ຂ່າວຕ່າງແຂວງ

ທ່ານຮອງເຈົ້າຄອງ ລົງຕິດຕາມການສ້ອມແປງເສັ້ນທາງ 11 ຕອນໃຕ້

2014-06-09 - Administrator

ໃນ​ວັນ​ທີ 03 ມິຖຸນາ 2014 ທີ່​ຜ່ານ​ມາ ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ລົງ​ເຄື່ອນ​ໄຫວ​ຕິດຕາມ ການ​ປັບປຸງ​ສ້ອມແປງ​ເສັ້ນທາງ​ເລກ​ທີ 11 ຕອນ​ໃຕ້ ເມືອງ​ຫາດ​ຊາຍ​ຟອງ, ນະຄອນຫລວງວຽງຈັນ ໂດຍ​ມີ​ທ່ານ ເດດ​ສົງຄາມ ທຳ​ມະ​ວົງ ຫົວໜ້າ​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ​ເຂົ້າ​ຮ່ວມ.


ໃຫ້​ກຽດ​ຕ້ອນຮັບ​ທ່ານ​ຮອງ​ເຈົ້າ​ຄອງ ພ້ອມ​ດ້ວຍ​ຄະນະ ໂດຍ​ທ່ານ ບຸນ​ທາມ ພຸດ​ທະ​ວົງສາ ເຈົ້າເມືອງໆ​ຫາດ​ຊາຍ​ຟອງ ໃນ​ໂອກາດ​ດັ່ງກ່າວ ທ່ານ​ເຈົ້າເມືອງ ກໍ່​ໄດ້​ລາຍ​ງານ​ສະພາບ​ການ​ສັນຈອນ​ໄປ​ມາ​ຂອງ​ພໍ່​ແມ່​ປະຊາຊົນ ທີ່​ນຳ​ໃຊ້​ເສັ້ນທາງ​ດັ່ງກ່າວ ເຊິ່ງ​ເຫັນ​ວ່າ​ມີ​ຄວາມ​ຫຍຸ້ງຍາກ​ລຳບາກ​ຫລາຍ​ສົມຄວນ ດັ່ງນັ້ນ ຈຶ່ງ​ໄດ້​ເລັ່ງ​ປັບປຸງ​ແກ້​ໄຂ​ສ້ອມແປງ​ໃຫ້​ດີ​ຂຶ້ນ.


ການ​ສ້ອມແປງ​ເສັ້ນທາງ​ແຕ່​ບ້ານ​ທ່າ​ນາ​ແລ້ງ ຫາ​ບ້ານ​ຊຽງ​ຄວນ ມີ​ຄວາມ​ຍາວ 6,8 ກິ​ໂລແມັດ ໃນ​ມູນ​ຄ່າ​ການ​ກໍ່ສ້າງ​ສ້ອມແປງ ລວມ 6 ຕື້​ກວ່າ​ກີບ ເປັນ​ເສັ້ນທາງ​ປູຢາງ ເຊິ່ງ​ຄາດ​ວ່າ​ຈະ​ໃຫ້​ສຳເລັດ​ກ່ອນ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ເມືອງ ທີ່​ຈະ​ມີ​ຂຶ້ນ​ໃນຕໍ່ໜ້າ ພ້ອມ​ນັ້ນ ທ່ານ​ຮອງ​ເຈົ້າ​ຄອງ ພ້ອມ​ຄະນະ ກໍ​ໄດ້​ໄປ​ຕິດຕາມ​ເບິ່ງ 2 ຈຸດ​ໃຫຍ່​ ຄື: ຈຸດ​ທີ​ໜຶ່ງ​ຢູ່​ບ້ານ​ຊຽງ​ຄວນ ແລະ ຈຸດ​ທີ​ສອງ​ຢູ່​ສຸດ​ເຂດ​ບ້ານ​ຊຽງ​ຄວນ ເຊິ່ງ​ສອງ​ຈຸດ​ເປັນ​ຈຸດ​ທີ່​ສຳຄັນ ໃນ​ການ​ລົງ​ຄັ້ງ​ນີ້ ແມ່ນ​ໄດ້​ເອົາ​ເຈົ້າ​ຂອງ​ບໍລິສັດ​ກໍ່ສ້າງ​ຂົວ​ທາງ​ລົງ​ໄປ​ພ້ອມ ເພື່ອ​ປະ​ເມີນ​ລາຄາ​ມູນ​ຄ່າ​ການ​ສ້ອມແປງ ປັດຈຸບັນ​ແມ່ນ​ຢູ່​ໃນ​ໄລຍະ​ກຳລັງ​ເລີ່ມ​ລົງມື​ກໍ່ສ້າງ ນອກຈາກ​ນັ້ນ ທາງ​ຫ້ອງການ ​ຍທຂ ເມືອງ ​ແມ່ນ​ໄດ້​ລົງມື​ສ້ອມແປງ​ເສັ້ນທາງ​ແຕ່ 3 ແຍກ​ບ້ານ​ຊຽງ​ຄວນ ຫາ​ບ້ານ​ໜອງ​ແປນ​ໃຕ້ ມີ​ຄວາມ​ຍາວ 4 ກິໂລແມັດ ມູນ​ຄ່າ​ສ້ອມແປງ 25 ລ້ານ​ກີບ ແລະ ເສັ້ນທາງ​ແຕ່​ບ້ານ​ສາລະ​ຄຳ ຫາ​ບ້ານ​ສະຫວ່າງ ມີ​ຄວາມ​ຍາວ 4,8 ກິໂລແມັດ ມູນ​ຄ່າ 28 ລ້ານ​ກີບ ແມ່ນ​ໄດ້​ສຳເລັດ​ແລ້ວ ໂດຍ​ທຶນ​ລະດົມ​ຈາກ​ບໍລິສັດ ແລະ ພໍ່ແມ່ປະຊາຊົນ.


                                                                                            ຂໍ້ມູນຈາກໜັງສືພິມວຽງຈັນໃໝ່, ສະບັບລົງວັນທີ 09 ມິຖຸນາ 2014

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250