ຂ່າວຕ່າງແຂວງ

ຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບລາວŒ-ມຽນມາ ຫລາຍກວ່າ 70%

2014-06-04 - Administrator

ໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບ​ລາວŒ-ມຽນ​ມາ ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ​ໂດຍ​ສະ­ເພາະ​ໂຕ​ຂົວ ມາ​ຮອດ​ປະ­ຈຸ ບັນ​ສຳ­ເລັດ​ແລ້ວ 75% ໃນ​ນີ້ ເບື້ອງ​ລາວ​ໄດ້ 70% ສ່ວນ​ເບື້ອງ​ມຽນ​ມາ​ໄດ້ 81%. ທ່ານ ໄຊ​ສົງ­ຄາມ ມະ­ໂນ​ທຳ ຫົວ­ໜ້າ​ໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບŒລາວ-ມຽນມາ ເປີດ­ເຜີຍ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ​ຜ່ານ​ໂທລະ­ສັບ​ຮູ້​ວ່າ: ມາ​ຮອດ​ທ້າຍ​ເດືອນພຶດ­ສະ­ພາ 2014 ໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບລາວ-Œມຽນ​ມາ ມີ​ຄວາມ​ຄືບ​ໜ້າ​ສະ­ເລ່ຍ​ໄດ້ 75% ສຳ­ລັບ​ເບື້ອງ​ລາວ​ແມ່ນ​ສຳ­ເລັດ​ການ​ກໍ່­ສ້າງ​ເຂັມ​ຮາກ​ຖານ ແລະ ຕີນ​ເສົາ​ທັງ​ໝົດ 7 ເສົາ ເທົ່າ​ກັບ 100% ກໍ່­ສ້າງ​ຄີງ​ເສົາ​ໄດ້ 6 ເສົາ​ໃນ​ຈຳ­ນວນ​ທັງ​ໜົດ 7 ເສົາ ເທົ່າ​ກັບ 86% ຜະ­ລິດ​ຂາງ​ເບ​ຕົງ​ເສີມ​ເຫຼັກ​ໄດ້ 28 ຂາງ ໃນ​ຈຳ­ນວນ​ທັງ​ໝົດ 36 ຂາງ ເທົ່າ​ກັບ 77,78% ສ່ວນ­ວ່າ​ທີ່​ຍັງ​ເຫຼືອ​ແມ່ນ​ຈະ​ໃຫ້​ສຳ­ເລັດ​ໃນ​ເດືອນ​ມິ­ຖຸ­ນາ 2014 ນອກ​ນັ້ນ ຍັງ​ໄດ້​ປະ­ກອບ​ຂາງ​ຂົວ​ເຫຼັກ​ຮ່ວມ​ກັບ​ຝ່າຍ​ມຽນ​ມາ ຊຶ່ງ​ສາ­ມາດ​ຕິດ​ຕັ້ງ​ສຳ­ເລັດ​ແລ້ວ 1 ຊ່ວງ​ຍາວ 120 ແມັດ ໂດຍ​ລວມ​ແລ້ວ​ເບື້ອງ​ລາວ​ສຳ­ເລັດ​ແລ້ວ 70% ແລະ ເບື້ອງ​ມຽນ​ມາ​ສຳ­ເລັດ​ແລ້ວ​ທັງ​ໝົດ 81% ຕິດ​ຕັ້ງ​ຂາງ​ເບ​ຕົງ​ເສີມ​ເຫຼັກ​ໄດ້ 4 ຊ່ວງ​ໃນ​ຈຳ­ນວນ​ທັງ​ໝົດ 6 ຊ່ວງ ແລະ ຜະ­ລິດ​ແຜ່ນ​ເບ​ຕົງ​ໜ້າ​ຂົວ​ອີກ​ຈຳ­ນວນ​ໜຶ່ງ. ສ່ວນ​ແຜນ­ການ​ໃນ​ເດືອນ​ມິ­ຖຸ­ນາ​ນີ້ ທາງ​ໂຄງ­ການແມ່ນ​ຈະ​ໄດ້​ສຸມ​ໃສ່​ການ​ກໍ່­ສ້າງ​ເສົາ​ສຸດ​ທ້າຍ​ໃຫ້​ສຳ­ເລັດ​ ກ່ອນ​ລະ­ດັບ​ນ້ຳ​ຈະ​ສູງ​ຂຶ້ນ ແລະ ຕິດ​ຕັ້ງ​ຂາງ​ເບ​ຕົງ​ເສີມ​ເຫຼັກ​ໃຫ້​ສຳ­ເລັດ 2 ຊ້ວງ ເບື້ອງ​ລາວ​ຈະ​ເລີ່ມ​ຜະ­ລິດ​ແຜ່ນ​ເບ​ຕົງ​ໜ້າ​ຂົວ ສ່ວນ​ເບື້ອງ​ມຽນ​ມາ​ວຽກ​ຜະ­ລິດ​ແຜ່ນ​ເບ​ຕົງ​ໜ້າ​ຂົວ​ນີ້​ຈະ​ໃຫ້​ສຳ­ເລັດ 100% ຂະ­ນະ​ທີ່ຫົວ­ໜ້າ​ໂຄງ­ການ​ເຊື່ອ​ໜັ້ນ​ວ່າ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະ­ນະ​ພັກ ​ແຂວງ​ຫຼວງ​ນ້ຳ​ທາ ແລະ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ເວົ້າ​ສະ­ເພາະ​ກົມ​ຂົວ​ທາງໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບ​ລາວ-ມຽນ​ມາ ​ຈະ​ສຳ­ເລັດ ແລະ ສາ­ມາດ​ເປີດ​ນຳ​ໃຊ້​ຕາມ​ແຜນ­ການ. ໂຄງ­ການ​ນີ້​ແມ່ນ​ໂຄງ­ການ​ຮ່ວມ​ມື​ລະຫວ່າງ​ລັດ­ຖະ­ບານ ສປປ ລາວ ແລະ ສສ ມຽນ​ມາ ເປັນ​ໂຄງ­ການ​ທີ່​ຂຶ້ນ​ກັບ​ກົມ​ຂົວ ທາງ​, ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງມີ​ມູນ​ຄ່າ 26 ລ້ານ​ໂດ​ລາ (ສະ­ເພາະ​ຂົວ) ຊຶ່ງ​​ນຳ​ໃຊ້​ງົບ­ປະ­ມານ​ພາຍໃນ​ ​ຂອງ​ລັດ­ຖະ­ບານ​ລາວ ແລະ ມຽນມາ ຝ່າຍລະ​ເຄິ່ງ ຊຶ່ງ​ມີ​ທີ່​ຕັ້ງ​ຢູ່​ບ້ານ​ຫ້ວຍ​ກຸ່ມຫ່າງ​ຈາກ​ບ້ານ​ຊຽງ​ກົກ​ໄປ​ທາງ​ທິດ​ ເໝືອປະ­ມານ 15 ກິ­ໂລ­ແມັດ ຂຶ້ນ​ກັບ​ເມືອງ​ລອງ ແຂວງ​ຫຼວງ​ນ້ຳ​ທາ ສປປ ລາວ ແລະ ປະ­ມານ 500 ແມັດ ທາງ​ໃຕ້​ຂອງ​ບ້ານ​ຊຽງ​ລາບ ເມືອງ​ທ່າ​ຂີ້­ເຫຼັກ ລັດ​ສານ ສສ ມຽນ​ມາ ຄວາມ​ຍາວ​ຂອງ​ຂົວ​ມີ​ທັງ​ໝົດ 691,6 ແມັດ ກວ້າງ 10,9 ແມັດ ມີ​ 2 ຊ່ອງທາງ ຈະລາຈອນ ກວ້າງ 8,5 ແມັດ ທາງ​ຍ່າງ 2 ເບື້ອງ ເບື້ອງ​ລະ 1,2 ແມັດ ເປັນ​ຂົວ​ທີ່​ມີ​ຂາງ​ປະ­ສົມ ຊຶ່​ງ​ມີ​ຂາງ​ເຫຼັກ​ຍາວ 360 ແມັດ ສູງ 12 ແມັດ ຢູ່​ທາງ​ກາງ (ຢູ່​ວັງ) ແລະ ຂາງ​ເບ​ຕົງ​ອັດ​ແຂງ ຍາວ 330 ແມັດ ຢູ່​ທາງ​ຝັ່ງ ໃນ​ນີ້ ເບື້ອງ​ລາວ​ຮັບ­ຜິດ­ຊອບ​ແມ່ນ 330,8 ແມັດ ແລະ ຝ່າຍ​ມຽນ​ມາ​ຮັບ­ຜິດ­ຊອບ 360,8 ແມັດ. ໂດຍ​ບໍ­ລິ­ສັດ​ປະ­ສົມ​ລາວ​ຮ່ວມ​ກໍ່­ສ້າງ​ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ​ເບື້ອງ​ລາວ ແລະ ເບື້ອງ​ມຽນ​ມາ​ແມ່ນກອງ​ກໍ່­ສ້າງ​ຂົວ​ເລກ 9 ຂອງ​ກະ­ຊວງ​ກໍ່­ສ້າງ ສສ ມຽນ​ມາ ໂດຍ​ແຜນ​ເບື້ອງ​ຕົ້ນ​ໃຊ້​ໄລ­ຍະ​ເວ­ລາປະ­ຕິ­ບັດ 30 ເດືອນ ແຕ່​ມີ​ການ​ດັດ­ແກ້​ໃໝ່ໃຫ້​ສຳ­ເລັດ​ກ່ອນ​ແຜນ­ການ 5 ເດືອນ ຄື​ໃຫ້​ສຳ­ເລັດ​ໃນ​ເດືອນ​ມີ­ນາ 2015 ທີ່​ໄດ້​ເລີ່ມກໍ່ສ້າງ​ມາ​ແຕ່​ວັນ​ທີ 16 ກຸມ­ພາ 2013 ເປັນ­ຕົ້ນ​ມາ. ຂໍ້ມູນຈາກໜັງສືພິມ: ເສດຖະກິດ-ສັງຄົມ, ສະບັບລົງວັນທີ 04 ມິຖຸນາ 2014

ໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບ​ລາວŒ-ມຽນ​ມາ ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ​ໂດຍ​ສະ­ເພາະ​ໂຕ​ຂົວ ມາ​ຮອດ​ປະ­ຈຸ ບັນ​ສຳ­ເລັດ​ແລ້ວ 75% ໃນ​ນີ້ ເບື້ອງ​ລາວ​ໄດ້ 70% ສ່ວນ​ເບື້ອງ​ມຽນ​ມາ​ໄດ້ 81%.


ທ່ານ ໄຊ​ສົງ­ຄາມ ມະ­ໂນ​ທຳ ຫົວ­ໜ້າ​ໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບŒລາວ-ມຽນມາ ເປີດ­ເຜີຍ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ​ຜ່ານ​ໂທລະ­ສັບ​ຮູ້​ວ່າ: ມາ​ຮອດ​ທ້າຍ​ເດືອນພຶດ­ສະ­ພາ 2014 ໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບລາວ-Œມຽນ​ມາ ມີ​ຄວາມ​ຄືບ​ໜ້າ​ສະ­ເລ່ຍ​ໄດ້ 75% ສຳ­ລັບ​ເບື້ອງ​ລາວ​ແມ່ນ​ສຳ­ເລັດ​ການ​ກໍ່­ສ້າງ​ເຂັມ​ຮາກ​ຖານ ແລະ ຕີນ​ເສົາ​ທັງ​ໝົດ 7 ເສົາ ເທົ່າ​ກັບ 100% ກໍ່­ສ້າງ​ຄີງ​ເສົາ​ໄດ້ 6 ເສົາ​ໃນ​ຈຳ­ນວນ​ທັງ​ໜົດ 7 ເສົາ ເທົ່າ​ກັບ 86% ຜະ­ລິດ​ຂາງ​ເບ​ຕົງ​ເສີມ​ເຫຼັກ​ໄດ້ 28 ຂາງ ໃນ​ຈຳ­ນວນ​ທັງ​ໝົດ 36 ຂາງ ເທົ່າ​ກັບ 77,78% ສ່ວນ­ວ່າ​ທີ່​ຍັງ​ເຫຼືອ​ແມ່ນ​ຈະ​ໃຫ້​ສຳ­ເລັດ​ໃນ​ເດືອນ​ມິ­ຖຸ­ນາ 2014 ນອກ​ນັ້ນ ຍັງ​ໄດ້​ປະ­ກອບ​ຂາງ​ຂົວ​ເຫຼັກ​ຮ່ວມ​ກັບ​ຝ່າຍ​ມຽນ​ມາ ຊຶ່ງ​ສາ­ມາດ​ຕິດ​ຕັ້ງ​ສຳ­ເລັດ​ແລ້ວ 1 ຊ່ວງ​ຍາວ 120 ແມັດ ໂດຍ​ລວມ​ແລ້ວ​ເບື້ອງ​ລາວ​ສຳ­ເລັດ​ແລ້ວ 70% ແລະ ເບື້ອງ​ມຽນ​ມາ​ສຳ­ເລັດ​ແລ້ວ​ທັງ​ໝົດ 81% ຕິດ​ຕັ້ງ​ຂາງ​ເບ​ຕົງ​ເສີມ​ເຫຼັກ​ໄດ້ 4 ຊ່ວງ​ໃນ​ຈຳ­ນວນ​ທັງ​ໝົດ 6 ຊ່ວງ ແລະ ຜະ­ລິດ​ແຜ່ນ​ເບ​ຕົງ​ໜ້າ​ຂົວ​ອີກ​ຈຳ­ນວນ​ໜຶ່ງ.


ສ່ວນ​ແຜນ­ການ​ໃນ​ເດືອນ​ມິ­ຖຸ­ນາ​ນີ້ ທາງ​ໂຄງ­ການແມ່ນ​ຈະ​ໄດ້​ສຸມ​ໃສ່​ການ​ກໍ່­ສ້າງ​ເສົາ​ສຸດ​ທ້າຍ​ໃຫ້​ສຳ­ເລັດ​ ກ່ອນ​ລະ­ດັບ​ນ້ຳ​ຈະ​ສູງ​ຂຶ້ນ ແລະ ຕິດ​ຕັ້ງ​ຂາງ​ເບ​ຕົງ​ເສີມ​ເຫຼັກ​ໃຫ້​ສຳ­ເລັດ 2 ຊ້ວງ ເບື້ອງ​ລາວ​ຈະ​ເລີ່ມ​ຜະ­ລິດ​ແຜ່ນ​ເບ​ຕົງ​ໜ້າ​ຂົວ ສ່ວນ​ເບື້ອງ​ມຽນ​ມາ​ວຽກ​ຜະ­ລິດ​ແຜ່ນ​ເບ​ຕົງ​ໜ້າ​ຂົວ​ນີ້​ຈະ​ໃຫ້​ສຳ­ເລັດ 100% ຂະ­ນະ​ທີ່ຫົວ­ໜ້າ​ໂຄງ­ການ​ເຊື່ອ​ໜັ້ນ​ວ່າ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະ­ນະ​ພັກ ​ແຂວງ​ຫຼວງ​ນ້ຳ​ທາ ແລະ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ເວົ້າ​ສະ­ເພາະ​ກົມ​ຂົວ​ທາງໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບ​ລາວ-ມຽນ​ມາ ​ຈະ​ສຳ­ເລັດ ແລະ ສາ­ມາດ​ເປີດ​ນຳ​ໃຊ້​ຕາມ​ແຜນ­ການ.


ໂຄງ­ການ​ນີ້​ແມ່ນ​ໂຄງ­ການ​ຮ່ວມ​ມື​ລະຫວ່າງ​ລັດ­ຖະ­ບານ ສປປ ລາວ ແລະ ສສ ມຽນ​ມາ ເປັນ​ໂຄງ­ການ​ທີ່​ຂຶ້ນ​ກັບ​ກົມ​ຂົວ ທາງ​, ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງມີ​ມູນ​ຄ່າ 26 ລ້ານ​ໂດ​ລາ (ສະ­ເພາະ​ຂົວ) ຊຶ່ງ​​ນຳ​ໃຊ້​ງົບ­ປະ­ມານ​ພາຍໃນ​ ​ຂອງ​ລັດ­ຖະ­ບານ​ລາວ ແລະ ມຽນມາ ຝ່າຍລະ​ເຄິ່ງ ຊຶ່ງ​ມີ​ທີ່​ຕັ້ງ​ຢູ່​ບ້ານ​ຫ້ວຍ​ກຸ່ມຫ່າງ​ຈາກ​ບ້ານ​ຊຽງ​ກົກ​ໄປ​ທາງ​ທິດ​ ເໝືອປະ­ມານ 15 ກິ­ໂລ­ແມັດ ຂຶ້ນ​ກັບ​ເມືອງ​ລອງ ແຂວງ​ຫຼວງ​ນ້ຳ​ທາ ສປປ ລາວ ແລະ ປະ­ມານ 500 ແມັດ ທາງ​ໃຕ້​ຂອງ​ບ້ານ​ຊຽງ​ລາບ ເມືອງ​ທ່າ​ຂີ້­ເຫຼັກ ລັດ​ສານ ສສ ມຽນ​ມາ ຄວາມ​ຍາວ​ຂອງ​ຂົວ​ມີ​ທັງ​ໝົດ 691,6 ແມັດ ກວ້າງ 10,9 ແມັດ ມີ​ 2 ຊ່ອງທາງ ຈະລາຈອນ ກວ້າງ 8,5 ແມັດ ທາງ​ຍ່າງ 2 ເບື້ອງ ເບື້ອງ​ລະ 1,2 ແມັດ ເປັນ​ຂົວ​ທີ່​ມີ​ຂາງ​ປະ­ສົມ ຊຶ່​ງ​ມີ​ຂາງ​ເຫຼັກ​ຍາວ 360 ແມັດ ສູງ 12 ແມັດ ຢູ່​ທາງ​ກາງ (ຢູ່​ວັງ) ແລະ ຂາງ​ເບ​ຕົງ​ອັດ​ແຂງ ຍາວ 330 ແມັດ ຢູ່​ທາງ​ຝັ່ງ ໃນ​ນີ້ ເບື້ອງ​ລາວ​ຮັບ­ຜິດ­ຊອບ​ແມ່ນ 330,8 ແມັດ ແລະ ຝ່າຍ​ມຽນ​ມາ​ຮັບ­ຜິດ­ຊອບ 360,8 ແມັດ.


ໂດຍ​ບໍ­ລິ­ສັດ​ປະ­ສົມ​ລາວ​ຮ່ວມ​ກໍ່­ສ້າງ​ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ​ເບື້ອງ​ລາວ ແລະ ເບື້ອງ​ມຽນ​ມາ​ແມ່ນກອງ​ກໍ່­ສ້າງ​ຂົວ​ເລກ 9 ຂອງ​ກະ­ຊວງ​ກໍ່­ສ້າງ ສສ ມຽນ​ມາ ໂດຍ​ແຜນ​ເບື້ອງ​ຕົ້ນ​ໃຊ້​ໄລ­ຍະ​ເວ­ລາປະ­ຕິ­ບັດ 30 ເດືອນ ແຕ່​ມີ​ການ​ດັດ­ແກ້​ໃໝ່ໃຫ້​ສຳ­ເລັດ​ກ່ອນ​ແຜນ­ການ 5 ເດືອນ ຄື​ໃຫ້​ສຳ­ເລັດ​ໃນ​ເດືອນ​ມີ­ນາ 2015 ທີ່​ໄດ້​ເລີ່ມກໍ່ສ້າງ​ມາ​ແຕ່​ວັນ​ທີ 16 ກຸມ­ພາ 2013 ເປັນ­ຕົ້ນ​ມາ.


                                                                 ຂໍ້ມູນຈາກໜັງສືພິມ: ເສດຖະກິດ-ສັງຄົມ, ສະບັບລົງວັນທີ 04 ມິຖຸນາ 2014


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250