້ນ​ໄປ. ​ໂຄງການ​ກໍ່ສ້າງ​ທາງ 3 ​ເສັ້ນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ​ແມ່ນ ລັດ​ວິ​ສາ​ຫະກິດ ວິ​ສາວະ​ກໍາ ຄົມມະນາຄົມ ​ເປັນ​ບໍລິສັດ​ທີ່​ປືກສາ ​ແລະ ​ເປັນ​ຜູ້​ຕິດຕາມ​ຄອບ​ຄຸມ​ການ​ກໍ່ສ້າງ​ທັງ​ໝົດ.





ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250