ຂ່າວຕ່າງແຂວງ

ຂົວເຊໂດນ 3 ວາງເສົາເຂັມເກືອບສໍາເລັດ 100%

2014-05-07 - Administrator

 ໂຄງການກໍ່ສ້າງຂົວເຊໂດນ 3 ມາຮອດປະຈຸບັນນີ້ມີຫຼາຍໜ້າວຽກທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດ, ໃນນັ້ນໄດ້ວາງເສົາ ເຂັມສຳເລັດແລ້ວ ເກືອບ 100%. 

   ທ່ານ ບຸນຈັນ ວັນສີລິ ຫົວໜ້າຫ້ອງການກໍ່ສ້າງຂົວເຊໂດນ 3 ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວເຊໂດນ 3 ປະຈຸບັນ ແມ່ນໄດ້ສຸມ ໃສ່ຈັດຕັ້ງປະຕິບັດໃນ 2 ໜ້າວຽກໃຫຍ່ຄື: ວຽກກໍ່ສ້າງຂົວໃໝ່ ແລະ ວຽກຮື້ມ້າງ ຂົວເກົ່າ, ໃນນັ້ນວຽກກໍ່ສ້າງຂົວ ໃໝ່ແມ່ນໄດ້ແບ່ງ ອອກເປັນ ສອງພາກຄື: ວຽກກໍ່ສ້າງພາກ ລຸ່ມ ຊຶ່ງລວມມີວຽກກໍ່ສ້າງເສົາ ເຂັມມີທັງໝົດ 4 ເສົາ, ໃນນີ້ ເສົາກາງນ້ຳມີ 2 ເສົາສຳເລັດ ແລ້ວ 100% ແລະ ເສົາສົ້ນຂົວ ມີ 2 ເສົາສຳເລັດແລ້ວ 50%, ສ່ວນວຽກກໍ່ສ້າງຕີນເສົາທັງ ສອງເບື້ອງຄາດວ່າຈະໃຫ້ສຳ ເລັດກ່ອນວັນທີ 25 ພຶດສະພາ 2014 ນີ້ ແລະ ຈະສືບຕໍ່ຈັດຕັ້ງ ປະຕິບັດວຽກກໍ່ສ້າງເສົາຂົວ, ສ່ວນວຽກກໍ່ສ້າງພາກສ່ວນເທິງ ທີ່ປະກອບມີວຽກກໍ່ສ້າງຂົວ, ກໍ່ສ້າງເທິງຂົວ ແລະ ວຽກປະກອບອື່ນໆ ແມ່ນຕ້ອງລໍຖ້າບັນດາໜ້າວຽກກໍ່ສ້າງພາກລຸ່ມສຳເລັດກ່ອນ ຊຶ່ງມາຮອດ ປະຈຸບັນ ນີ້ໜ້າວຽກຕ່າງໆມີຄວາມຄືບ ໜ້າແລ້ວ 10%.

  ສ່ວນໜ້າວຽກຮື້ມ້າງຂົວເກົ່ານັ້ນກໍໄດ້ຈັດຕັ້ງປະຕິບັດຄວບຄູ່ກັນໄປໂດຍໄດ້ມ້າງເປັນຊິ້ນສ່ວນ, ມ້າງອອກເທື່ອ ລະນ້ອຍ, ເພາະທັງ ໝົດຂອງຂົວເກົ່າປະກອບມີ 5 ຫວ່າງ, ໃນນັ້ນມ້າງສຳເລັດແລ້ວ 2 ຫວ່າງ ແລະ ປະຈຸບັນແມ່ນກຳ ລັງກະກຽມສ້າງຂົວຫວ່າງທີ 3 ລົງ, ສ່ວນຫວ່າງທີ່ເຫຼືອແມ່ນຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳ ເລັດພາຍໃນກາງເດືອນມິຖຸນາ 2014 ທີ່ຈະມາເຖິງນີ້. ທ່ານຫົວໜ້າຫ້ອງການກໍ່ ສ້າງຂົວເຊໂດນ 3 ໃຫ້ຮູ້ຕື່ມອີກວ່າ: ຜ່ານການຈັດຕັ້ງປະຕິບັດ ໂຄງການໃນໄລຍະຜ່ານມາ ນັ້ນ ເຖິງແມ່ນວ່າຈະມີຄວາມ ຫຍຸ້ງ ຍາກພໍສົມຄວນຈາກບັນຫາສິ່ງກີດຂວາງຕ່າງໆເປັນຕົ້ນ ກ່ຽວກັບລະບົບນ້ຳປະປາ, ໄຟຟ້າ, ສາຍໂທລະສັບ ແລະ ອື່ນໆ, ແຕ່ທາງພາກ ສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນພະແນກໂຍທາທິການ ແລະ ຂົນສົ່ງກໍ ໄດ້ພະຍາຍາມເອົາໃຈໃສ່ໃນການແກ້ໄຂ ແລະ ອຳນວຍ ຄວາມ ສະດວກ ໂດຍປະສານສົມທົບກັບພາກສ່ວນ ຕ່າງໆ ທີ່ກ່ຽວຂ້ອງ, ເຮັດໃຫ້ການຈັດຕັ້ງປະ ຕິບັດໂຄງການມີຄວາມຄືບໜ້າ ແລະ ສຳເລັດຕາມລະດັບຄາດ ໝາຍມາຮອດປະຈຸບັນກວມ ເອົາ 10% ຂອງໂຄງການ.

   ໂຄງການກໍ່ສ້າງຂົວເຊໂດນ 3 ແທນຂົວເຫຼັກເກົ່າແມ່ນເປັນຂົວເບຕົງ 4 ເລນ ທີ່ຈະສາມາດສັນຈອນຂຶ້ນ - ລົງໄດ້, ມີຄວາມກວ້າງ 17 ແມັດ, ຍາວ 220 ແມັດ ໂດຍແມ່ນບໍລິສັດລາວເວີນອະສັງຫາລິມະຊັບ ເປັນຜູ້ ລົງທຶນ ແລະ ກໍ່ສ້າງໃນມູນຄ່າທັງໝົດ 14,82 ລ້ານໂດລາສະຫະລັດ ແລະ ຄາດວ່າຈະໃຫ້ສຳເລັດ ພາຍໃນທ້າຍປີ 2015 ທີ່ຈະມາເຖິງນີ້.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250