ຂ່າວຕ່າງແຂວງ

ຄືບໜ້າແລ້ວກວ່າ 10% ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ 3 ເມືອງປາກເຊ

2014-07-23 - Administrator

ພາຍ­ຫຼັງ​ທີ່​ໄດ້​ລົງ­ມື​ຈັດ​ ຕັ້ງ​ປະ­ຕິ­ບັດ​ເປັນ​ເວ­ລາ​ເກືອບ​ເຄິ່ງ​ປີໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ​ເຊ​ໂດນ 3 ທີ່​ເມືອງ​ປາກ​ເຊ ແຂວງ ຈຳ­ປາ​ສັກ ກໍ​ມີ​ຄວາມ​ຄືບ​ໜ້າ​ແລ້ວ​ກວ່າ 10% ປະ­ຈຸ​ບັນ​ແມ່ນ​ກຳລັງ​ເລັ່ງ​ມື​ໃສ່​ການ​ຖອກ​ເບ​ຕົງ​ເສົາ​ໃຫຍ່, ນ້ອຍ ແລະ ຕັດ​ເສົາ​ຂົວເກົ່າ​ຖິ້ມ.


     ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ​ເຊ​ໂດນ 3 ທີ່​ເມືອງ​ປາກ​ເຊ ແຂວງຈຳ­ປາ​ສັກ, ແມ່ນ​ອີກ​ໂຄງ­ການ​ທີ່​ສຳ­ຄັນ​ຂອງ​ລັດ­ຖະ ບານ, ໂດຍສະ­ເພາະ​ແຂວງ​ຈຳ­ປາ​ສັກ​ທີ່​ໄດ້​ຕັດ­ສິນ​ໃຈ​ລົງ­ທຶນ​ເຂົ້າ​ໃສ່​ໃນ​ການ​ກໍ່ສ້າງແນ­ໃສ່​ຮັບ­ປະ­ກັນ​ຫຼາຍ​ເງື່ອນ­ໄຂ​ໃນ​ພາຍ​ພາກ​ໜ້າ​ເປັນ­ຕົ້ນ​ແມ່ນ​ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ສັນ­ຈອນ​ໄປ​ມາຂອງ​ປະ­ຊາ­ຊົນ, ຊຶ່ງ​ໂຄງ­ການ​ດັ່ງ­ກ່າວ​ແມ່ນ​ບໍ­ລິ­ສັດ​ລາວ​ເວີນ ເປັນຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະລົງ­ທຶນ​ກ່ອນ 100% ໃນ​ມູນ​ຄ່າ​ທັງ​ໝົດປະ­ມານ 14 ກວ່າ​ລ້ານ​ໂດ​ລາ​ສະ­ຫະ­ລັດ ໃນ​ກຳ­ນົດ​ເວ­ລາ​ການ​ກໍ່ສ້າງ​ຕາມ​ສັນ­ຍາ 30 ເດືອນ​ໃຫ້​ສຳ­ເລັດ ແລະ ໂຄງ­ການ​ດັ່ງ­ກ່າວໄດ້ເລີ່ມ​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ແຕ່​ກາງ​ເດືອນ​ ກຸມ­ພາ 2014 ເປັນ­ຕົ້ນມາ ຊຶ່ງ​ເປັນ​ຂົວ​ເບ​ຕົງ 4 ເລນ, ກວ້າງ 17 ແມັດ, ປະ­ກອບ​ດ້ວຍ​ທາງຍ່າງ​ທັງ​ສອງ​ເບື້ອງ ແລະມີ​ໄຟ­ຟ້າ​ເຍືອງ​ທາງ​ຄົບ​ຊຸດ.


     ຕາມ​ການ​ລາຍງານ​ຂອງ ທ່ານ ບຸນທະ­ວີ ວິ​ສຸດ­ທິ​ວົງ ຫົວ­ໜ້າ​ໂຄງ­ການ​ກໍ່ສ້າງ​ຂົວ​ດັ່ງ­ກ່າວ​ໃຫ້​ຮູ້­ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ເຖິງ​ການ​ກໍ່­ສ້າງ​ໄລ­ຍະ​ນີ້​ຈະ​ເປັນລະດູຝົນ​ເຮັດ​ໃຫ້​ມີ​ອຸ­ປະ­ສັກ​ຫລາຍ​ຢ່າງ ໂດຍ​ສະ­ເພາະ​ແມ່ນ​ບັນ­ຫາ​ກະ­ແສ­ນ້ຳ​ທີ່ໄຫລ​ແຮງເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ­ຍາກ​ ໃນການ​ກໍ່­ສ້າງ, ແຕ່​ຍ້ອນ​ນັກ­ວິ­ຊາ­ການ ແລະ ພະ­ນັກ­ງານ​ຂອງ​ບໍ­ລິ­ສັດ​ມີ​ຄວາມ​ຊຳນານ​ງານ ແລະ ມີ​ປະ­ສົບ​ການ​ສູງ​ສາມາດ​ເຮັດ​ໜ້າ­ທີ່​ຂອງ​ຕົນ​ໄດ້​ຢ່າງ​ສະ​ໝ່ຳສະ­ເໝີ, ຊຶ່ງ​ມາ​ຮອດ​ປະ­ຈຸ​ບັນ​ການ​ກໍ່­ສ້າງແມ່ນ​ສາ­ມາດ​ປະ­ຕິ­ບັດ​ໄດ້​ແລ້ວ 14%, ໃນ​ນັ້ນແມ່ນ​ໄດ້​ຖອກ​ເສົາ​ໃຫຍ່​ກາງ​ນ້ຳສອງ​ເສົາ​ ​ສຳ­ເລັດ ເກືອບ 100% ຍັງ​ເຫຼືອພຽງ​ຫົວ​ເສົາ​ເບື້ອງ​ເທີງ​ເທົ່າ​ນັ້ນ ແລະ ປະ­ຈຸ​ບັນ​ແມ່ນ​ກຳ­ລັງ​ສືບ­ຕໍ່​ໃສ່​ໜ້າ​ວຽກດັ່ງ­ກ່າວ ພ້ອມ​ທັງ​ເລັ່ງ​ມື​ໃສ່​ການ​ຖອກເສົາ​ນ້ອຍ​ທັງ​ສອງ​ຝັ່ງ​ ແລະ ກຳ­ລັງລົງ­ມື​ໃສ່​ໃນ​ການ​ຕັດ​ເສົາ​ຂົວ​ເກົ່າ​ອອກ ຊຶ່ງ​ຄາດ​ວ່າ​ໝົດ​ລະ­ດູ­ຝົນ​ນີ້​ໃຫ້​ສຳ­ເລັດ ແລະຄາດ​ວ່າ​ໂຄງການ​ດັ່ງ­ກ່າວ​ຈະ​ສຳເລັດ​ຕາມ​ແຜນ­ການ​ຢ່າງ​ແນ່­ນອນ.    


      ຢ່າງ­ໃດ​ກໍ​ຕາມ ສືບ​ເນື່ອງ​ມາ​ຈາກສະ­ພາບ​ການ​ສັນ­ຈອນ​ໃນ​ປະ­ຈຸ​ບັນ​ແມ່ນຜ່ານ​ຂົວ​ເຊ​ໂດນ 2 ຜູ້​ທີ່​ມີ​ຈຸດ­ປະ­ສົງ​ຈາກ ປາກ​ເຊຫາທ່າ​ຫີນ, ລົດ​ໃຫຍ່​ແມ່ນ​ສາມາດ​ສັນ­ຈອນ​ຕາມ​ເສັ້ນ­ທາງ ແລະ ລົດນ້ອຍ ຫຼື ລົດ​ເບົາ ແມ່ນ​ສາ­ມາດ​ໄປ​ທາງຕັດ​ຈາກ​ປ້ອມ​ຕຳ­ຫຼວດ​ຈະ­ລາ­ຈອນ, ແຕ່​ປະ­ຈຸ​ບັນ​ຍ້ອນ​ສະ­ພາບ​ທາງ​ເປ່​ເພໜັກ​ການ​ສັນ­ຈອນ​ຍັງມີຄວາມຫຍຸ້ງຍາກ, ໂດຍ​ສະ ­ເພາະ​ແມ່ນ​ລະດູ​ຝົນ­ຕົກ, ດັ່ງ­ນັ້ນ​ປະ­ຊາ­ຊົນ​ຈຶ່ງ​ຮຽກ­ຮ້ອງ​ເຖິງ​ບໍ​ລິສັດ​ທີ່​ຮັບ​ເໝົາ​ກໍ່­ສ້າງ​ຄື ​ບໍ­ລິ­ສັດ​ລາວ​ເວີນ ເພື່ອ​ຊ່ວຍ​ສ້ອມ ແປງ​ໃຫ້­ການ​ສັນ­ຈອນສະ­ດວກ​ຂຶ້ນ ທັງ​ນີ້​ກໍ​ເພື່ອ​ຫຼຸດ­ຜ່ອນ​ອຸ­ບັດເຫດ​ຕາມ​ຖະ­ໜົນ.


                                                                                 ຂໍ້ມູນຈາກໜັງສືພິມເສດຖະກິດ-ສັງຄົມ, ສະບັບລົງວັນທີ 23 ກໍລະກົດ 2014

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250