ຂ່າວຕ່າງແຂວງ

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງດອນໂຂງ ແຂວງຈໍາປາສັກ

2014-05-13 - Administrator



ໂຄງການກໍ່ສ້າງຂົວຂ້າມນໍ້າຂອງດອນໂຂງ, ແຂວງຈໍາປາສັກ ແມ່ນໂຄງການໜຶ່ງທີ່ເປັນບູລິມະສິດຂອງລັດ ຖະບານ ​ເຊິ່ງນອນໃນແຜນພັດທະນາ ເສດຖະກິດສັງຄົມໃນທົ່ວປະເທດເວົ້າລວມກໍຄືຕາໜ່າງ ການຄົມມະ ນາຄົມເຂົ້າເຖິງດອນໂຂງ ເວົ້າສະເພາະ, ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນຂອງ ປະຊາຊົນໃນຂົງເຂດດັ່ງກ່າວ, ໂດຍສະເພາະແມ່ນການພັດທະນາການທ່ອງທ່ຽວຂອງແຂວງຈໍາປາສັກ.


      ໂຄງການກໍ່ສ້າງຂົວດັ່ງກ່າວ ​ໄດ້ເລີ່ມລົງມືກໍ່ສ້າງຕັ້ງ​ແຕ່ວັນທີ 28 ພະຈິກ 2011, ​ຊຶ່ງມອບໃຫ້ກົມ ຂົວທາງ ກະຊວງ ໂຍທາທິການ ແລະຂົນສົ່ງ ເປັນເຈົ້າຂອງໂຄງການ ແລະຮັບຜິດຊອບວຽກງານໂດຍກົງ, ບໍລິສັດ HNDCI ສປ ຈີນ ເປັນຜູ້ຮັບເໝົາການກໍ່ສ້າງ, ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ (LTEC) ເປັນທີ່ປຶກສາ. ສໍາລັບແຫຼ່ງທືນທີ່ນໍາໃຊ້ໃນການກໍ່ສ້າງແມ່ນທືນ ກູ້ຢືມຈາກ ທະນາຄານ ຂາອອກ-ຂາເຂົ້າ (EXIM BANK) ສປ ຈີນ, ​ໃນມູນຄ່າການກໍ່ສ້າງທັງໝົດ 34,122,846​.32 ໂດລາສະຫະລັດ, ໃນນັ້ນທືນລັດຖະບານລາວສົມທົບ 1,706,142.32 ໂດລາສະຫະລັດ, ໄລຍະ​​ເວລາການ​ກໍ່ສ້າງ 36 ເດືອນ ​ແລະ ຄາດວ່າຈະໃຫ້ສໍາເລັດ​ ໃນວັນທີ 28 ຕຸລາ 2014.


      ການຈັດຕັ້ງປະຕິບັດ ​ແລະ ຄວາມ​ຄືບ​ໜ້າຂອງໂຄງການ 29 ເດືອນ ທີ່​ຜ່ານ​ມາສາມາດປະຕິບັດໄດ້ເທົ່າ​ 80,56% ແລະ ເວລາທີ່ຍັງເຫຼືອຂອງ​ການຈັດ​ຕັ້ງ​ປະຕິບັດ​ໂຄງການແມ່ນ 7 ເດືອນ ​ເທົ່າ​ 19,44%. ບັນດາ​ໜ້າ​ວຽກທີ່​ກໍາລັງຈັດ​ຕັ້ງ​ປະຕິບັດປະ​ຈໍາເດືອນ ມີນາ 2014 ມີດັ່ງນີ້: ສໍາເລັດເທເບຕົງຂາງຂົວສໍາລັບເສົາເບີ 4#3 ແລະເສົາກາງນໍ້າ, ເສົາເບີ 6#13, ເສົາເບີ 7#12, ເສົາເບີ 8#10, ເສົາເບີ 9#11 ແລະເສົາເບີ 10#12, ເທົ່າ 52,5 ມຍ (ສໍາເລັດ 559,0 ມຍ ຂອງ 718,80 ມຍ, ເທົ່າ 77,77%). ກໍ່ສ້າງຂົວນ້ອຍ (ບ້ານ ໂຂງແຫຼມ-ບ້ານ ດອນສັນ) ປະຕິບັດໄດ້ 96,06%, ຍັງວຽກປູໜ້າຂົວ ແລະທາງເຂົ້າຂົວ; ສ່ວນ​ວຽກ​ສະພາບ​​ແວດ​ລ້ອມ​ແມ່ນ​ຕິດຕາມ ກວດກາ ​ແລະ ຄຸ້ມ​ຄອງ​ສະພາບ​ແວດ​ລ້ອມ​ທາງ​ນ້ຳ, ທາງດິນ ​ແລະ ທາງ​ອາກາດ ​ໃຫ້​ຢູ່​ໃນ​ສະພາບ​ເດີມ; ວຽກສ້ອມແປງ ແລະຂະຫຍາຍທາງເກົ່າ (ຈາກທາງແຍກ​ເລກ 13 ໃຕ້-ຫົວຂົວ ນໍ້າຂອງ ເບື້ອງບ້ານຫາດ) ປະຕິບັດໄດ້ 95%, ຍັງວຽກອານາໄມ-ເກັບມ້ຽນ-ວຽກປະດັບປະດາ; ທາງເຂົ້າຫົວຂົວ ແລະທ່າບັກສາ ຕິບັດໄດ້ 60%, ສືບຕໍ່ວຽກຖົມດິນເຂົ້າຫົວຂົວທັງສອງແຫ່ງ (4ສົ້ນ), ວຽກທ່າບັກ, ເບື້ອງບ້ານຫົວໂຂງພະໃຫຍ່, ເທເບຕົງທາງລົງທ່າບັກ ແລະເທເບຕົງຝາຕ້ານເຈື່ອນ ບ້ານຫ້ວຍຍາງ ​ແລະ ເລີ້ມຕັດດິນທາງລົງທ່າບັກ.


  ມາ​ຮອດປະຈຸ​ບັນຄວາມຄືບໜ້າ​ຂອງ​ວຽກ​ງານ​​ຕາມ​ແຜນການ​ຮອດ​ທ້າຍ​ເດືອນ​ນີ້ 83,58%; ​ແຜນການ​ປະຕິບັດ​ໄດ້​ໃນ​ເດືອນ 6,78%; ປະຕິບັດ​ໄດ້​ໃນ​ເດືອນ 7,26%(ລື​ນ​ແຜນການ​ໃນ​ເດືອນ 0,48%); ລວມປະຕິບັດ​ໄດ້​ຮອດ​ທ້າຍເດືອນນີ້ 80,88% ລຸ​ດແຜນການ -2,70%. ນອກ​ຈາກ​ນັ້ນ​ຍັງ​ມີ​ແຜນ​ວຽກ​ທີ່​ຈະ​ປະຕິ​ບັດໃນ​ເດືອນໜ້າຄື: ຂົວ​ໃຫຍ່: ສືບຕໍ່​ປະຕິບັດ​ວຽກ​ຕິດ​ຕັ້ງ​ແບບ, ມັດ​ເຫຼັກ​ຂາງ​ຂົວ ​ແລະ ​ເທ​ເບ​ຕົງ; ຂົວ​ນ້ອຍ: ​ເທ​ເບ​ຕົງ​ຂອບ​ກັນ​ຕົກ ​ແລະ ​ແຜນ​ກ່າຍ​ເຂົ້າ​ຂົວ​ເສົາ​ຫົວ​ຂົວ A0, A6; ວຽກສ້ອມ​ແປງ​ຂະຫຍາຍ​ທາງ​ແມ່ນ​ສືບ​ຕໍ່​ວຽກ​ຊິດ​ຢາງ​ຊັ້ນ​ສອງ ຈາກ​ທາງ​ແຍກ​ເລກ 13 ​ໃຕ້ ຫາ ບ້ານ​ຫາດ​ ໃຫ້​ສຳ​ເລັດ; ວຽກ​ທາງ​ເຂົ້າ​ຂົວ ​ແລະ ທ່າ​ບັກ ສືບ​ຕໍ່​ຖົມ​ດິນ​ເຂົ້າ​ຫົວ​ຂົວ​ເບື້ອງ ບ້ານ​ຫາດ-ບ້ານ​ຫ້ວຍ, ບ້ານ​ຫົວ​ໂຂງ-ບ້ານ​ດອນ​ສັນ, ສືບ​ຕໍ່​ເທ​ເບ​ຕົງ​ທາງ​ລົງ​ທ່າ​ບັກ ​ແລະ ຝາ​ປ້ອງ​ກັນ​ເຈືອ​ນ​ແຄມ​ນ້ຳ. ພ້ອມ​ດຽວ​ກັນ​ນັ້ນ​ກໍ່​ສະ​ເໜີ​ຂໍອະນຸຍາດ​ເປີດ​ການ​ນຳ​ໃຊ້​ເສັ້ນທາງ​ເຂົ້າ​ຫາ​ຂົວ​ຊົ່ວຄາວ ​ແຕ່ທາງ​ແຍກ​ເລກ 13 ​ໃຕ້-ຂົວ​ນ້ຳຂອງ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250