ຂ່າວຕ່າງແຂວງ

ຄວາມຄືບໜ້າຂອງໂຄງການກໍ່ສ້າງຂົວຂ້າມນໍ້າຂອງປາກແບງ-ເມືອງເງິນ

2014-08-01 - Administrator



​​ໂຄງການ​ຂົວ​ຂ້າມ​ນໍ້າຂອງ​ລະຫວ່າງ​ເມືອງ​ປາກ​ແບ​ງ ​ແຂວງ​ອຸດົມ​ໄຊ ຫາ ​ເມືອງ​ເງິນ ​ແຂວງ​ໄຊ​ຍະ​ບູລີ ຈະ​ເປັນ​ຂົວ​ຕໍ່​ທີ່​ອໍານວຍ​ຄວາມ​ສະດວກ​ດ້ານ​ການ​ຄົມມະນາຄົມ-​ຂົນ​ສົ່ງ ​​ເຊິ່ງມີ​ໄລຍະ​ທາງ​ທີ່​ສັ້ນ, ປະຢັດ​ເວລາ ຊ່ວຍ​ຫລຸດ​ຕົ້ນ​ທຶນດ້ານ​ການ​ຄ້າ​ໄດ້​ດີກ​ວ່າ​ເກົ່າ  ​ແລະ ​ຊ່ວຍ​ໃຫ້ການ​ຄ້າຂາຍ​ແລກປ່ຽນ ສິນຄ້າ​ຂອງ​ປະຊາຊົນ ​ແລະ ການ​ບໍລິການ​ຈະ​ຂະຫຍາຍ ຕົວ​ຍິ່ງ​ຂື້ນ, ປະຈຸບັນ​ໂຄງການ​ກໍ່​ສ້າງ​ຂົວ​ດັ່ງກ່າວ ມີ​ຄວາມ​ຄືບ​ໜ້າ​ຫລາຍ​ກວ່າ​ເຄິ່ງ​ໜຶ່ງ.


ທ່ານ ​ໂນ​ລະ​ສັກ ສີ​ສຸພັນ ຫົວໜ້າໂຄງການ​ຂົວ​ຂ້າມ​ນໍ້າຂອງ​ປາກ​ແບ​ງ-​ເມືອງ​ເງິນ ກ່າວ​ວ່າ: ໂຄງການ​ຂົວ​ຂ້າມ​ນໍ້າຂອງ​ລະຫວ່າງ​ເມືອງ​ປາກ​ແບ​ງ ​ແຂວງ​ອຸດົມ​ໄຊ ຫາ ​ເມືອງ​ເງິນ ​ແຂວງ​ໄຊ​ຍະ​ບູລີ ​ເປັນ​ໂຄງການ​ເຊື່ອມ​ຕໍ່​ກັບທາງ 2W ​​ແຂວງໄຊ​ຍະ​ບູລີ ​ແລະ ທາງ 2E ​ແຂວງ​ອຸດົມ​ໄຊ ​ເປັນ​ເສັ້ນທາງ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ບັນດາ​ແຂວງ​ພາກ​ເໜືອ​ ເຊັ່ນ: ລາວ, ​ໄທ, ຫວຽດນາມ ​ແລະ ສປ ຈີນ. ​ເປັນ​​ເສັ້ນທາງ​ໃໝ່​ໃນ​ການ​ຄົມມະນາຄົມ​-ຂົນ​ສົ່ງ ​ເປັນ​ຕົ້ນ​ແມ່ນ​ຈະ​ເຮັດ​ໃຫ້ການ​ກະຈາຍ​ສິນຄ້າ​ຂອງ​ທັງ​ສອງ​ແຂວງ ​ແລະ ບັນດາ​ແຂວງ​ພາກ​ເໜືອ​ໄດ້​ມີ​ການ​ພັດທະນາ​ອີກ​ບາດກ້າວ​ໜຶ່ງ ທີ່​ສໍາຄັນ​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ມີ​ການ​ຂະ​ຫຍາຍຕົວ​ສູງ​ຂື້ນ​ກວ່າ​ເກົ່າ.


ໂຄງການ​ກໍ່​ສ້າງ​ຂົວ​ດັ່ງກ່າວ ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່​ວັນ​ທີ 23 ​ທັນວາ 2012 ຕາມ​ແຜນ​ຈະ​ໃຫ້​ສໍາ​ເລັດ​ໃນ​ເດືອນມີນາ 2015 ​ໄລຍະ​ການ​ກໍ່​ສ້າງ 36 ​ເດືອນ ດັດ​ແກ້​ມາ​ເປັນ 28 ​ເດືອນ, ຂົວ​ມີ​ຄວາມ​ຍາວ 379 ​ແມັດ, ກວ້າງ 13 ​ແມັດ, ລວງ​ຍາວ​ທາງ​ເຂົ້າ​ຂົວ​ທັງ​ສອງ​ເບື້ອງ 321 ​ແມັດ, ມີ​ເສົາ​ທັງ​ໝົດ 8 ຕົ້ນ, ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 30,8 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ​ເປັນ​ເງິ​ນກູ້​ຢືມຈາກ​ທະ​ນາຄາ​ນ​ເອັກ​ຊິ​ມ​ແບ້​ງ EXIMBANK ​ແຫ່ງ ສປ ຈີນ 95% ​ແລະ ​ເງິນ​ສົມທົບ​ລັດຖະບານ​ລາວ 5%  ​ໂດຍ​ແມ່ນ​ບໍລິສັດ CRBC ສ​ປ ຈີນ ​ເປັນ​ຜູ້ຮັບ​​ເໝົາ​ກໍ່ສ້າງ. ທ່ານ ​ໂນລະ​ສັກ ​ກ່າວຕື່ມ​ອີກ​ວ່າ: ການ​ກໍ່ສ້າງ​ທັງ​ໝົດ​ແມ່ນ​ຊັກ​ຊ້າ​ກວ່າ​ແຜນການ​ປະມານ 2% ​ເນື່ອງ​ຈາກ​ການ​ນໍາ​ເຂົ້າ​ອຸປະກອນບໍ່​ທ່ວງທັນຕາ​ມ​ເວລາ​ ລະດັບ​ນໍ້າຂອງ​ຂື້ນ​ລົງ​ຜິດ​ປົກກະຕິ ​ເຊິ່ງ​ປະ​ຈຸ​ບັນ​ມີ​ຄວາມ​ຄືບ​ໜ້າ​ທັງ​ໝົດ 53% ຄາດ​ຈະ​ໃຫ້​ສໍາ​ເລັດ​ໃນ​ເດືອນ ມີນາ 2015. ໜ້າ​ວຽກ​ທີ່​ປະຕິບັດ​ໄດ້​ຄື: ສໍາ​ເລັດ​ການ​ກໍ່ສ້າງ​ເສົາ, ສໍາ​ເລັດ​ເທ​ເບ​ຕົງ​ທາງ​ຄົນ​ຍາງ ​ແລະ ວຽກ​ດິນ​ກັນ​ເຈື່ອນ​ໄດ້​ຈໍານວນ​ໜຶ່ງ. ປະຈຸບັນ​ການຈັດ​ຕັ້ງ​ປະຕິບັດໜ້າ​ວຽກ​ແມ່ນ​ສຸມ​ໃສ່ວຽກ​ໂຄງ​ສ້າງ​ພາກສ່ວນ​ເທິງຈໍານວນ​ໜຶ່ງ, ກຽມ​ກໍ່ສ້າງ​ຂາງຂົວ, ກຽມ​ອອກ​ແບບ​ທາງ​ເຂົ້າ​ຂົວ​ທັງ​ສອງ​ເບື້ອງ​ຄື​ນໃໝ່. ທ່ານ ​ແພງ ດວງ​ເງິນ ຫົວໜ້າ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຂວ​ງ​ໄຊ​ຍະ​ບູລີ ກ່າວ​ວ່າ: ຂົວ​ຂ້າມ​ນໍ້າຂອງ ​ປາກ​ແບ​ງ-ເມືອງ​ເງິນ ມີ​ເສັ້ນທາງ 2W ​ເປັນ​ເສັ້ນທາງ​ເຊື່ອມ​ກັບ​ຂົວ ​ແລະ ​ໂຄງການ​ກໍ່ສ້າງ​ຂົວ​ດັ່ງ​ກ່າວ ມີ​ຄວາມ​ໝາຍ​ຄວາມ​ສໍາຄັນ ຕໍ່​ການ​ພັດທະນາ​ເສດ​ຖະກິດ ຂອງ​ສອງ​ແຂວງ ລວມ ບັນດາ​ແຂວງ​ພາກ​ເໜືອ ​ແລະ ອອກ​ສູ່​ປະ​ເທດ​ໄທ, ສປ ຈີນ ​ແລະ ສສ ຫວຽດນາມ ​ເພາະຈະ​ເປັນ​ເສັ້ນທາງ​ທີ່​ສໍາຄັນ ​ແລະ ​ເປັນ​ທາງ​ເລືອກ​ໃໝ່​ໃນ​ການ​ຂົນ​ສົ່ງ​ສິນຄ້າ ​ໂດຍ​ແມ່ນ ສປປ ລາວ ​ເປັນ​ຈຸດ​ເຊື່ອມ ຫລື ປະ​ເທດ​ທາງ​ຜ່ານ ທີ່​ບໍ່​ໄດ້​ຂ້າມ​ເຮືອ​ບັກ​ຄື​ດັ່ງ​ທີ່​ຜ່ານ​ມາ ທີ່​ມີ​ຄວາມ​ສ່ຽງ ​ແລະ​ເສຍ​ເວລາ​ໃນ​ການ​ລໍຖ້າ​ຂ້າມ​ເຮືອ​ບັກ​ອີກ​ແລ້ວ.


                                                                                ຂໍ້ມູນຈາກໜັງສືພິມເສດຖະກິດ-ການຄ້າ, ສະບັບລົງວັນທີ 31 ກໍລະກົດ 2014

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250