ຂ່າວຕ່າງແຂວງ

ພິທີເຊັນສັນຍາ ໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກ 6A(ທາງລ້ອງ-ສົບເບົາ), ແລະ 6B(ສົບເບົາ-ປ່າຮ່າງ)

2014-02-28 - Administrator

ທີ່​ແຂວງ​ຫົວພັນ ວັນ​ທີ 23/02/2014, ກະຊວງ​ໂຍທາ​ທິການ ​​ແລະ ຂົນ​ສົ່ງ ຮ່ວມ​ກັບ​ອໍານາດ​ການ​ປົກຄອງ​ແຂວງ​ຫົວພັນ, ຈັດ​ຕັ້ງ​ປະຕິບັດ​ໂດຍ​ ກົມ​ຂົວ​ທາງ ​ແລະ ພະ​ແນ​ກ ຍທຂ ​ແຂວງ​ຫົວພັນ ​ໄດ້​ຈັດ​ພິທີ​ເຊັນ​ສັນຍາ​ຮັບ​ເໝົາ​ກໍ່ສ້າງ ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ 6A ຫາງ​ລ້ອງ ຫາ ສົບ​ເບົາ ລວງ​ຍາວ 60.62 ກມ ມູນ​ຄ່າສັນຍາ 14,486,646 USD ​ແລະ ​ເຊັນ​ສັນຍາ​ຮັບ​ເໝົາ​ກໍ່ສ້າງ ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ 6B ສົບ​ເບົາ ຫາ ປ່າ​ຮາງ ລວງ​ຍາວ 26.1 ກມ + ຂົວ​ນ້ຳ​ມ່າ 200​ແມັດ ມູນ​ຄ່າສັນຍາ 9,5​30,315 USD


                  ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ, ທ່ານ ດຣ ພັນ​ດວງ​ຈິດ ວົງສາ ປະ​ທານ​ແນວ​ລາວ​ສ້າງ​ຊາດ, ທ່ານ ຄໍາ​ຮຸ່ງ ​ເຮືອງ​ວົງ​ສີ​ ​ເຈົ້າ​ແຂວງ ​ແຂວງ​ຫົວພັນ, ບັນດາ​ທ່ານ​ຮອງ​ເຈົ້າ​ແຂວງ, ຫົວໜ້າ​ພະ​ແນ​ກ ຍທຂ ​ແຂວງ​ຫົວພັນ ​ແລະ ທ່ານ ຮອງ​ຫົວໜ້າ​ກົມ​ຂົວ​ທາງ, ທ່ານ​ຮອງ​ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື, ທ່ານຮອງ​ຫົວໜ້າ​ກົມ ຈັດ​ຕັ້ງ​ພະນັກງານ, ທ່ານຜູ້​ຕາງ​ໜ້າ​ກົມ​ການ​ເງິນ ຂອງ ກະຊວງ ຍທຂ ​ແລະ ທ່ານ ຜູ້ຕາງໜ້າ ຈາກ ກົມ​ພົວຕ່າງປະ​ເທດ ກະຊວງ​ແຜນການ ​ແລະ ການ​ລົງທຶນ.


               ເຊັນ​ຕ່າງ​ໜ້າ​ເຈົ້າ​ຂອງ ​ໂຄງການ ສໍາ​ຫັລບສັນຍາ ທາງ​ຫລວງ​ແຫ່ງ​ຊາດ6A ​ແມ່ນ ທ່ານ​ສຸກ​ສາຄອນ ຊູ​ຕັນ​ນຸວົງ ຫົວໜ້າ​ໂຄງການ,ກົມ​ຂົວ​ທາງ, ກະຊວງ ຍທຂ ​ແລະ ຕາງໜ້າ​ບໍລິສັດຮັບ​ເໝົາ​ກໍ່ສ້າງ ລັດ​ວິ​ສະຫະ​ກິດ​ກໍ່ສ້າງ​ຂົວ​ທາງ ​ເລກ 8 ຮ່ວມ​ກັບ CEI18 ສສ ຫວຽດນາມ  ​ແມ່ນ​ທ່ານ​ ແສງ​ເພັດ ອານັນທະ​ວົງ ​ແລະເຊັນ​ຕ່າງ​ໜ້າ​ເຈົ້າ​ຂອງ ​ໂຄງການ ສໍາ​ຫັລບສັນຍາ ທາງ​ຫລວງ​ແຫ່ງ​ຊາດ6B ​ແມ່ນ ທ່ານ ດາວ​ອນ ວົງ​ລໍ​ຄໍາ ຫົວໜ້າ​ໂຄງການ, ກົມ​ຂົວ​ທາງ, ກະຊວງ ຍທຂ ​ແລະ ຕາງໜ້າ​ບໍລິສັດຮັບ​ເໝົາ​ກໍ່ສ້າງ Zhongmei Engineering Group Ltd ສປຈີນ ​ແມ່ນ ​ທ່ານ​  Zhang Huajun




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250