ຂ່າວຕ່າງແຂວງ

ກອງປະຊຸມແຜນຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງໝ່ວຍແມ່ຍິງພະແນກ ຍທຂ ແຂວງອັດຕະປື.

2014-04-10 - Administrator






  ເພື່ອເປັນການສະຫຼຸບການເຄື່ອນໄຫວຂອງ ໜ່ວຍແມ່ຍິງ ພະແນກ ຍທຂ ແຂວງອັດຕະປື ໃນໄລ ຍະ 3 ປີ ແຕ່ສົກປີ 2010 ຫາ 2013 ແລະທິດທາງແຜນການ 3 ປີຕໍ່ໜ້າ ສົກປີ 2013 ຫາ 2016. ດັ່ງນັ້ນໃນວັນທີ 26 ມີນາ 2014 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫ່ຍ ພະ​ແນ​ກ ຍທຂ ແຂວງອັດຕະປື ​ໄດ້​ເປີດກອງປະຊຸມແຜນຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງໝ່ວຍແມ່ຍິງ. ໂດຍການເປັນປະທານ ຂອງທ່ານ ເພັດມີໄຊ ຄໍາພັກດີ, ຫົວໜ້າພະແນກ ຍທຂ ແຂວງອັດຕະປື, ນາງ ອາລົມຈິດ ສຸດທິຈັກ ຄະນະໜ່ວຍແມ່ຍິງ ແລະ ສະຫະພັນແມ່ຍິງ ພະແນກ ຍທຂ ປະຈໍາແຂວງດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.


    ກອງປະຊຸມດັ່ງກ່າວໄດ້ວາງແຜນການຈັດຕັ້ງປະຕິບັດ, ເນື້ອໃນຂໍ້ແຂງຂັນ 3 ດີ ຂອງໜ່ວຍແມ່ຍິງ ພາຍໃນພະແນກ ຍທຂ ແຂວງອັດຕະປື, ແນໃສ່ເພື່ອຜັນຂະຫຍາຍເນື້ອໃນຈິດໃຈ ກອງປະຊຸມໃຫຍ່ຄັ້ງທີ VI ຂອງແມ່ຍິງລາວ ທົ່ວປະເທດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງສະຫະພັນແມ່ຍິງແຂວງ, ໃຫ້ກາຍເປັນຮູບປະທໍາ ຕົວຈິງ. ໂດຍໄດ້ປຸກລະດົມສະມາຊິກແມ່ຍິງພາຍໃນໜ່ວຍ ໃຫ້ມີການພັດທະນານາຕົນເອງ ແລະຄອບຄົວ, ພ້ອມທັງຕັ້ງໜ້າປະຕິບັດວຽກງານຂອງແມ່ຍິງ ໃຫ້ປາກົດຜົນເປັນຈິງ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍ, ໃນນີ້ໄດ້ສົ່ງເສີມໃຫ້ສະມາຊິກແມ່ຍິງ ໄດ້ມີການເຄື່ອນໄຫວຕາມພາລະບົດບາດ ແລະຄວາມສາມາດຂອງຕົນ, ເພື່ອໃຫ້ກາຍເປັນແມ່ຍິງ 3 ດີ, ຫນ່ວຍ 3 ດີ ແລະສ້າງຄອບຄົວໃຫ້ກາຍເປັນ ຄອບຄົວຜາສຸກ ຄື: ສ້າງສະມາຊິກແມ່ຍິງ 3 ດີໃຫ້ໄດ້ 100% ຂອງຈໍານວນສະມາຊິກ 16 ສະຫາຍ, ສ້າງສະມາຊິກແມ່ຍິງ 3 ດີ ປະເພດ I ໃຫ້ໄດ້ 80%, ສ້າງສະມາຊິກແມ່ຍິງ 3 ດີປະເພດ II ໃຫ້ໄດ້ 20%, ສູ້ຊົນສ້າງຄອບຄົວດີມີຄວາມຜາສຸກໃຫ້ໄດ້ 80% ແລະສູ້ຊົນເປີດຮຽນເນື້ອໃນຂໍ້ແຂ່ງຂັນ 3 ດີໃຫ້ໄດ້ 100%.


      ໃນພິທີໄດ້ມີການມອບໃບຍ້ອງຍໍປະເພດ I ໃຫ້ແກ່ສະມາຊິກແມ່ຍິງຊິ່ງປະກອບມີ 8 ທ່ານ ແລະປະເພດ II ມີ 5 ທ່ານ, ໃນຕອນທ້າຍຂອງ​ກອງ​ປະຊຸມ ຫົວໜ້າພະແນກ, ໄດ້ຂື້ນໂອ້ລົມຕໍ່ ໜ່ວຍແມ່ຍິງ​ແລະ ສະມາຊິກແມ່ຍິງ ພາຍໃນພະແນກ ຍທຂ ແຂວງອັດຕະປື, ໃຫ້ຕັ້ງໜ້າສູ້ຊົນປະຕິບັດຂໍ້ແຂ່ງຂັ້ນ 3 ດີ ໃຫ້ປາກົດຜົນເປັນຈິງ ແລະສໍາລັບຜູ້ທີ່ ໄດ້ໃບຍ້ອງຍໍປະເພດ I ແລະ II ກໍ່ໃຫ້ສຶບຕໍ່ຮັກສາມູນເຊື້ອອັນດີງາມນີ້ໄວ້.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250