ຂ່າວຕ່າງແຂວງ

ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານຜົນຂອງກອງປະຊຸມສະພາແຫ່ງຊາດຄັ້ງທີ VIII ສະໄໝທີ VI

2014-04-03 - Administrator




         ໃນຕອນເຊົ້າຂອງວັນທີ 17 ມີນາ 2014 ຢູ່ທີ່ຫ້ອງປະຊຸມໃຫຍ່ພະແນກ ຍທຂ ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານຜົນຂອງກອງປະຊຸມສະພາແຫ່ງຊາດຄັ້ງທີ VIII ສະໄໝທີ VI ຂື້ນ. ພາຍໃຕ້ການເປັນປະທານຂອງ ທ່ານ ເພັດແກ້ວ ເຮືອງປັນຍາ, ກໍາມະການພັກແຂວງ, ຮອງຫົວ ໜ້າສະພາເຂດເລືອກຕັ້ງ 17 ແຂວງອັດຕະປື, ທ່ານ ເພັດມີໄຊ ຄໍາພັກດີ ກໍາມະການພັກແຂວງ, ຫົວໜ້າ ພະແນກ ຍທຂ ແຂວງອັດຕະປື, ທ່ານໂຊກໄຊ ສິມມາລາ ຄະນະສະພາເຂດເລືອກຕັ້ງທີ 17 ແຂວງອັດຕະປື, ມີບັນດາຄະນະນໍາພະແນກ ແລະພະນັກງານທຸກທ່ານໄດ້ເຂົ້າຮ່ວມ.


      ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຂໍ້ມູນຂ່າວສານຜົນຂອງກອງປະຊຸມສະພາແຫ່ງຊາດຄັ້ງທີ VIII ສະໄໝທີ VI, ພ້ອມດຽວກັນນັ້ນ ຄະນະນໍາຂອງພະແນກ ຍທຂ ແຂວງອັດຕະປື ໄດ້ມີການປະກອບຄໍາຄິດ-ຄໍາເຫັນ ຕໍ່ທີ່ປະຊຸມ, ໃນການນໍາສະເໜີຕໍ່ຄະນະສະພາເຂດເລືອກຕັ້ງທີ 17, ເພື່ອໃຫ້ຄະນະສະພານໍາເອົາ ຄໍາຄິດ-ຄໍາເຫັນດັ່ງກ່າວໄປສະເໜີຕໍ່ກອງປະຊຸມສະພາໃນສະໄໝໜ້າ ແລະສະເໜີບົດລາຍງານຂອງອົງການກວດສອບແຫ່ງລັດ.


      ຫົວໜ້າພະແນກ ຍທຂ ແຂວງອັດຕະປື ໄດ້ສະຫຼຸບສັງລວມຄືນກ່ຽວກັບການຈັດຕັ້ງປະຕິບັດວຽກ ງານ ໃນປີທີ່ຜ່ານມາ ແລະທິດທາງຄາດໝາຍສູ້ຊົນໂດຍສັງເຂບດັ່ງນີ້:  ໂດຍພາຍໃຕ້ການຊີ້ນໍາຂອງຄະ ນະບໍລິຫານງານພັກແຂວງ ອັດຕະປື ກໍຄືຄະນະນໍາພະແນກ ໄດ້ເອົາໃຈໃສ່ຊີ້ນໍານໍາພາ ພະນັກງານ, ລັດຖະກອນໃນຂະແໜງການຂອງຕົນ ປະຕິບັດໜ້າທີ່ວຽກງານ ຢ່າງຕັ້ງໜ້າ, ປັບປຸງ ກໍ່ສ້າງພື້ນຖານ ໂຄງລ່າງ ແລະບໍລິການດ້ານໂຍທາທິການ ແລະຂົນສົ່ງ ເພື່ອຮັບໃຊ້ສັງຄົມນັບມື້ນັບດີຂື້ນເປັນກ້າວໆ, ໃນໄລຍະຜ່ານມານີ້ ການຈັດຕັ້ງປະຕິບັດແຜນການ ແມ່ນໄດ້ດີພໍສົມຄວນ ຊິ່ງໄດ້ສະແດງອອກຈາກຜົນສໍາເລັດ ທີ່ໄດ້ປະຕິບັດໃນຫຼາຍໂຄງການເຊັ່ນ: ໂຄງການກໍ່ສ້າງ ແລະສ້ອມແປງທາງ, ຫຼາຍໂຄງການກໍ່ໄດ້ລົງມືຈັດຕັ້ງປະຕິບັດ ເປັນຕົ້ນແມ່ນການກໍ່ສ້າງປັບປຸງຂະຫຍາຍ-ຍົກລະດັບເສັ້ນທາງປູຢາງພາຍໃນເທດສະ ບານແຂວງ, ສ້ອມແປງທາງຫຼວງແຫ່ງຊາດ, ທາງຫຼວງຊົນນະບົດ, ວຽກງານຂົນສົ່ງສິນຄ້າ, ໂດຍສານ ແລະວຽກງານເຄຫາ-ຜັງເມືອງ ໄດ້ມີການປັບປຸງໃຫ້ດີຂື້ນຢ່າງເປັນລະດັບ. ສໍາລັບວຽກງານຄຸ້ມຄອງມະຫາພາກ ກໍໄດ້ປັບປຸງພາລະບົດບາດ, ສິດຂອບເຂດໃຫ້ຫ້ອງການ ຍທຂ ຂັ້ນເມືອງ ແລະຂະແໜງ ການ ພາຍໃນພະແນກ ເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກການຄຸ້ມຄອງຂະແໜງ ໂຍທາທິການ ແລະຂົນສົ່ງໃນແຕ່ລະຂັ້ນ ໃຫ້ສົມກັບຄໍາເວົ້າທີ່ວ່າ “ທົນທາງດີ, ຂົນສົ່ງປອດໄພ, ບ້ານ-ເມືອງສົດໄສ, ບໍລິການວອງໄວ” ເພື່ອເປັນການຕອບສະໜອງໃນການຮັບໃຊ້ໜ້າທີ່ ການເມືອງຂອງພັກ-ລັດ ແລະຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືເນື້ອໃນຈິດໃຈຂອງສະພາແຫ່ງຊາດ.


 

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250