ຂ່າວຕ່າງແຂວງ

ໂຄງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດ

2014-07-17 - Administrator






   ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງທາງ​ຊົນນະບົດ ​ໄລຍະ 4; 5 ​ທີກຳລັງ​ຈັດ​ຕັ້ງ​ປະຕິບັດ ແລ​ະ​ ແຜນການ ​ໄລຍະ 6 ທີ​ກຳລັງ​ກະກຽມ​ແມ່ນມີ​ລາຍ​ລະອຽດ​ດັ່ງ​ນີ້:


ໄລຍະ 4:


-    ການ​ກໍ່ສ້າງ​ເສັ້ນທາງ​ຊົນນະບົດ, ທ່າ​ເຮືອ​ນ້ອຍ, ຕະຫຼາດ​ນ້ອຍ​ຊຸມ​ຊົນ ​ແລະ ບ່ອນ​ລໍຖ້າ​ລົດ​ໂດຍສານ ຢູ່ ​ແຂວງ​​ໄຊ​ຍະ​ບູລີ ​ແລະ ​ແຂວງ ອັດ​ຕະປື ​ແມ່ນ​ສຳ​ເລັດ 100%;


-    ປະຈຸ​ບັນ​ກຳລັງ​ສ້ອມ​ແປງ​ທາງ ​ແລະ ຂົວ ຄືນທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ທຳ​ມະ​ຊາດ ​ແລະ ຄາດ​ຄະ​ເນ​ວ່າ​ປະມານ​ທ້າຍ​ເດືອນ 7 ປີ 2014 ຈະ​ສຳ​ເລັດ.


​ໄລຍະ 5:


-    ການ​ກໍ່ສ້າງ​ທາງ​ຊົນນະບົດ ​ແລະ ປັບປຸງຕະຫຼາດ ຢູ່​ແຂວງ​ເຊ​ກອງ ມີ​ຄວາມ​ຄືບ​ໜ້າ​ປະມານ 45% ​ແລະ ຄາດ​ຄະ​ເນຈະ​ສຳ​ເລັດ ​ໃນ​ເດືອນ 5 ປີ 2015;


-    ການ​ກໍ່ສ້າງ​ສູນ​ຝຶກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ຢູ່​ຫຼັກ 19 ທ່າ​ເດື່ອ ມີ​ຄວາມ​ຄືບ​ໜ້າ 60% ​ແລະ ຄາດ​ວ່າ​ຈະ​ສຳ​ເລັດ ​ໃນ​ເດືອນ 9 ປີ 2014.


​ໄລຍະ 6:


   ກອງ​ປະຊຸມ​ການ​ກະກຽມໂຄງການ ກໍ່ສ້າງ​ພື້ນຖານ​ໂຄງ​ລາງ​ທາງ​ຊົນນະບົດ​ ໄລຍະ 6 ​ໄດ້​ຈັດ​ຂື້ນ ​ໃນ​ວັນ​ທີ 4/06/2014 ທີ່​ຫ້ອງ​ປະຊຸມ ພະ​ແນ​ກ​ແຜ​ນການ ​ແລະ ການ​ຮ່ວມ​ມື ​ແຂວງ​ສາລະ​ວັນ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ສີ​ເຮັງ ຫອມ​ສົມບັດ ກຳມະການ​ປະຈຳພັກ​ແຂວງ, ຮອງ​ເຈົ້າ​ແຂວງ ຜູ້​ຊີ້​ນຳ​ວຽກ​ງານ​ເສ​ດຖະກິດ ແຂວງ​ສາລະ​ວັນ; ມີທ່ານ​ຮອງ​ຫົວໜ້າ ກົມ​ຂົວ​ທາງ ກະຊວງ ຍທຂ; ຕາງໜ້າ​ກະຊວງ ​ແຜນການ ​ແລະ ການ​ລົງທຶນ; ຕາງ​ໜ້າກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ; ທ່ານ​ເຈົ້າ​ເມື​ອງ ຕະ​ໂອ້ຍ ​ແລະ ​ເມືອງ​ສະ​ໜ້ວຍ; ທ່ານ​ການ​ນຳ​ພະ​ແນ​ກການ​ອ້ອມ​ຂ້າງ ຂອງ​ແຂວງ​ສາລະ​ວັນ ​ແລະ ການ​ນຳ​ພະ​ແນ​ກ ຍທຂ ​ແຂວງ​ເຊ​ກອງ; ທີ​ມງານ​ຜູ້​ຊ່ຽວຊານ​ລາວ; ຊ່ຽວຊານຕ່າງປະ​ເທດ​ຈາກ​ທີ​ມງານ​ທີ​ປຶກສາ GITEC Consult.


   ກອງ​ປະຊຸມ​ໄດ້​ນຳ​ສະ​ເໜີ ປະຫວັດ​ຄວາມ​ເປັນ​ມາ​ຂອງ​ໂຄງການ ​ແລະ ນະ​ໂຍບາຍຕ່າງໆ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼື​ອການ​ພັດທະ​ພື້ນຖານ​ໂຄງ​ລາງທາງ​ຊົນນະບົດ ພາຍ​ໃຕ້​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ລາວ ​ແລະ ລັດ ຖະບານ​ເຢຍລະ​ມັນ, ທາງ​ຊ່ຽວຊານ​ທີ​ປຶກສາ ​ແລະ ອົງການ​ຜູ້​ໃຫ້​ທຶນ KFW ​ໄດ້​ສະ​ເໜີ​ບັນດາ​ໜ້າ​ວຽກຕ່າງໆ ທີ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ ໂຄງການກໍ່ສ້າງ​ພື້ນຖານ​ໂຄງ​ລາງ​ທາງ​ຊົນນະບົດ​ໄລຍະ 6 ຖືກ​ຈັດ​ຕັ້ງປະ​ຕິ​ບັດ​ຢູ່​ 2 ​​ແຂວງ ຄື: ​ແຂວງ ສາລະ​ວັນ ​ແລະ ​ແຂວງ​ ເຊກອງ ມີ​ດັ່ງ​ລຸ່ມ​ນີ້:


    ປະຈຸ​ບັນ​ແມ່ນ​ກຳລັງ​ກະກຽມ​ແຜນ​ໄລຍະ 6  ​ໂດຍ​ການ​ກຳ​ເນີນ​ການສື​ກສາ​ບັນດາ​ ເສັ້ນທາງຊົນນະບົດ​ຕ່າງໆ​ເພື່ອ​ຈັດ​ເຂົ້າ​ແຜນບູລິ​ມະ​ສິດ​ຂອງ ກະຊວງ ຍທຂ ​ໃນ​ແຕ່​ລະ​ສົກ​ປີ ດັ່ງ​ນີ້:


-    ສົກ​ປີ 2014-2015 : ສຳ​ຫຼວດ-ອອກ​ແບບ​ລະອຽດ ​ແລະ ດຳ​ເນີນ​ການ​ປະມູນ ​ໂດ​ຍ​ໄດ້​ມອບ​ໃຫ້ອຳນາດ​ການ​ປົກຄອງ​ແຂວງ ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ;


-    ​ເລີ້ມ​ຈາກ​ສົກ​ປີ 2015-2016 ​ເ​ປັນ​ຕົ້ນ​ໄປ: ຈັດ​ຕັ້ງ​ປະຕິບັດ​ໂຄງການ.


ຄາດ​ຄະ​ເນ​ໜ້າ​ວຽກ​ຂອງ​ໄລຍະ 6:


ກໍ່​ສ້າງ​ທາງ​ຊົນນະບົດ ຢູ່ 2 ​ເມືອງຄື: ​ເມືອງ​ສະ​ໝ້ວຍ ​ແລະ ​ເມືອງ​ຕະ​ໂອ້ຍ, ປັບປຸງ​ສະຖານີ​ລົດ​ເມ, ປັບປຸງ​ຕະຫຼາດ ຢູ່​ແຂວງ​ສາລະ​ວັນ;

ຟື້ນ​ຟູ ​ແລະ ສ້ອມ​ແປງ​ທາງ​ຊົນນະບົດ​ຢູ່ບັນດາ​ແຂວງ ພາກ​ເໜືອ ມີ ​ແຂວງ ອຸດົມ​ໄຊ, ​ແຂວງ ບໍ​ແກ້ວ ​ແລະ ​ແຂວງ ​ໄຊ​ຍະ​ບູລີ ທີ່​ໄດ້​ຮັບ​ທຶນ​ຜ່ານ​ມາ​ຈາກ ອົງການ KFW;

ຟື້ນ​ຟູ ​ແລະ ປັບປຸງ​ເສັ້ນທາງບາງ​ຊ່ວງທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ;

ສ້າງ​ຂິດ​ຄວາມ​ສາມາດ​ໃຫ້​ພະນັກງານ ຍທຂ ​ເມືອງ, ຍທຂ ​ແຂວງ.

 


    ກອງ​ປະ​ໄດ້​ປຶກສາ​ຫາລື ​ໃນ​ການ​ຄັດ​ເລືອກ ​ແລະ ຈັດ​ບູລິ​ມະ​ສິດ ​ໃນ​ການ​ກໍ່ສ້າງ​ທາງ​ຊົນນະບົດ​ຢູ່ 2 ​ເມືອງ ຄື: ​ເມືອງ​ສະ​ໝ້ວຍ ​ແລະ ​ເມືອ​ງຕະ​ໂອ້​ຍ ​ແຂວງ​ສາລະ​ວັນ ​ເພືອນຳ​ສະ​ເໜີ​ຕໍ່​ອົງການ​ຜູ້​ໃຫ້​ທຶນ KFW ດັ່ງ​ນີ້:


ເມືອງ ​ສະ​ໝ້ວຍ:


  ສໍາລັບ​ເມືອງ​ສະ​ໝ້ວຍມີ​ເສັ້ນ​ທາງທີ່​ສະ​ເໜີ​ທັງ​ໝົດ 14 ​ເສັ້ນ ​ເຂົ້າໃນ​ການ​ສຶກສາ​ໂຄງການ ລວມລວງ​ຍາ​ວທັງ​ໝົດ 146,5 ກມ; ບໍ່​ຖືກຄັດ​ເລືອກ 8 ​ເສັ້ນ ລວງ​ຍາວ 72,2 ກມ; ບໍ່​ໄດ້​ສ້າງຕະຫຼາດ ​ແລະ​ ສະຖາ​ນີລົດ​ເມ; ສ່ວນ​ເສັ້ນທາງທີ​ຖືກ​ຄັດ​ເລືອກ​ແມ່ນ​ມີ​ດັ່ງ​ລຸ່ມ​ນີ້:


-    ​ແຍກ​ທາງ 15B ຫາ ຊາຍ​ແດນ​ຫວຽດນາມ                         ຍາວ 42,8 ກມ;


-    ສາມ​ແຍກ ​​3,6910 ຫາ ​ບ້ານ​ອາຊາ​ວ ​ແລະ ບ້ານ​ຕາດິນ         ຍາວ 3,4 ກມ;


-    ສາມ​ແຍກ ​​3,6910 ຫາ ບ້ານ​ອາມ​ອນ​ໃຕ້                          ຍາວ 5,1 ກມ;


-    ສາມ​ແຍກ ​​3,6910 ຫາ ບ້ານ​ອາ​ໂຫ ​ແລະ ບ້ານ​ຕະລຽບ         ຍາວ 2,2 ກມ;


-    ທາງ​ແຍກ​ແຂວງ 2,6905 ບ້ານອາ​ໂຕະ ຫາ ບ້ານກະ​ແລ່ງ       ຍາວ 8,3 ກມ;


-    ບ້ານກະ​ແລ່ງ ຫາ ບ້ານ​ອາ​ໂຫ                                       ຍາວ 8,9 ກມ;


ລວມ​ເສັ້ນທາງ​ທີ່​ຖືກ​ຄັດ​ເລືອກ​ຢູ່​ເມືອ​ງສະ​ໝ້ວຍ                         ຍາວ 70,7 ກມ​.


ເມືອງ ​ຕະ​ໂອ້ຍ:


    ສໍາລັບ​ເມືອງ​ຕະ​ໂອ້​ຍມີ​ເສັ້ນ​ທາງທີ່​ສະ​ເໜີ​ທັງ​ໝົດ 9 ​ເສັ້ນ ​ເຂົ້າໃນ​ການ​ສຶກສາ​ໂຄງການ ລວມລວງ​ຍາ​ວທັງ​ໝົດ 110 ກມ; ບໍ່​ຖືກຄັດ​ເລືອກ 5 ​ເສັ້ນ ລວງ​ຍາວ 62,8 ກມ; ​ໄດ້​ປັບປຸງ​ສ້ອມ​ແປງ​ແລະ ກໍ່ສ້າງຕະຫຼາດ ​ແລະ​ ປັບປຸງ​ກໍ່ສ້າງສະຖາ​ນີລົດ​ເມ ​ເມືອງ​ຕະ​ໂອ້​ຍ; ສ່ວນ​ເສັ້ນທາງທີ​ຖືກ​ຄັດ​ເລືອກ​ແມ່ນ​ມີ​ດັ່ງ​ລຸ່ມ​ນີ້:


-    ທາງ​ແຍກ 5,7202 ຫາ ບ້ານ ຈາລະ​ວຽງ                         ຍາວ 9,6 ກມ;


-    ທາງ​ແຍກ 15B ຫາ ບ້ານ ປະ​ສິງ ​ແລະ ບ້ານ ຕຸ​ມລື​ເກົ່າ         ຍາວ 17,1 ກມ;


-    ທາງ​ແຍກ 15B ຫາ ບ້ານ ຕຸ​ມລື​ເກົ່າ                               ຍາວ 3,2 ກມ;


-    ທາງ​ແຍກ 15B ຫາ ບ້ານ ປະ​ດອນ ​ຫາ ບ້ານ ລະ​ຫາດ         ຍາວ 10,3 ກມ;


ລວມ​ເສັ້ນທາງ​ທີ່​ຖືກ​ຄັດ​ເລືອກ​ຢູ່​ເມືອ​ງຕະ​ໂອ້​ຍ                        ຍາວ 40,3 ກມ​.


 


ສ່ວນ​ເສັ້ນທາງ​ທີ່​ບໍ່​ຖືກ​ຄັດ​ເລືອກ​ໃນ​ການ​ກໍ່ສ້າງ​ຄັ້ງ​ນີ້​ແມ່ນ​ຍ້ອນ​ຫຼາຍ​ບັນຫາ​ດັ່ງ​ນີ້:


-   ເສັ້ນທາງ​ບາງ​ເສັ້ນ​ທີ່​ແຂວງ​ສະ​ເໜີ​ມາ​ແມ່ນ ​ແຂວງ​ໄດ້​ມີ​ຂໍ້​ຕົກລົງ​ໃຫ້​ບໍລິສັດ​ເອກະ​ຊົນ​ລົງທຶນ​ກອ່ນ​ແລ້ວ(​ເປັນ​ໂຄງການ​ຊ້ຳ​ກັນ);


-    ​ເສັ້ນ​ທາງ​ບາງ​ເສັ້ນ​ແມ່ນ​ຖືກ​ທາງ​ໄປ​ຫາ​ເຂື່ອນ​ໄຟຟ້າ(ຜູ້​ກໍ່ສ້າງ​ເຂື່ອນ​ເປັນ​ຜູ້​ຮັບຜິດຊອບ);


-    ບາງ​ເສັ້ນທາງ​ແມ່ນ​ບໍ່​ຖືກ​ກັບ​ນະ​ໂຍບາຍຂອງ​ອົງການ​ຜູ້​ໃຫ້​ທຶນ KFW ທີ່​ກຳນົດ​ໄວ້​ໃນ​ການ​ຊ່ວຍ​ເຫຼືອ;ຕະ ຫຼາດ​ເມືອງ ສະ​ໝ້ວຍ ບໍ່​ຖືກ​ຄັດ​ເລືອກ​ໃນ​ການ​ກໍ່ສ້າງ​ຍ້ອນ​ໂຄງການ​ໄດ້​ມີ​ບົດຮຽນ​ຜ່ານ​ມາ​ຢູ່​ແຂວງ​ອັດ​ຕະປື ​ເຮັດ​ໃຫ້ການ​ກໍ່ສ້າງ​ສຳ​ເລັດ​ແລ້ວ​ແຕ່​ບໍ່​ມີ​ປະຊາຊົນ​ເຂົ້າ​ໄປ​ຊື້​ຂາຍ ​ເຮັດ​ໃຫ້ການ​ຊ່ວຍ​ເຫຼືອບໍ່​ມີ​ປະສິດ​ຕິ​ຜົນ​ຂອງ​ອົງການ​ຜູ້​ໃຫ້​ທຶນ.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250