ຂ່າວຕ່າງແຂວງ

ໂຄງການກໍ່ສ້າງສະໜາມບິນ ແຂວງອັດຕະປື

2014-02-10 - Administrator





 ເພື່ອຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດຄັ້ງທີ VII, 2011-2015 ໂດຍສະ ເພາະການປັບປຸງແຜນນະໂຍບາຍ ຫັນ ສປປ ລາວ ຈາກປະເທດບໍ່ມີຊາຍແດນຕິດກັບທະເລ ມາເປັນປະ ເທດບໍລິການທາງຜ່ານ ເພື່ອນໍາພາປະເທດ ອອກຈາກປະເທດດ້ອຍພັດທະນາໃນປີ 2020, ລັດຖະບານ ຈຶ່ງໄດ້ກໍານົດແຜນພັດທະນາ ບັນດາສະໜາມບິນໃນທົ່ວປະເທດ, ໃນນີ້     ໂຄງການກໍ່ສ້າງສະໜາມບິນ ຢູ່ແຂວງອັດຕະປື ແມ່ນໂຄງການໜຶ່ງຂອງລັດຖະບານແຫ່ງ, ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວຂອງ ແຂວງອັດຕະປື ແລະບັນດາແຂວງພາກໃຕ້ຂອງລາວ. ໂດຍສະເພາະແມ່ນການຂົນສົ່ງທາງອາກາດ ໃນໄລຍະຍາວ. ດັ່ງນັ້ນ, ໃນວັນທີ 10 ພຶດສະພາ 2013 ທີ່ຜ່ານມາ ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະຂົນສົ່ງ ໃນນາມເຈົ້າຂອງໂຄງການ, ໄດ້ເຊັນສັນຍາກັບ ບໍລີສັດທີ່ປຶກສາ ADCC, ຈາກ ສສ ຫວຽດນາມ, ເປັນຜູ້ດໍາເນີນການກໍ່ສ້າງ ໃນມູນຄ່າຕາມສັນຍາແມ່ນ 36.194.537 ໂດລາສະຫະລັດ ເຊີ່ງເປັນເງິນກູ້ຢືມຈາກບໍລິສັດຮຸ້ນສ່ວນ ຮວ່າງແອງຢາລາຍ. ມີໄລຍະການກໍ່ສ້າງ ທັງໝົດ 24 ເດືອນ, ໂດຍຈະສໍາເລັດ ໃນວັນທີ 10 ພືດສະພາ 2015.


      ໂຄງການກໍ່ສ້າງສະໜາມບິນ ທີ່ແຂວງອັດຕະປື ນີ້ກໍ່ສ້າງຕາມມາດຕະຖານ ຂອງກົມການບິນພົນລະເຮືອນວາງອອກ (MOS 2009) ແລະມາດຖານສາກົນ (ICAO) ຄື: ເປັນສະໜາມ ບິນປະເພດ 3C (Aerodrome code 3C) ຊຶ່ງສາມດຮອງຮັບເຮືອບິນຂະໜາດ 70-100 ບ່ອນນັ່ງ ເຊັ່ນ: ເຮືອບິນ ATR 72, Fokker 70, MA-60. Fokker-100 ຫຼືທຽບເທົ່າ.


      ບັນດາໜ້າວຽກຂອງໂຄງການປະກອບດ້ວຍໜ້າວຽກຕົ້ນຕໍຄື: ກໍ່ສ້າງທາງແລ່ນຂື້ນ-ລົງ (Runway) ມີຂະໜາດ 1850x30 ມ, ປູຢາງຂົ້ວໜາ 15ມຊ, ບ່າທາງແລ່ນຂື້ນ-ລົງ (RWY Shoulder) ກ້ວາງ​ເບື້ອງລະ 3ມ, ປູຢາງຂົ້ວໜາ 10ຊມ, Stop way ມີຂະໜາດເບື້ອງລະ 36x60ມ, RESA ມີຂະໜາດເບື້ອງລະ 300x150ມ, Runway Strip ມີຄວາມກ້ວາງ 150ມ. ການກໍ່ສ້າງທາງແວ່ (Taxiway) ສໍາລັບການກໍ່ສ້າງທາງແວ່ດັ່ງກ່າວ (TWY Asphalt Concrete Pavement) ມີຂະໜາດ 282x18ມ, ປູຢາງຂົ້ວໜາ 15 ຊມ. ບ່າທາງແວ່ກ້ວາງ (TWY Shoulder) ເບື້ອງລະ 3.5ມ, ປູຢາງຂົ້ວໜາ 10ຊມ.


ກໍ່ສ້າງລານຈອດເຮືອບິນ (Apron) ມີຂະໜາດ 110x100ມ ປູຢາງຂົ້ວໜາ 15ຊມ, ບ່າລານຈອດເຮືອບິນ (Apron shoulder) ເບື້ອງລະ 3.5ມ, ປູຢາງຂົວໜາ 10ຊມ. ກໍ່ສ້າງອາຄານຜູ້ໂດຍສານ (Passenger Termimal Building) ມີເນື້ອທີ່ທັງໝົດ 4325 ຕາແມັດ, ເປັນອາຄານ 2 ຊັ້ນ.


ກໍ່ສ້າງຫ້ອງການຄຸ້ມຄອງສະໜາມບິນ ມີເນື້ອທີ ທັງໝົດ 600 ຕາແມັດ, ຢູ່ພາຍໃນຕຶກອາຄານຜູ້ໂດຍສານສະໜາມບິນ, ກໍ່ສ້າງສະຖານີດັບເພີງ ແລະສະຖານີບໍລິການພາກພື້ນດິນ ມີເນື້ອທີອາຄານລະ 2720 ຕາແມັດ, ລວມທັງຫ້ອງພັກ ແລະບ່ອນໄວ້ພາຫະນະເຊິ່ງມີເນື້ອທີ 589 ຕາແມັດ ແລະເດີ່ນຂອງສະຖານີບໍລິການພາກພື້ນດິນ ມີເນື້ອທີ 2131 ຕາແມັດ.


ນອກນັ້ນຍັງມີການກໍ່ສ້າງ ສະຖານີອຸຕຸນິຍົມ, ສະຖານີແຈກຈ່າຍໄຟຟ້າ, ກໍ່ສ້າງລະບົບລະບານນໍ້າຢູ່ສະໜາມບິນ, ກໍ່ສ້າງຮົ້ວອ້ອມສະໜາມບິນ, ກໍ່ສ້າງທາງອອກສະໜາມບິນ, ວິທະຍຸຊ່ວຍການບິນ ແລະກໍ່ສ້າງ ລະບົບໄຟຟ້າຢູ່ສະໜາມບິນ.


      ສໍາລັບຄວາມຄືບໜ້າຂອງໂຄງການກໍ່ສ້າງສະໜາມບິນ ແຂວງອັດປື, ມາຮອດວັນທີ 31 ທັນ ວາ 2013, ແມ່ນສາມາດປະຕິບັດໄດ້ທັງໝົດ 37.04%, ທຽບໃສ່ແຜນການທີ່ວາງໄວ້ 24.40%, ລື້ນຄາດໝາຍ 12.64%.


# ຄວາມຄືບໜ້າຂອງການກໍ່ສ້າງສະໜາມບິນ 28/02/2014









   ໂຄງການກໍ່ສ້າງສະໜາມບິນ ທີ່ແຂວງອັດຕະປື ມີຄວາມຄືບໜ້າໄປຫຼາຍ. ໃນການຈັດຕັ້ງປະຕິບັດ ຕາມສັນຍາ ເລີ່ມແຕ່ວັນທີ 10 ພຶດສະພາ 2013 ມາເຖິງວັນທີ 28 ກຸມພາ 2014 ຜ່ານມານີ້, ສາມາດ ປະຕິບັດວຽກການກໍ່ສ້າງສໍາເລັດທັງໝົດໄດ້ 39.67% ຕາມແຜນການແມ່ນ 33.98%, ທຽບໃສ່ແຜນການ ແມ່ນລື່ນຄາດໝາຍ 5.69%.


      ວຽກຂົນວັດສະດຸດິນຖົມມາເກັບໄວ້ບໍ່ດິນກໍ່ສ້າງໄດ້ 7.55%, ວຽກກໍ່ສ້າງສະໜາມບິນສໍາເລັດ 8.65%, ວຽກກໍ່ສ້າງອາຄານຜູ້ໂດຍສານສໍາເລັດ 11.35%, ວຽກກໍ່ສ້າງຫໍບັນຊາການບິນສໍາເລັດ 1.08%, ວຽກກໍ່ສ້າງສະຖານີເກັບມ້ຽນພາຫະນະຮັບໃຊ້ສະໜາມບິນກໍ່ສ້າງໄດ້ 0.71%, ວຽກກໍ່ສ້າງເສັ້ນທາງ, ລານ ຈອດລົດ, ໂຄງລ່າງຕ່າງໆນອກອາຄານສະໜາມບິນ 0.45%, ວຽກກໍ່ສ້າງສະຖານນີໄຟຟ້າ ແລະລະບົບ ໄຟ 2.13%, ວຽກໍ່ສ້າງລະບົບນໍ້າໃຊ້ໄດ້ 0.06%, ວຽກກໍ່ສ້າງທາງເຂົ້າສະໜາມບິນສໍາເລັດ 0.93%, ວຽກກໍ່ສ້າງລານຈອດລົດສະໜາມບິນກໍ່ສ້າງໄດ້ 0.52%, ວຽກກໍ່ສ້າງເສັ້ນທາງບໍລິການສະໜາມບິນກໍ່ສ້າງ ໄດ້ 0.41%, ວຽກກໍ່ສ້າງລະບົບລະບາຍນໍ້າໄດ້ 2.64%, ວຽກກໍ່ສ້າງລະບົບໄຟສະໜາມບິນ, ວຽກກໍ່ສ້າງ ສູນໄຟຟ້າສະໜາມບິນ ແລະວຽກກໍ່ສ້າງສະຖານີອຸຕຸນິຍົມໄດ້ 0.00%, ວຽກກໍ່ສ້າງສະຖານີວິທະຍຸໄດ້ 0.012%, ວຽກກໍ່ສ້າງຮົ້ວອ້ອມສະໜາມບິນໄດ້ 1.61% ແລະວຽກຕິດຕັ້ງອຸປະກອນຕ່າງໆທີ່ຮັບໃຊ້ສະ  ໜາມບິນໄດ້ 1.52%.


      ໃນນັ້ນມີການກໍ່ສ້າງຫໍບັນຊາການບິນລວມມີ: ຫ້ອງບັນຊາການບິນ, ຕິດແກ້ວ, ຕິດພີມກັນແສງ, ທາສີ ແມ່ນສໍາເລັດ 70% (ບໍ່ນັບວຽກຕິດຕັ້ງອຸປະກອນ), ວຽກການກໍ່ສ້າງອາຄານບໍລິການສໍາລັບສາຍ ການບິນກໍ່ສ້າງໄດ້ 70%, ວຽກການກໍ່ສ້າງສະຖານີດັບເພີງ, ໄດ້ມີການກໍ່ສ້າງ ແລະຕິດຕັ້ງລະບົບໄຟຟ້າ ພາຍໃນອາຄານ ກໍ່ສ້າງໄດ້ 45% (ບໍ່ນັບວຽກງານຕິດຕັ້ງອຸປະກອນ). ນອກຈາກ​ໜ້າວຽກ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິ່ງ​ແລ້ວ ກໍ່​ຍັງ​ມີ​ຂໍ້​ຫຍຸ້ງຍາກ​ໃນ​ການ​ຈັດ​ຕັ້ງປະຕິ​ບັດ​ໂຄງການ ​ເນື່ອງ​ຈາກ​ວ່າ​ຊວງ ​ເດືອນມັງກອນ-​ເດືອນກຸມພາ 2014 ​ແມ່ນປີ​ໃໝ່​ຂອງ​ຊາວຫວຽດນາມ, ກຳມະກອນ ​ແລ​ະ ວິຊາ​ການ​ໂຄງການ​ສ່ວນ​ໃຫຍ່​ແມ່ນ​ຄົນຫວຽດນາມ, ດັ່ງ​ນັ້ນ ກ່ອນ​ຮອດ​ປີ​ໃໝ່​ເຂົ້າ​ເຈົ້າຈິ່ງ​ໄດ້​ລາ​ພັກ​ເພື່ອັບ​ຖິ່ນ​ຖານ​ບ້ານ​ເກີ​ດ ​ເຮັດ​ການ​ປະຕິບັດ​ວຽກງານການ​ກໍ່ສ້າງພົບ​ຄວາ​ມຫຼ້າ​ຊ້າ. ​ເພື່ອ​ໃຫ້​ການຈັດ​ຕັ້ງ​ປະຕິບັດວຽກ​ງານສຳ​ເລັດ​ຕາມ​ແຜນ ການ​ທີ່​ວາງ​ໄວ້​ທາງ​​​ໂຄງການພວກ​ເຮົາ​ກໍ່​ມີ​ແຜນ​ວຽກ​ທີ​ປະຕິບັດໃນ​ເດືອນ​ຕໍ່​ໄປ​: ສືບ​ຕໍ່ຂົນວັດສະດຸດິນຖົມ​ເພື່ອມາເກັບໄວ້​ໃນ​ສະໝານ​ກໍ່ສ້າງ​ສະໜາມ​ບິນ; ສືບ​ຕໍ່ກໍ່ສ້າງ​ວຽກ​ດິນ​ຖົມ​ຢູ່​ທາງ​ແລ່ນ​ຂື້ນ-ລົງ, ທາງ​ແວ່ ​ແລະ  ລານ​ຈອດ​ເຮືອບິນ; ສືບ​ຕໍ່ກໍ່ສ້າງ​ອາຄານ​ຜູ້​ໂດຍ​ສານ; ສືບ​ຕໍ່ກໍ່ສ້າງອາຄານຜູ້ໂດຍສານ; ສືບ​ຕໍ່ກໍ່ສ້າງຫໍບັນຊາການບິນ; ສືບ​ຕໍ່ອາຄານ​ບໍລິການ​ສຳລັບ​ສາຍ​ການບິນ; ສືບ​ຕໍ່ວຽກ​ງານ​ກໍ່ສ້າງ​ສະຖານີ​ດັບ​ເພີງ; ສືບ​ຕໍ່ກໍ່ສ້າງ​ທາງ​ເຂົ້າ​ສະໜາມ​ບິນ; ສືບ​ຕໍ່ກໍ່ສ້າງ​ລະບົບ​ນ້ຳ​ໃຊ້; ສືບ​ຕໍ່ກໍ່ສ້າງສະຖານີ​ໄຟຟ້າ; ສືບ​ຕໍ່ກໍ່ສ້າງ ສະຖາ ນີ​ວິທະຍຸ; ສືບ​ຕໍ່ກໍ່ສ້າງລະບົບ​ລະບາຍ​ນ້ຳ​ອອກ​ຈາກ​ສະໜາມ​ບິນ; ສືບ​ຕໍ່ກໍ່ສ້າງຮົ້ວ​ອ້ອມ​ສະໜາມ​ບິນ.





ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250