ຂ່າວຕ່າງແຂວງ

ເລີ່ມນຳໃຊ້ເສັ້ນທາງແຕ່ເທດສະບານ ຊຳເໜືອຫາໜອງຄ້າງ

2014-07-17 - Administrator

 ໂຄງການກໍ່ສ້າງເສັ້ນທາງແຕ່ເທດສະບານເມືອງ ຫາ ບ້ານໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ທີ່ມີ ມູນຄ່າການກໍ່ສ້າງ 2 ຮ້ອຍກວ່າຕື້ກີບ, ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2011 ເປັນ ຕົ້ນມາຮອດປະ ຈຸບັນກໍໄດ້ເປີດການນຳໃຊ້ຢ່າງເປັນທາງການແລ້ວ.


   ​ໃນທ້າຍອາທິດຜ່ານມາ ພະແນກ ໂຍທາທິການ ແລະ ຂົ່ນສົ່ງ ແຂວງຫົວພັນ ໃນນາມເຈົ້າຂອງໂຄງ ການໄດ້ສົມທົບກັບ ບໍລິສັດຮັບເໝົາກໍ່ສ້າງ ຈັດພິທີມອບ-ຮັບ ແລະ ເປີດການນຳໃຊ້ເສັ້ນທາງດັ່ງກ່າວ ຊຶ່ງຕາງ ຫນ້າກ່າວມອບແມ່ນ ທ່ານ ຈັນທອງ ຊະນະວັນ ປະທານບໍລິສັດ ບໍ່ທອງອິນເຕີ ຈຳກັດຜູ້ດຽວ ແລະ ຕາງໜ້າ ກ່າວຮັບຂອງ ທ່ານ ນາງ ແພງກັນ ຍາພິມ ເຈົ້າເມືອງໆຊຳເໜືອ ໂດຍເຂົ້າຮ່ວມມີທ່ານ ພອນສຸກ ອິນທະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ, ບັນດາທ່ານໃນຄະນະກຳມະການກວດກາ ໂຄງການຂັ້ນແຂວງ ແລະ ເມືອງຊຳເໜືອ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


   ເຈົ້າໜ້າທີ່ຮັບຜິດຊອບໂຄງການ ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ກາງ ເດືອນ ທັນວາ 2011 ເປັນຕົ້ນມາ ໂດຍລວມໄລຍະການກໍ່ສ້າງ 36 ເດືອນ, ມີຄວາມຍາວ 31 ກວ່າກິໂລແມັດ, ໜ້າທາງ ກວ້າງ 8,8 ແມັດ ເປັນທາງຊັ້ນ III ພູດອຍປູແຮ່ຢຽບແໜ້ນ ຂະນະທີ່ມີປະຊາຊົນອາໄສຢູ່ລຽບ ຕາມແຄມທາງ 7 ບ້ານ, 483 ຄອບຄົວ ພົນລະເມືອງ 3.319 ຄົນ ຊຶ່ງແມ່ນ ບໍລິສັດບໍ່ທອງອິນເຕີ ຈຳກັດຜູ້ດຽວ ແລະ ບໍລິສັດທີ່ປຶກສາ BM ວິສະວະກຳກໍ່ສ້າງເປັນຜູ້ຮັບເໝົາກໍ່ສ້າງທີ່ນຳໃຊ້ທຶນຂອງລັດຖະບານລວມມູນ ຄ່າທັງໝົດ 257,16 ຕື້ກວ່າກີບ.


   ຜ່ານການກວດກາຂອງຄະນະກຳມະການຄຸ້ມຄອງໂຄງການເຫັນວ່າໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຖືກ ຕ້ອງຕາມເຕັກນິກ, ການອອກແບບສຳເລັດໄປແລ້ວ 94,5% ຂອງໜ້າວຽກທັງໝົດ, ຍັງອີກໜ້າວຽກຈຳນວນ ໜຶ່ງທີ່ຍັງຄົງຄ້າງທາງໂຄງການຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ ດັ່ງນັ້ນ ຈິ່ງໄດ້ມີພິທີ ມອບ-ຮັບເປີດການນຳໃຊ້ດັ່ງກ່າວ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250