ຂ່າວຕ່າງແຂວງ

ພິທີມອບບັດໃຫ້ສະມາຊິກພັກສົມບູນຊຸດທີ I ຂອງພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ

2014-05-29 - Administrator







ໃນ​ຕອນ​ແລງ​ຂອງ​ວັນ​ທີ 7 ພຶດ​ສະພາ 2014 ​ໄດ້​ຈັດ​ພິທີ​ມອບ​ບັດ​ສະມາຊິກ​ພັກສົມບູນ ຊຸດ​ທີI: ມີ​ສະມາຊິກ​ພັກສົມບູນ 30 ສະຫາຍ, ຍິງ 3 ສະຫາຍ. ​ໂດຍ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ລ້ຽງ ຄຳ​ພູນ ຄະນະ​ປະຈຳ​ພັກແຂວງ, ຮອງ​ເຈົ້າ​ແຂວງ-​ແຂວງ​ເຊ​ກອງ; ມີ​ຄະນະ​ກວດກາ​ພັກ-​ລັດ​ແຂວງ, ຂະ​ແໜງກໍ່ສ້າງ​ພັກ ພ້ອມ​ດ້ວຍ​ສະມາຊິກ​ພັກ​ສົມບູນ ​ແລະ ມະຫາຊົນ​ກ້າວໜ້າ ຈຳນວນ 43 ສະຫາຍ ​ເຂົ້າ​ຮ່ວມ. ການ​ມອບ​ບັດ​ເທື່ອ​ນີ້​ຍັງ​ມີ​ຂີດໝາຍສຳ​ຄັນ​ ​ແລະ ​ເປັນປະຫວັດ​ຊາດ​ຂອງໜ່ວຍພັກ ​ແລະ​ສະມາຊິກ​ພັກພະ​ແນ​ກ ​ໂຍງ​ທາ​ທິການ ​ແລະ ຂົນ​ສົ່ງ ​ແຂວງ​ເຊກອງ.


​      ໃນ​ນັ້ນ​ໂອກາດ​ດັ່ງ​ກ່າວສະຫາຍ ລ້ຽງ ຄຳ​ພູນ ກໍ່​ໄດ້​ໃຫ້ກຽດ​ໂອ້​ລົມ​ເພື່ອ​ເປັນ​ການ​ຊີ້​ທິດ​ເຍືອງ​ທາງ​ໃຫ້​ແກ່ໜ່ວຍພັກ ​ໂດຍ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ຄວາມໝາຍອັນ​ສຳຄັນ​ໃນ​ການ​ນຳ​ໃຊ້​ບັດຂອງ​ສະມາຊິກ​ພັກ​ສົມບູນ, ພ້ອມ​ກັນ​ນັ້ນ​ສະຫາຍ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ສະມາຊິກ​ພັກ​ທັງໝົດຕັ້ງໜ້າຝຶກ​ຝົນຫຼໍ່ຫຼອມ ຕົນ​ເອງ ​ໃຫ້​ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ ​ແລະ ລັດ, ​ເອກະ​ພາບ​ກັບ​​ແນວທາງ​ການ​ປ່ຽນ​ແປງ​ໃໝ່ ຂອງ​ພັກ​ຢ່າງ​ມີຫຼັກການ, ສຸມ​ໃສ່​ກໍ່ສ້າງ​ພັກ​ໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນນະພາ​ບ ນຳພາ​ຢູ່​​ໃນ​ຂົງ​ເຂດ​ຖັນ​ແຖວ​ຂອງ​ຕົນ.


     ສືບ​ຕໍ່​ກໍ່ສ້າງ​ແຜນກາ​ນສ້າງໜ່ວຍພັກ​​ເຂັ້ມແຂງ-ຮູ້​ນຳພາ​ຮອບດ້ານ ​ໃຫ້​ໄດ້ຮັບຮອງ​ເຮັດ​ວຽກກວດກາ​ພັກ, ກວດກາ​ລັດ ​ແລະ ວຽກງານ​ປ້ອງ​ກັນ​ພັກ, ພະນັກງານ ​ໃຫ້​ໄດ້​ດີ ​ເວົ້າ​ລວມ​ແລ້ວ​ແມ່ນ​ອອກ​ແຮງ​ຜັນ​ຂະ​ຫາຍ ມະຕິ IX ຂອງ​ສູນ​ກາງ​ພັກ​ວາງ​ອອກ, ​ເວ້າສະ​ເພາະ​ມະຕິ​ກອງ​ປະຊຸມ​ໃຫ່ຍ ຂອງ​ອົງຄະ​ນະ​ພັກ​ແຂວງ ຄັ້ງ​ທີ VIII​ ໃຫ້​ເກີດ​ດອກ​ອອກ​ຜົນ​ເປັນ​ຢ່າງ​ດີ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250