ຂ່າວຕ່າງແຂວງ

ພິທີມອບໜ່ວຍພັກແຂງຮູ້ນໍາພາຮອບດ້ານ ຂອງຂະແໜງເຄຫາຜັງເມືອງ ທີ່ຂື້ນກັບ ຍທຂ ແຂວງອັດຕະປື

2014-04-03 - Administrator




    ໃນຕອນເຊົ້າຂອງວັນທີ 19 ມີນາ 2014 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງພະແນກ ຍທຂ ແຂວງອັດ ຕະປື ໄດ້ຈັດກອງປະຊຸມຮັບຮອງແຜນການ ກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ສົກປີ 2013-2014 ຂອງໜ່ວຍພັກ ບໍລິຫານ-ເຄຫາຜັງເມືອງ ທີ່ຂື້ນກັບຄະນະພັກຮາກຖານ ພະແນກ ຍທຂ ແຂວງ ອັດຕະປື ຂື້ນຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍ ສົມຮັກ ກອງບົວຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ເພັດມີໄຊ ຄໍາພັກດີ, ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າພະແນກ ຍທຂ ແຂວງອັດຕະປື, ມີບັນດາສະມາຊິກພັກພາຍໃນຂະແໜງ ບໍລິຫານ-ເຄຫາຜັງເມືອງ ແລະສະມະຊິກພັກອ້ອມຂ້າງພະແນກ ຍທຂ ແຂວງ ອັດຕະປື ກໍ່ໄດ້ເຂົ້າຮ່ວມ.


      ກອງປະຊຸມຄັ້ງ​ນີ້ ສະຫາຍ ສູນນະຄອນ ແກ້ວວຽງຄໍາ, ຄະນະພັກຮາກຖານ, ທັງເປັນເລຂາ ໝ່ວຍພັກບໍລິຫານ, ຮອງຫົວໜ້າພະແນກ ຍທຂ ແຂວງອັດຕະປື, ໄດ້ໃຫ້ກຽດລາຍງານ ໂດຍຫຍໍ້ຂອງການຈັດ ຕັ້ງເຄື່ອນໄຫວວຽກງານໜ່ວຍພັກ ໃນໄລຍະທີ່ຜ່ານມາ ແລະຄາດໝາຍສູ້ຊົນຂອງໝ່ວຍພັກ ບໍລິຫານ-ເຄຫາຜັງເມືອງ ໃນການເສີມສ້າງທຸກເງື່ອນໄຂໃຫ້ໄດ້ຕາມມາດຖານຂອງ ການສ້າງໝ່ວຍພັກ​ເຂັ້ມແຂງ-ຮູ້ນໍາພາຮອບດ້ານ ຕາມທີ່ສູນກາງພັກວາງອອກ, ພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ຮັບຟັງ ການໂອ້ລົມຂອງ ສະຫາຍ ສົມຮັກ ກອງບົວຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງເພີ່ນໄດ້ ສະແດງຄວາມຍິນດີຊົມເຊີຍ ຕໍ່ຜົນງານລວມຂອງໝ່ວຍພັກ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະທ່ານກໍ ຍັງໄດ້ໃຫ້ທິດຊີ້ນໍາຕື່ມ ຕາມເນື້ອໃນຕົ້ນຕໍຂອງກອງປະຊຸມໃຫຍ່ສະໃໝ່ IX ຂອງສູນກາງພັກ. ຊຶ່ງສະຫາຍ ໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ແລະໝ່ວຍພັກທຸກຂັ້ນ ຕ້ອງໄດ້ສຸມໃສ່ໃນການສ້າງ ແລະປົກປັກຮັກສານາມມະຍົດໝ່ວຍພັກ​ເຂັ້ມແຂງ-ຮູ້ນໍາພາຮອບດ້ານ ຂອງຕົນໃຫ້ມີຄວາມຢືນຢົງຕະຫລອດໄປ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250