ຂ່າວຕ່າງແຂວງ

ພະແນກ ຍທຂ ແຂວງຫຼວງພະບາງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາສົກປີ 2012-2013 ແລະ ທິດທາງແຜນການສົກປີ 2013-2014

2014-02-12 - Administrator




 



 ໃນວັນທີ 28-29 ມັງກອນ 2014 ພະແນກ ໂຍທາທິການ ແລະຂົນສົ່ງປະຈໍາແຂວງ ຫຼວງພະ ບາງໄດ້ເປີດກອງປະຊຸມສະຫຼຸບປະຈໍາສົກປີ 2012-2013 ແລະ ວາງທິດທາງແຜນການປະຈໍາສົກປີ 2013-2014 ຂື້ນຢ່າງເປັນທາງການທີ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການປົກຄອງແຂວງ.


ໃນທ່າມກາງ ບັນຍາກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະທົ່ວປວງຊົນລາວທັງຊາດ ພວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ເວົ້າລວມ. ເວົ້າສະເພາະແຂວງຫຼວງພະບາງ ແມ່ນຢູ່ໃນໄລຍະຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍມະຕິ IX ຂອງພັກ, ມະຕິເລກທີ 03/ກມສພ ວ່າດ້ວຍວຽກງານເຮັດທົດ ລອງສາມສ້າງ, ມະຕິ VII. ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານ ໂຍທາທິການ ແລະຂົນສົ່ງ ໃນໜຶ່ງ ປີຜ່ານມາ ແລະວາງທິດທາງແຜນການໃນປີຕໍ່ໄປ.


ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ.ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງແຂວງຫຼວງພະບາງ, ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ລັດຖະ ມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ຟ້າສະນັ່ນ ທໍາມະວົງ ເລຂາຄະນະພັກຮາກ ຖານ, ຫົວໜ້າພະແນກ ໂຍທາທິການ ແລະຂົນສົ່ງ ປະຈໍາແຂວງຫຼວງພະບາງ. ມີບັນດາຫົວໜ້າກົມ, ເຈົ້າ ເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງພະແນກອ້ອມຂ້າງແຂວງ, ຫົວໜ້າຫ້ອງການ ຍທຂ ຈາກ 12 ຕົວ ເມືອງ, ບໍລິສັດວິສາຫະກິດ, ບໍລິສັດເອກະຊົນທີ່ຂື້ນກັບ ແລະສະມາຊິກພັກພາຍໃນພະແນກ ເຂົ້າຮ່ວມ ທັງໝົດ 123 ທ່ານ.


 ພາຍຫຼັງທ່ານ ຫົວໜ້າພະແນກ ໄດ້ກ່າວເປີດພິທີຢ່າງເປັນທາງການແລ້ວ, ຈາກນັ້ນ ທ່ານ ເຊັ່ງ ທະນົງສັກ ຮອງຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຍທຂ ປະຈໍາສົກປີ 2012-2013 ແລະຜ່ານທິດທາງແຜນການປະຈໍາສົກປີ 2013-2014 ຕໍ່ກອງປະຊຸມ. ໃນກອງປະຊຸມ ທ່ານ ເຈົ້າແຂວງ ແຂວງຫຼວງພະບາງ. ໄດ້ໂອ້ລົມໃຫ້ທິດຊີ້ນໍາຕໍ່ກອງປະຊຸມ, ທ່ານໄດ້ເນັ້ນໜັກໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນຂົງເຂດ ຍທຂ ທຸກຄົນຕ້ອງເປັນເຈົ້າການ ເພີ້ມຄວາມຮັບຜິດຊອບສູງ ແລະມີວິໃສທັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົບການເມືອງ-ແນວຄິດ ຂອງສະມາຊິກພັກ ພະ ນັກງານ-ລັດຖະກອນ, ໃຫ້ມີຫຼັກໝັ້ນຄຸນທາດການເມືອງໜັກແໜ້ນ, ຜ່ານມາໜ່ວຍພັກຮາກຖານພະແນກ ຍທຂ ປະຈໍາແຂວງຫຼວງພະບາງ, ໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ 4 ປີຊ້ອນ ສະເໜີໃຫ້ມີການສະຫຼຸບຖອດຖອນບົດຮຽນ ເພື່ອແກ້ໄຂບັນດາຫາງສຽງ ແລະໃຫ້ສືບຕໍ່ຜັນຂະຫຍາຍຈຸດດີ, ສືບຕໍ່ລົງກໍ່ສ້າງຮາກຖານການເມືອງ, ໂຄສະນາເຜີຍແຜ່ບັນດານິຕິກໍາ-ລະບຽບກົດໝາຍຂອງຂະແໜງ ຍທຂ ເພື່ອສຶກສາອົບຮົມປະຊາຊົນບັນດາເຜົ່າ, ຜູ້ປະກອບການທຸລະກິດໃນຂະແໜງ ຍທຂ ໃຫ້ມີຄວາມເຂົ້າໃຈທົ່ວເຖິງ. ຈາກນັ້ນກອງປະຊຸມ, ຍັງປຶກສາຫາລື ແລະ ແລກປ່ຽນບົດຮຽນນໍາກັນ ເພື່ອແກ້ໄຂວຽກງານໃນຕໍ່ໜ້າ. ໂດຍໄດ້ສະເໜີຂັ້ນເທິງ ເພື່ອຂໍເພີ່ມບຸກຄະລາກອນໃຫ້ຫ້ອງການ ຍທຂ ເມືອງ ແລະຂະແໜງການພາຍໃນພະແນກຕື່ມອີກ, ສະເໜີກະຊວງ ຍທຂ ຂໍງົບປະມານຈັດຝືກອົບຮົມວຽກງານວິຊາສະເພາະ ໃຫ້ພະນັກງານໃນຂະແໜງ, ສ້ອມແປງເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດໃນລະດູຝົນປີ 2013 ທີ່ຜ່ານມາ. ວຽກງານຄຸ້ມຄອງທາງບົກ ແມ່ນໄດ້ ເອົາໃຈໃສ່ປັບປຸງ ການກໍ່ສ້າງຂົວ-ທາງແຕ່ລະປະເພດ ຕ້ອງມີການໄລ່ລຽງຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ, ຕ້ອງມີການກໍານົດຫົວໜ່ວຍລາຄາໃຫ້ຖືກຕ້ອງ, ສອດຄ່ອງຕາມລະບຽບຫຼັກການ ເພື່ອເປັນບ່ອນ ອີງໃຫ້ແກ່ການຂື້ນແຜນຂອງໂຄງການ, ໄດ້ເອົາໃຈໃສ່ວຽກບູລະນະປົກປັກຮັກສາທາງ ຢ່າງເປັນປົກກະຕິ, ວຽກສຸກເສີນ, ໂຄງການບູລິມະສິດໃຫ້ເອກະຊົນລົງທຶນກ່ອນ, ກຽມພ້ອມເພື່ອຮອງຮັບໂຄງການທີ່ຈະເກີດຂື້ນໃນຕໍ່ໜ້າເຊັ່ນ: ໂຄງການກໍ່ສ້າງທາງເລກທີ 13 ເໜືອ ປາກມອງ-ອຸດົມໄຊ, ທາງເລກ 1C (ປາກມອງ-ຫົງສາ), ຂົວຂ້າມນໍ້າຂອງ, ໂຄງການກໍ່ສ້າງທາງພູທິດເຜີ້ງ-ນາຊອນ ແລະໂຄງການອື່ນໆ. ວຽກຄຸ້ມຄອງທາງນໍ້າ ແມ່ນໄດ້ເອົາໃຈໃສ່ຕັ້ງໜ້າກວດກາການປຸກສ້າງອາຄານ, ເຄຫາສະຖານທີ່ບໍ່ໄດ້ຮັບອະນຸຍາດ ພ້ອມທັງລົງແກ້ໄຂຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ, ສືບຕໍ່ລົງສໍາຫຼວດ-ອອກແບບປັບປຸງ ຈັດສັນຜັງຊີ້ນໍາລວມຂອງບັນດາເມືອງ, ເຂດຈຸດສຸມພັດທະນາຂອງແຂວງ ແລະເມືອງ. ສໍາລັບວຽກງານການຂົນສົ່ງ ແມ່ນໄດ້ປັບປຸງຍົກລະດັບວຽກງານສົ່ງສິນຄ້າ-ໂດຍສານທາງບົກ, ທາງອາກາດໃຫ້ມີຄຸນນະພາບ, ຮັບປະກັນຄວາມປອດໄພ, ສະດວກວອງໄວ, ໄດ້ເອົາໃຈໃສ່ກວດກາ-ຄຸ້ມຄອງການສັນຈອນໃຫ້ມີຄວາມເປັນລະບຽບຮຽບຮ້ອຍພາຍໃນເທດສະບານເມືອງ, ສືບຕໍ່ຕິດຕາມການເຮັດທົດລອງການແລ່ນລົດໄຟຟ້າບໍລິການ ຜູ້ໂດຍສານໃນເທດ ສະບານເມືອງ, ເອົາໃຈໃສ່ຂອດບໍລິການຂື້ນທະບຽນລົດ, ການຈັດພິມໃບທະບຽນ ແລະໃບຂັບຂີ່ຖາວອນໃຫ້ວ່ອງໄວຂື້ນກວ່າເກົ່າ ແລະສືບຕໍ່ກວດກາລົດປ້າຍລັດທີ່ນໍາໃຊ້ບໍ່ຖືກເປົ້າໝາຍ, ລົດທີ່ບໍ່ມີປ້າຍ.


ໃນຕອນທ້າຍຂອງກອງປະຊຸມ ທ່ານ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ, ໄດ້ຂື້ນໂອ້ລົມຕໍ່ກອງປະຊຸມ, ທ່ານໄດ້ເນັ້ນໃຫ້ບັນດາຜູ້ແທນກອງປະຊຸມໃຫ້ມີຄວາມຮັບຜິດຊອບສູງ ໂດຍ ສະເພາະແມ່ນທ່ານເຈົ້າເມືອງທີ່ກໍາໄດ້ ແລະເຫັນຄວາມສໍາຄັນຕໍ່ວຽກງານ ໂຍທາທິການ ແລະຂົນສົ່ງ, ທ່ານໄດ້ແນະນໍາໃຫ້ທົບທວນຄືນ ກ່ຽວກັບທັດສະນະກໍານົດຍຸດທະສາດ ແຫ່ງການປັບປຸງບູລະນະຂະ ຫຍາຍ ການຈັດຕັ້ງຄຸ້ມຄອງການຄົມມະນາຄົມ ຂອງປະທານໄກສອນ ພົມວິຫານ ຕໍ່ກອງປະຊຸມວຽກງານ ຄົມມະນາຄົມ-ຂົນສົ່ງ ໄປສະນີ ແລະກໍ່ສ້າງ ຄັ້ງທີ I ແລະບົດ​ຄວາມ​ເຫັນສະຫຼຸບ​ກອງ​ປະຊຸມຄົມມະນາຄົມ ຂົນ​ສົ່ງ-​ໄປສະນີ ​ແລະກໍ່ສ້າງ ຄັ້ງ​ທີ່ I ຂອງທ່ານ ຄໍາໄຕ ສີພັນດອນ. ໃນນັ້ນ, ທ່ານ ຍັງໄດ້ມີຄໍາເຫັນ ແລະໃຫ້ທິດຊີ້ນໍາຕໍ່ກອງປະຊຸມໃຫ້ເອົາໃຈໃສ່ປະຕິບັດ ແກ້ໄຂວຽກໄພພິບັດ, ໂຄງການກໍ່ສ້າງຂົວອູ່, ທໍ່ລະບາຍນໍ້າລອດທາງ ແລະເສັ້ນທາງຕ່າງໆ ທີ່ທາງເມືອງສະເໜີ ໂດຍໃຫ້ຈັດລຽງເປັນບູລິມະສິດໃນການແກ້ໄຂ, ໃຫ້ມີການປັບປຸງຫາງສຽງຂອງສັງຄົມ ຕໍ່ຂະແໜງການ ຍທຂ ເປັນຕົ້ນແມ່ນລາຄາການກໍ່ສ້າງ, ຄຸນນະພາບບໍ່ທັນດີ, ເວລາໂຄງການແກ່ຍາວ, ການຂື້ນທະບຽນລົດຈັກແມ່ນຄວນມອບໃຫ້ ຫ້ອງການ ຍທຂ ເມືອງ, ໃຫ້ບັນດາກົມມີການສົມທົບກັບພະແນກ ຍທຂ ຈັດຕັ້ງເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆ.



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250