ຂ່າວຕ່າງແຂວງ

ເກີດເຫດລົດບັນທຸກ 18ລໍ້ ຕຳກັບ ລົດກະບະວີໂກ້ ຢູ່ຂົວຂ້າມນ້ຳຂອງ ເມືອງປາກເຊ ແຂວງຈຳປາສັກ.

2014-05-02 - Administrator


              ເກີດ​ເຫດ​ສະຫຼົດ​ໃຈ​ຂື້ນ ​ໃນ​ຕອນ​ກາງຄືນ​ຂອງ​ວັນ​ທີ 28 ​ເມສາ 2014 ຜ່ານ​ມາ ທີ່​ຂົວ​ຂ້າມ​ນ້ຳຂອງ ​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ, ​ເມື່ອລົດ​ບັນທຸກ 18ລໍ້ ຈາກ​ປະ​ເທດ​ໄທ ຕຳ​ກັບ ລົດ​ກະບະ​ວີ​ໂກ້​ຂອງ​ລາວ ​ເຮັດ​​ໃຫ້ລົດ​ບັນທຸກ​ຕົກລົງ​ນ້ຳຂອງ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊິວິດ 2ຄົນ ​ແລະ ບາດ​ເຈັບ​ສາຫັດ​ອິກ 2 ຄົນ. ສ່ວນ​ສາ​ເຫດ​ຂອງ​ການ​ເກີດ​ອຸບັດ​ເຫດ​ແມ່ນຍັງ​ຢູ່​ໃນ​ການ​ສືບສວນ​ສອບ​ສວນ​ຂອງ​ເຈົ້າ​ໜ້າ​ທີ​ຕຳຫຼວດ.



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250