ຂ່າວຕ່າງແຂວງ

ໂຄງການປັບປຸງສະໜາມບິນສາກົນປາກເຊໄລຍະສອງ

2014-05-13 - Administrator










ໂຄງການປັບປຸງສະໜາມບິນສາກົນປາກເຊໄລຍະສອງ ແມ່ນໂຄງການສືບຕໍ່ ເພື່ອປັບປຸງສະໜາມບິນສາ ກົນ ໃຫ້ໄດ້ມາດຕະຖານຄວາມປອດໄພ ແລະຮັກສາຄວາມປອດໄພຂອງສະໜາມບິນ ຂອງອົງການການ ບິນພົນລະເຮືອນສາກົນ, ເພື່ອຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມ ຂອງລັດຖະ ບານ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ເປັນປະເທດທາງຜ່ານ ແລະມຸ້ງໜັ້ນ ປະກອບສວນສ້າງເງື່ອນ​ໄຂ ນໍາພາປະເທດຫລຸດພົ້ນ ອອກຈາກປະເທດດ້ອຍພັດທະນາໃນປີ 2020.


  ​  ເພື່ອປັບປຸງສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ໄດ້ຕາມມາດຕະຖານຄວາມປອດໄພ ແລະຮັກສາຄວາມ ປອດໄພສະໜາມບິນ ຂອງອົງການການບິນພົນລະເຮືອນສາກົນ.


   ໂຄງການປັບປຸງສະໜາມບິນສາກົນປາກເຊໄລຍະສອງ ໂດຍແມ່ນ ກົມການບິນພົນລະເຮືອນ, ກະຊວງ ໂຍທາທິການ ແລະຂົນສົ່ງ ເປັນເຈົ້າຂອງໂຄງການ, ໄດ້ມອບໃຫ້ ກົມການບິນພົນລະເຮືອນ ຂອງໄທ ເປັນທີ່ປຶກສາ, ບໍລິສັດ ໄທວັດ ວິສະວະກອນທາງ ຈໍາກັດ ເປັນຜູ້ຮັບເໝົາການປັບປຸງສະໜາມບິນໃນຄັ້ງນີ້​, ຊຶ່ງ​ມີໄລຍະການກໍ່ສ້າງ 15 ເດືອນ, ແຫຼ່ງທືນຂອງໂຄງການ ແມ່ນກູ້ຢືມຈາກ ລາດຊະອານາຈັກໄທ (NEDA), ມູນຄ່າທັງ​ໝົດໃນການປັບປຸງແມ່ນ 184 ລ້ານບາດ.


    ການປະຕິບັດໂຄງການແຕ່ວັນທີ 1 ພືດສະພາ 2013 ເຖິງທ້າຍເດືອນ ມີນາ 2014 ວຽກທີ່ ປະຕິບັດສໍາເລັດ 62,64% ຕາມແຜນ 65,88%, ລຸດແຜນການ 3,24%, ລາຍລະອຽດດັ່ງນີ້: ວຽກກໍ່ສ້າງອູ່ສ້ອມແປງ ສະໜາມບິນມີຄວາມຄືບໜ້າ 6,34%, ວຽກກໍ່ສ້າງຫ້ອງການຂ່າວສານການບິນ 3,87%, ວຽກກໍ່ສ້າງ ບ່ອນຈອດລົດຫ້ອງການ 1,90%, ວຽກກໍ່ສ້າງທາງກິ້ງໃໝ່ 1,17%, ວຽກກໍ່ສ້າງຮ່ອງລະບາຍນໍ້າ ສາລັບລານ ຈອດເຮືອບິນໄດ້ 0,69%, ວຽກກໍ່ສ້າງຮ່ອງລະບາຍນໍ້າເບຕົງ 2,48%, ວຽກປັບປຸງອາຄານຜູ້ໂດຍສານ 5,41%, ວຽກກໍ່ສ້າງລານຈອດເຮືອບິນໄດ້ 6,79%, ວຽກປັບປຸງພູມມີທັດເຂດຫວງຫ້າມ ແລະເຂດສາທາລະ ນະ 0,83%, ວຽກກໍ່ສ້າງຮົ້ວອ້ອມສະໜາມບິນ 19,21%, ວຽກຕິດຕັ້ງຟິມໃສ່ແກ້ວອາຄານຜູ້ໂດຍສານ 1,94%, ວຽກກໍ່ສ້າງເຮືອນໄຟຟ້າສໍາຮອງ 0,39%, ວຽກສະໜອງລົດກະບະ 4 WD 2 ຄັນ 2,13%, ວຽກປັບປຸງຫ້ອງການກອງຄຸ້ມຄອງການຈາລະຈອນທາງອາກາດ 3,20%, ວຽກປັບປຸງຫຼັງຄາສະຖານີດັບເພີງ 0,97%, ວຽກຕິດຕັ້ງຕູ້ບັງຄັບໄຟ CCR ສໍາລັບລະບົບໄຟຟ້າຂອບທາງຂື້ນ-ລົງ 0,01%, ວຽກຕິດຕັ້ງ ດອກໄຟຂອບທາງກິ້ງ ແລະປ້າຍເຂົ້າອອກທາງກິ້ງ 0,06%, ວຽກຕິດຕັ້ງລະບົບຄອບຄຸມໄຟຟ້າສະໜາມບິນ 0,04%, ວຽກຂຸມພັກສາຍໄຟຟ້າ ແລະ ທໍ່ສາຍໄຟ 0,20%,  ຈັກໄຟຟ້າ ແລະປັບປຸງລະບົບໄຟຟ້າ 4,92%, ວຽກອະໄຫຼ່ສໍາຮອງສໍາລັບດອກໄຟສະໜາມບິນ 0,11%, ສ່ວນວຽກຕິດຕັ້ງປ້າຍສະໜາມບິນດ້ວຍລະບົບ ໄຟຟ້າ, ວຽກຕິດຕັ້ງຕູ້ບັງຄັບໄຟ CCR ສໍາລັບລະບົບດອກໄຟລົງເດີ່ນ, ວຽກຕິດຕັ້ງຕູ້ບັງຄັບໄຟສໍາລັບດອກໄຟ ບອກມູນລົງເດີ່ນ, ວຽກລະບົບສາຍດິນເຮືອບິນ, ວຽກຕິດຕັ້ງດອກໄຟເຍືອງລານຈອດເຮືອບິນ, ວຽກກໍ່ສ້າງທາງອ້ອມເດີ່ນບິນ ແລະວຽກແຕ້ມເສັ້ນ ຍັງບໍ່ທັນໄດ້ປະຕິບັດ 0,00%.


  ນອກຈາກນັ້ນຍັງມີແຜນວຽກທີ່ຈະປະຕິບັດໃນເດືອນຕໍ່ໄປເຊັ່ນ: ສືບຕໍ່ກໍ່ສ້າງຮົ້ວອ້ອມສະໜາມບິນ, ສືບຕໍ່ກໍ່ ສ້າງ ລານຈອດເຮືອບິນ, ກໍ່ສ້າງທາງກິ້ງ, ສືບຕໍ່ກໍ່ສ່າງທາງອ້ອມສະໜາມບິນ ແລະ ສືບຕໍ່ປະຕິບັດວຽກ ໄຟຟ້າສະໜາມບິນ. ພ້ອມດຽວກັນນັ້ນທາງໂຄງການປັບປຸງສະໜາມບິນປາກເຊໄລຍະສອງຍັງມີຂໍ້ສະເໜີໃນ ການ ຈັດຕັ້ງປະຕິບັດຄື: ຂໍອະນຸຍາດຕໍ່ສັນຍາທີປຶກສາໂຄງການ ເນື່ອງຈາກວ່າສັນຍາວ່າຈ້າງທີ່ປືກສາມີ ໄລຍະເວລາ 7 ເດືອນ, ສ່ວນສັນຍາຮັບເໝົາກໍ່ສ້າງແມ່ນມີໄລຍະເວລາ 15 ເດືອນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250