ຂ່າວຕ່າງແຂວງ

ຄວາມຄືບໜ້າໂຄງການປັບປຸງເສັ້ນ ທາງເລກ 9 ແຂວງສະຫວັນນະເຂດ

2014-06-02 - Administrator

ໂຄງ­ການ​ປັບ­ປຸງ​ເສັ້ນ­ທາງ​ ເລກ 9 ແຂວງ​ສະ­ຫວັນ​ນະ​ເຂດ ພາຍ­ຫຼັງ​ເລີ່ມລົງ­ມື​ກໍ່­ສ້າງ​ມາ​ແຕ່​ປີ 2012 ເປັນ­ຕົ້ນ​ມາປະ­ຈຸ​ບັນຫົວ­ໜ້າ​ໂຄງ­ການ​ໃຫ້​ຮູ້​ວ່າ: ສຳເລັດ​ກາຍ​ແລ້ວ 80% ຂອງ​ໜ້າ​ວຽກທັງ​ໝົດ.


   ທ່ານ ວຽງ​ວິ­ໄລ ສຸ­ລິນ­ທອນ ຫົວ­ໜ້າໂຄງ­ການ​ໃຫ້​ຮູ້​ວ່າ: ໂຄງ­ການ​ປັບ­ປຸງ​ເສັ້ນທາງ​ເລກ 9 ແຂວງ​ສະ­ຫວັນ​ນະ​ເຂດ ໄດ້ ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ຍົກ​ລະ­ດັບ​ໜ້າ​ທາງໃຫ້​ສາ­ມາດ​ຮັບ​ນ້ຳ­ໜັກ​ໄດ້ 11 ໂຕນ​ຕໍ່​ເພົາຈາກ​ເມື່ອ​ກ່ອນ 9 ໂຕນ​ຕໍ່​ເພົາ ຊຶ່ງມີ​ຄວາມ​ຍາວ​ທັງ​ໝົດ 58 ກິ­ໂລ­ແມັດ ຊຶ່ງ​ໄດ້​ຮັບ​ທຶນ​ຊ່ວຍ­ເຫຼືອ​ລ້າ​ຈາກ​ລັດ​ຖະບານ​ຍີ່­ປຸ່ນ​ມີ​ມູນ​ຄ່າ​ສັນ­ຍາ 2,18 ຕື້​ກວ່າເຢັນ (ສະ­ກຸນ​ເງິນ​ຍີ່­ປຸ່ນ) ຊຶ່ງ​ໄດ້​ເຊັນສັນ­ຍາ​ໃນ​ວັນ​ທີ 26 ເມ­ສາ 2012 ກັບ​ບໍລິ​ສັດ​ໂອ​ບາ​ຢາ​ຊິŒ-ໂອ​ບາ​ຢາ​ຊິ​ໂລດ​ຈອຍເລັນ​ເຈີ້, ຜ່ານ​ການ​ຈັດຕັ້ງປະຕິບັດ​ຮອດ​ເດືອນພຶດ­ສະ­ພາ 2014 ແມ່ນ​ປະ­ຕິ­ບັດ​ໜ້າ​ວຽກໄດ້ 82,32% ຊຶ່ງ​ຈະ​ໃຫ້​ໂຄງ­ການ ດັ່ງກ່າວສຳ­ເລັດໃນ​ວັນ​ທີ 26 ມີ­ນາ 2015. 


   ທ່ານ ວຽງ​ວິ­ໄລ ສຸ­ລິນ­ທອນ ກ່າວ​ຕື່ມ ອີ​ກວ່າ: ໃນ​ເດືອນ​ນີ້ ແມ່ນ​ໄດ້​​ຂໍ​ສະເໜີ​ອະ­ນຸ­ມັດ​ນຳ​ເຂົ້າ​ຖາ­ວອນ​ຊົ່ວ­ຄາວພ້ອມ​ທັງ​ ຍົກ­ເວັ້ນ​ພາ­ສີ, ອາ­ກອນ ແລະ ຄ່າ​ທຳ­ນຽມ​ຕ່າງໆ ສຳ­ລັບ​ວັດ​ສະ​ດຸ​ອຸ­ປະກອນ​ການ​ກໍ່­ສ້າງ ແລະ ພາ­ຫະ­ນະກົນ​ຈັກ​ ທີ່​ຈະ​ນຳ​ໃຊ້​ໃນ​ໂຄງ­ການ​ຕາມ​ແຜນ­ທີ່​ໄດ້ຮັບ​ຈາກ​ຂັ້ນ​ ເທິງ​ໃນ​ເບື້ອງ​ຕົ້ນ, ນອກຈາກນັ້ນ​ຍັງ​ໄດ້​ສົມ­ທົບ​ກັບ​ອຳ­ນາດ​ການປົກ­ຄອງ​ທ້ອງ­ຖິ່ນ ແລະ ພາກ­ສ່ວນ​ກ່ຽວຂ້ອງ​ເພື່ອ​ລົງ​ໄປ​ໄກ່​ເກ່ຍ​ສິ່ງ​ກີດ­ຂວາງ ອອກ​ຈາກ​ເຂດ​ການ​ກໍ່­ສ້າງ. 


   ສ່ວນ​ບໍ­ລິ­ສັດ​ຮັບ​ເໝົາ​ໄດ້​ສືບ­ຕໍ່​ດຳເນີນ​ການ​ຜະ­ລິດ​ຫີນ​ຢູ່​ກິ­ໂລ­ແມັດ 138+500 ບ້ານ​ສະ​ລອບ ເມືອງ​ພີນ ແຂວງ​ສະ­ຫວັນ​ນະ​ເຂດ ເພື່ອ​ຮັບ​ໃຊ້​ເຂົ້າໃນ​ການ​ກໍ່­ສ້າງ​ທາງ​ໄລ­ຍະ​ທີ 2 ສືບຕໍ່​ກັບ​ບໍ­ລິ­ສັດ​ທີ່​ປຶກ­ສາ​ໂຄງ­ການ ເພື່ອ​ຕິດຕາມ​ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກໃນ​ເດືອນ​ພຶດ­ສະ­ພາ 2014 ຂອງ​ຜູ້​ຮັບເໝົາ​ຊຶ່ງ​ມີ​ບັນ­ດາ​ໜ້າ​ວຽກ​ທີ່​ດຳ­ເນີນການ​ກໍ່­ສ້າງ​ຊັ້ນ​ພື້ນ ​ທາງ 8,8 ກິ­ໂລ­ແມັດ, ປູ​ຢາງ​ອັສ​ຟານ​ຊັ້ນ 1 ໃຫ້​ໄດ້ 13,5 ກິ­ໂລ­ແມັດ, ປູ​ຢາງ​ອັສ​ຟານ​ຊັ້ນ 2 ໃຫ້​ໄດ້ 10,2 ກິ­ໂລ­ແມັດ, ກໍ່­ສ້າງ​ຮ່ອງ​ລະ­ບາຍນ້ຳສອງ​ຂ້າງ​ທາງ​ດ້ວຍ​ເບ​ຕົງ​ໃຫ້​ໄດ້ 7,2 ກິ­ໂລ­ແມັດ, ກໍ່­ສ້າງ​ທໍ່​ລະ­ບາຍ ນ້ຳ 5 ຈຸດ, ສືບ­ຕໍ່​ຖົມ​ບ່າ​ທາງ ແລະ ໄດ້​ຂີດ​ເສັ້ນ​ແບ່ງ​ເລນ​ກາງ​ພ້ອມ​ຕິດ​ຕັ້ງຫຼັກ​ກັນ​ຕົກ ແລະ ຫຼັກ​ກິ­ໂລ­ແມັດ.


   ນອກ­ຈາກ​ນັ້ນ​ທາງ​ບໍ­ລິ­ສັດໂອ​ບາ​ຢາຊິŒ-ໂອ​ບາ​ຢາ​ຊິ​ໂລດ​ຈອຍ​ເລັນ​ເຈີ້ ຍັງ​ໄດ້ສືບ­ຕໍ່​ສົມ­ທົບ​ກັບ​ພາກ­ສ່ວນ​ຮັບ­ຜິດ­ຊອບຕິດ​ຊັ່ງ​ນ້ຳ­ໜັກ​ຢູ່​ດົງ​ເຫັນ ເພື່ອ​ຕິດຕາມການ​ຊັ່ງ​ນ້ຳ­ໜັກ ແລະ ເກັບ​ກຳ​ຂໍ້​ມູນ​ລົດບັນ­ທຸກ​ຜ່ານ​ທາງ​ເລກ 9 ເພື່ອ​ສະ­ເໜີ​ໃຫ້ພະ​ແນກ ຍທຂ ແຂວງ​ສະ­ຫວັນ​ນະ​ເຂດຮູ້​ຕື່ມ​ອີກ.


                                                                                 ຂໍ້ມູນຈາກໜັງສືພິມ: ເສດຖະກິດ-ສັງຄົມ, ສະບັບລົງວັນທີ 02 ມິຖຸນາ 2014

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250