ຂ່າວຕ່າງແຂວງ

ຄວາມຄືບໜ້າຂອງໂຄງການກໍ່ສ້າງ ຂົວຂ້າມນໍ້າຂອງເມືອງປາກແບງ ແຂວງອຸດົມໄຊ

2014-05-23 - Administrator












  ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ​ເມືອງປາກແບງ ແຂວງອຸດົມໄຊ ຫາ ເມືອງເງິນ ແຂວງໄຊຍະບູລີ. ​ໂຄງການ​ດັ່ງ​ກ່າວໄດ້ເຊັນສັນຍາ ໃນວັນທີ 18 ສິງຫາ 2011 ໄລຍະການກໍ່ສ້າງ 36 ເດືອນ; ຊຶ່ງເລີ່ມຕົ້ນ ປະຕິບັດວຽກໃນວັນທີ 23 ທັນວາ 2012 ​ແລະ ໄດ້ມີການດັດແກ້ໃໝ່ 28 ເດືອນ; ສໍາເລັດໂຄງການກໍ່ສ້າງ ໃນວັນທີ 22 ມີນາ 2015 ໃນມູນຄ່າການກໍ່ສ້າງທັງໝົດ 30,899,554 ໂດລາສະຫະລັດ ​ເຊິ່ງເປັນທືນກູ້ຢືມ ພິເສດຈາກ ທະນາຄານ EXIM BANK ຈາກ ສປ ຈີນ 95% ແລະລັດຖະບານລາວສົມທົບ 5%, ໂຄງການກໍ່ສ້າງດັ່ງກ່າວໄດ້ມອບໃຫ້ ບໍລິສັດ ຂົວທາງ ຈາກ ສປ ຈີນ (CRBC) ເປັນຜູ້ຮັບເໝົາການກໍ່ສ້າງ.


      ໜ້າວຽກທີ່ປະຕິບັດໄດ້ໃນ ເດືອນ ເມສາ 2014 ​ເຊິ່ງມີ​ລາຍ​ລະອຽດ​ດັ່ງ​ນີ້:


ການຈັດ​ຕັ້ງ​ປະຕິບັດ​ໜ້າ​ວຽກ​ຕ່າງໆ​ມາ​ຮອດ​ ເດືອນ 4/2014 ສາມາດ​ສັງ​ລວມຜົນສຳ​ເລັດ​​ໄດ້​ດັ່ງ​ນີ້:


- ວຽກເບຕົງເສົາຂົວ, ແຜ່ນເບຕົງທາງຍ່າງ ແລະວຽກດິນຈໍານວນໜຶ່ງ ໃນການຈັດຕັ້ງປະຕິບັດໃນ ໄລຍະ 16 ເດືອນ ຜ່ານມາຂອງໂຄງການ ທຽບກັບແຜນການລວມສາມາດປະຕິບັດໄດ້ດັ່ງ​ນີ້: ວຽກຕົວຈິງທັງໝົດ 44,36% ຖ້າທຽບໃສ່ແຜນການ (ແຜນດັດແກ້) ຂອງໂຄງການ 6 ເດືອນຕົ້ນປີ 2013-2014 ຍັງລຸດຄາດ ໝາຍ -4,28%, ສ່ວນໂຄງສ້າງພາກສ່ວນລຸ່ມປະຕິບັດໄດ້ 82,01%.


      ໃນການຈັດຕັ້ງປະຕິບັດຂອງໂຄງການ ໄດ້ມີການຕິດຕາມ, ການຊຸກຍູ້ຈາກຂັ້ນສູນກາງກໍ່ຄື: ກະ ຊວງ ຍທຂ, ສອງແຂວງ, ສອງເມືອງ ແລະອໍານາດການປົກຄອງຂັ້ນທ້ອງຖິ່ນ ຢ່າງສະໝໍ່າສະເໝີ, ຄຽງຄູ່ກັບຂໍ້ ສະດວກນັ້ນ ການປະຕິບັດໂຄງການຍັງພົບຄວາມຫຍຸ້ງຍາກຢູ່ບາງປະການເຊັ່ນ: ການ ປະສານງານໃຫ້ ຄວາມ ຮ່ວມມື ທາງດ້ານເອກະສານຕ່າງໆ ຂອງຜູ້ຮັບເໝົາຍັງຊັກຊ້າ, ຄ່າຊົດເຊີຍ ຕໍ່ຜູ້ທີ່ຖືກຜົນກະທົບຂອງໂຄງການ, ພາຫະນະຮັບໃຊ້ວຽກໂຄງການ ແລະການໂອນເງິນບ້ວງບໍລິ ຫານຂອງໂຄງການກໍ່ສ້າງ.


      ສໍາລັບແຜນວຽກທີ່ຈະຕ້ອງປະຕິບັດໃນ 6ເດືອນ ທ້າຍປີ (ງວດ 3 ແລະງວດ 4) ສົກປີ 2013-2014, ແຜນການລວມຂອງໂຄງການສົກປີ 2013-2014 ຄາດໝາຍໃຫ້ໄດ້ 75%, ສໍາລັບແຜນປະຕິບັດວຽກ ໃນເດືອນສະເລ່ຍຕໍ່ເດືອນແມ່ນໄດ້ 5,1%.


 



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250