ຂ່າວຕ່າງແຂວງ

ຄືບໜ້າຂອງໂຄງການ ກໍ່ສ້າງທາງ ປາກລາຍ-ພູດູ່

2014-06-11 - Administrator




ຮູບຕົ້ນໄມ້ຢູ່ດ່ານ


  ໂຄງການດັ່ງກ່າວແມ່ນ ໄດ້ຮັບທຶນສະໜັບສະໜູນຈາກ ສຳນັກງານຄວາມຮວ່ມມືພັດທະນາເສດຖະກິດເພື່ອນ ບ້ານ (NEDA) ແຫ່ງລາດສະອານາຈັກໄທ, ໃນມູນຄ່າ 718 ລ້ານບາດໄທ, ເຊີ່ງໃນນັ້ນແບ່ງເປັນ ທຶນຊ່ວຍເຫຼືອລ້າ 20% ເທົ່າກັບ 143,6 ລ້ານບາດ ແລະ ທຶນກູ້ຢືມ ດອກເບຍຕ່ຳ 80% ເທົ່າກັບ 574,4 ລ້ານບາດ.


- ລວງຍາວຂອງທາງ 27,99 km ແລະ ກໍ່ສ້າງທາງຊອຍ ເຂົ້າບ້ານບວມເລົາ ແລະ ບ້ານຜາແກ້ວ ມີຄວາມຍາວ 4,21 km ລວມທັງໝົດມີຄວາມຍາວ 32,20 km.


- ກໍ່ສ້າງດ່ານເຂົ້າ-ອອກເມືອງສາກົນ ແຫ່ງໃໝ່ ທີ່ຊາຍແດນລາວ 1 ແຫ່ງ.


- ເສັ້ນທາງດັ່ງກ່າວແມ່ນໄດ້ກໍ່ສ້າງຂົວ 5 ແຫ່ງ ມີຄວາມຍາວ 174m.


                  ມາຮອດປະຈຸບັນເສັ້ນທາງປູຢາງໄດ້ 27 km.


- ການກໍ່ສ້າງ ອາຄານດ່ານແມ່ນ ໄດ້ມີການກໍ່ສ້າງ ທຸກອາຄານຕາມແບບ ແລະ ແຜນການ. ຖ້າທຽບໃສ່ເປີເຊັນຄວາມຄືບໜ້າຂອງວຽກ ຕາມແຜນການແມ່ນ 98.17%, ແຕ່ປະຕິບັດຕົວຈິງໄດ້100%,


ລື່ນແຜນການ 1.83%.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250