ຂ່າວຕ່າງແຂວງ

ເສັ້ນທາງເລກ 13 ເໜືອອຸດົມໄຊ ຫາ ປາກມອງ ສໍາເລັດຫລາຍກວ່າ 7%

2014-07-01 - Administrator

    ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າໂຄງການກໍ່ສ້າງເສັ້ນທາງເລກ 13 ເໜືອ ແຕ່ເທດສະບານແຂວງອຸດົມໄຊ ຫາ ປາກມອງ ແຂວງຫຼວງພະບາງກ່າວວ່າ: ການກໍ່ສ້າງເສັ້ນທາງເລກທີ 13 ເໜືອ ໃນໄລຍະທີໜຶ່ງແຕ່ນາເຕີຍ ແຂວງ ຫຼວງນ້ຳທາຫາ ຂົວນ້ຳກໍ 1 ເທດສະບານແຂວງອຸດົມໄຊແມ່ນສຳເລັດແລ້ວ, ສຳລັບໄລຍະທີ 2 ແຕ່ເທດສະບານ ແຂວງອຸດົມໄຊ ຫາ ປາກມອງ ແຂວງຫຼວງພະບາງ ແມ່ນພວມກໍ່ສ້າງປະຈຸບັນແມ່ນສຳເລັດຫຼາຍກວ່າ 7% ແລະ ໃນໄລຍະນີ້ແມ່ນພວມ ເລັ່ງກໍ່ສ້າງໃນ ໄລຍະທາງ 6 ກິໂລແມັດ ໃນເທດສະບານແຂວງອຸດົມໄຊ ເພື່ອໃຫ້ສຳເລັດກ່ອນ ງານມະຫາກຳກິລາແຫ່ງຊາດ ໃນເດືອນທັນວາປີນີ້.

   ທາງເລກ 13 ເໜືອ ແຕ່ເທດສະບານແຂວງອຸດົມໄຊຫາປາກມອງແຂວງຫຼວງພະບາງ ໄດ້ວາງສີລາລືກກໍ່ສ້າງຢ່າງເປັນ ທງການ ໃນວັນທີ 7 ມີນາ ຜ່ານມາ ຊຶ່ງມີຄວາມຍາວ 82 ກິໂລແມັດ, ມູນຄ່າສັນຍາການກໍ່ສ້າງ 82 ລ້ານກວ່າໂດລາ ສະຫະລັດ, ຊຶ່ງໃຊ້ເວລາກໍ່ສ້າງທັງໝົດ 3 ປີ ໃຫ້ສຳເລັດ ໂດຍໄດ້ຮັບທຶນກູ້ຢືມດອກເບ້ຍຕ່ຳຈາກລັດຖະບານ ສາທາລະ ນະລັດ ປະຊາຊົນຈີນ ຈາກທະນາຄານອີຊິມແບັງຂອງຈີນພາຍໃຕ້ຂອບສັນຍາວ່າດ້ວຍການຮ່ວມມືທາງດ້ານເສດຖະກິດ - ເຕັກນິກ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ເພື່ອດຳເນີນການກໍ່ສ້າງປັບປຸງຍົກລະດັບທາງ ດັ່ງກ່າວ. ມາຮອດປະຈຸບັນທາງເລກ 13 ເໜືອແມ່ນພວມດຳເນີນກໍ່ສ້າງ ໂດຍໄດ້ແບ່ງເປັນສອງທີມກໍ່ສ້າງຄື: ແຕ່ເທດສະບານແຂວງອຸດົມ ໄຊຫາຂົວຫ້ວຍໝ້ຽງ ແລະ ແຕ່ຂົວຫ້ວຍໝ້ຽງຫາປາກມອງແຂວງຫຼວງພະບາງ. ທ່ານ ວັນທອງ ບຸດຕະນະວົງ ກ່າວວ່າ: ການກໍ່ສ້າງແມ່ນຫຼ້າຊ້າເກືອບ 2 ເດືອນ ຫຼັງວາງສີລາລືກກໍ່ສ້າງ ເນື່ອງຈາກການນຳ ເຂົ້າພາຫະນະ ແລະ ອຸປະກອນຕ່າງໆ ແຕ່ເຖິງຢ່າງໃດກໍຕາມປະຈຸບັນກຳລັງດຳເນີນການກໍ່ສ້າງ ແລະ ສ້ອມແປງຖົມຂຸມ ອັດແໜ້ນເພື່ອໃຫ້ການສັນຈອນສະດວກສະບາຍໃນໄລຍະກໍ່ສ້າງ, ສ່ວນການສັນຈອນຂອງປະຊາຊົນ ແລະ ນັກກິລາທີ່ ເຂົ້າມາ ແຂວງອຸດົມໄຊໃນງານມະຫາກຳກິລາແມ່ນໄດ້ກະກຽມແບ່ງທີມງານຢູ່ແຕ່ລະຈຸດລະບາຍລົດບໍ່ໃຫ້ຫຼ້າຊ້າໃນການ ສັນຈອນ.

   ໂຄງການກໍ່ສ້າງທາງເລກ 13 ເໜືອຖືວ່າເປັນໂຄງການ ທີ່ສຳຄັນແຕ່ການກໍ່ສ້າງກໍ່ພົບຄວາມຫຍຸ້ງຍາກບາງ ບັນຫາ ເລັກນ້ອຍເປັນຕົ້ນແມ່ນການຍົກຍ້າຍທີ່ຢູ່ອາໄສ, ສິ່ງກໍ່ສ້າງ, ການໄກ່ເກ່ຍເນື້ອທີ່ດິນຂອງ ປະຊາຊົນ ແຕ່ກໍ່ມີການຊົດເຊີຍ ຕາມລະບຽບການທີ່ຂັ້ນເທິງວາງອອກ, ແຕ່ຄວາມຫຍຸ້ງຍາກອີກອັນໜຶ່ງແມ່ນການຍົກຍ້າຍຕາຂ່າຍໄຟຟ້າພາຍໃນເທດ ສະບານເຮັດໃຫ້ວຽກຫຼ້າຊ້າ ແຕ່ເຖິງຢ່າງໃດກໍຕາມ ທ່ານ ວັນທອງ ບຸດຕະນະວົງ ກ່າວຕື່ມວ່າ: ຈະເລັ່ງດຳເນີນການ ກໍ່ສ້າງໄລຍະທາງເທດສະບານ ໃຫ້ແລ້ວກ່ອນ ງານມະຫາກຳກິລາໃນທ້າຍປີນີ້ ແລະ ທາງແຕ່ເທດສະບານແຂວງ ອຸດົມໄຊ ຫາປາກມອງ ແມ່ນຈະເລັ່ງກໍ່ ສ້າງຕາມແຜນການເຊັ່ນກັນ ພ້ອມທັງສ້ອມແປງໃຫ້ທຽວໄດ້ສະດວກສະບາຍ ແຕ່ກໍມີບາງໄລຍະຜູ້ສັນຈອນຈະບໍ່ສະດວກສະນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ມີການລະມັດລະວັງໃນການເດີນທາງ ແລະ ໃຫ້ ການຮ່ວມມືກັບໂຄງການກໍ່ສ້າງເສັ້ນທາງນີ້ດ້ວຍ.


                                                                                              ຂໍ້ມູນຈາກໜັງສືພິມປະຊາຊົນ, ສະບັບລົງວັນທີ 30 ມິຖຸນາ 2014

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250