ຂ່າວຕ່າງແຂວງ

ຂົວນ້ຳຂອງ ນາສັກ-ໂຄກເຂົ້າດໍ ຄາດ ເດືອນໜ້າເທເສົາ ເຂັມໃຫ້ສຳເລັດ

2014-07-30 - Administrator

ໂຄງ­ການ​ກໍ່­ສ້າງ​ຂົວ​ແຕ່ບ້ານ​ນາສັກ ​ເມືອງ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ລີ​ ຫາ ບ້ານ​ໂຄກ​ເຂົ້າ­ດໍ​ ເມືອງ​ຊະ­ນະ​ຄາມ ແຂວງວຽງ​ຈັນ ຊຶ່ງ​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່ທ້າຍ​ເດືອນ​ເມ­ສາ​ ປີ 2012 ຮອດ​ປະ­ຈຸ​ບັນມີ​ຄວາມ​ຄືບ​ໜ້າ​ເກືອບ 40% ຂອງ​ໜ້າວຽກ​ທັງ​ໝົດ, ຄາດ​ເດືອນ​ໜ້າ​ເທ​ເສົາ​ເຂັມສຳ­ເລັດ.


     ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳຂອງ​ນາ​ສັກ-ໂຄກ​ເຂົ້າ­ດໍ ກໍ​ແມ່ນ​ໜຶ່ງ​ໃນໂຄງ­ການ​ບຸ­ລິ­ມະ­ສິດ​ຂອງ​ລັດ­ຖະ­ບານ ຊຶ່ງ​ໄດ້​ເຊື່ອມ​ຕໍ່​ເມືອງ​ປາກ​ລາຍ ແຂວງໄຊ​ຍະ​ບູ​ລີ ເຂົ້າ​ກັບ​ເມືອງ​ຊະ­ນະ​ຄາມ ແຂວງ​ວຽງຈັນ ຕາມ​ແນວ­ທາງ​ຍຸດ​ທະ​ສາດ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ແລວ​ທາງ​ເສດ­ຖະ­ກິດ ຊຶ່ງ​ຂົວ​ແຫ່ງ​ນີ້​ເປັນຂົວ​ແຫ່ງ​ທຳ​ອິດ​ທີ່​ກໍ່­ສ້າງໂດຍ​ຄົນ​ລາວ ແລະແລວ​ຂົວ​ຂອງ​ການ​ກໍ່­ສ້າງ​ຕົກ​ຢູ່​ໃນ​ແລວ​ນ້ຳ​ເລີກ​ບໍ່​ຫລຸດ 20 ແມັດ.


      ຂົວ​ດັ່ງ­ກ່າວ​ມີ​ຄວາມ​ຍາວ​ທັງ​ໝົດ 365 ແມັດ ແບ່ງ​ເປັນ 4 ຊ່ວງ ຍາວ 100 ແມັດ ກວ້າງ 12 ແມັດ​ທາງ​ລົດ​ແລ່ນ 2 ແລນ​ມີ 2 ຊ່ອງ​ຈະ­ລາ­ຈອນ ຊ່ອງ​ລະ 4 ແມັດ ທາງ​ຄົນ​ຍ່າງ 1,5 ແມັດ ຊຶ່ງ​ເປັນຂົວ​ຍາວ​ທີ່​ສຸດ​ໃນ ສປປ ລາວ ມີ​ພຽງ​ຕີນຂົວ​ເທົ່າ​ນັ້ນ​ທີ່​ສ້າງ​ດ້ວຍ​ເປ​ຕົງ​ເສີມ​ເຫຼັກທີ່​ໃຊ້​ທຶນ​ໃນ​ການ​ກໍ່­ສ້າງ​ທັງ​ໝົດ 189 ພັນຕື້​ກີບ ໃນ​ນີ້ ເປັນ​ທຶນ​ລັດ­ຖະ­ບານ​ລາວແມ່ນ 161 ພັນ​ຕື້​ກ່າວ​ກີບ ນອກ­ຈາກນັ້ນ ແມ່ນ​ທຶນ​ຊ່ວຍ­ເຫຼືອ​ລ້າ​ຂອງ​ລັດ­ຖະ­ບານໂຮນ​ລັງ​ ຈຳ­ນວນ 2.343.870 ເອີ​ໂຣ ຫລື ປະ­ມານ 28,12 ພັນ​ຕື້​ກວ່າ​ກີບ ໂດຍແມ່ນ​ບໍ­ລິ­ສັດທອງ​ພູ​ພານ​ອຸ­ດົມ​ສິນ​ກໍ່­ສ້າງ ແລະ ສ້ອມ­ແປງ​ຂົວ​ທາງ ຈຳ­ກັດ ເປັນ​ຜູ້ຮັບ​ເໝົາ​ພ້ອມ​ລົງ­ທຶນ​ກ່ອນ​ໃນ​ກຳນົດ 6 ປີ ລັດ­ຖະ­ບານ​ ຈະ​ຊຳ­ລະ​ຄືນ​ຄາດ​ວ່າ​ຈະໃຫ້​ສຳ­ເລັດ​ໃນ​ຕົ້ນ​ເດືອນ​ມີ­ນາ 2015.


      ໂຄງການດັ່ງກ່າວນີ້, ມາ​ຮອດ​ປະ­ຈຸ​ບັນ​ການ​ປະ­ຕິ­ບັດໜ້າ​ວຽກ​ແມ່ນ​ຍັງ​ມີ​ຄວາມ​ຊັກ​ຊ້າ​ຕາມ​ແຜນ­ທີ່​ກຳນົດ​ ໃວ້​ປະ­ມານ 45,34% ນອກ​ນັ້ນ ​ຍັງ​ມີ­ໜ້າ​ວຽກ​ທີ່​ສຳ­ເລັດໄດ້​ກໍ່ສ້າງ​ເທ​ຄິງ​ເສົາ​ກາງ​ນ້ຳ­ເບີ 1 ແລະ ເທເສົາ​ເຂັມ​ກາງ​ນ້ຳ P3 ສຳ­ເລັດ​ແລ້ວໃນເດືອນ​ກໍ­ລະ­ກົດ ແລະ ຄາດ​ວ່າ​ຈະ​ສືບ­ຕໍ່ເທ​ເສົາ​ຄິງ​ກາງ​ນ້ຳ­ເບີ 4 ໃຫ້​ສຳ­ເລັດ​ຕາມແຜນ­ທີ່​ວາງ​ໃວ້​ໃນ​ເດືອນ​ສິງ­ຫາ 2014 ໃຫ້​ສຳ­ເລັດ.


                                                                                  ຂໍ້ມູນຈາກໜັງສືພິມເສດຖະກິດ-ສັງຄົມ, ສະບັບລົງວັນທີ 29 ກໍລະກົດ 2014

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250