ຂ່າວຕ່າງແຂວງ

ຄວາມຄືບໜ້າຂອງໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ມຽນມາ

2014-08-26 - Administrator




ໂຄງການ​ກໍ່ສ້າງຂົວ​ມິດຕະພາບ​ລາວ-ມຽນມາ ​ແມ່ນໂຄງການ​ຮວ່ມມື​ ລະຫວ່າງ ລັດຖະບານ ສປປ ​ລາວ ​ແລະ ສສ ມຽນມາ, ເປັນໂຄງການທີ່ຂື້ນກັບ ກົມຂົວທາງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ. ໂຄງການ​ນີ້ມີ​ມູນ​ຄ່າ 26 ລ້ານ​ໂດ​ລາສະຫະລັດ (ສະ​ເພາະ​ຂົວ) ​ຊຶ່ງນຳໃຊ້​ງົບປະມານພາຍໃນ ຂອງລັດຖະບານ ສປປ ລາວ ​ແລະ ລັດຖະບານ ສສ ມຽນມາ.

ຂົວ​ມິດຕະພາບ​ລາວ-ມຽນມາ ມີ​ທີ່ຕັ້ງຢູ່ບ້ານຫ້ວຍກຸ່ມ ປະມານ 15 ກິ​ໂລ​ແມັດ​ ຫ່າງ​ຈາກ ບ້ານ​ຊຽງ​ກົກ​ໄປ​ທາງ​ທິດ​ເໜືອ, ຂື້ນກັບ​ເມືອງ​ລອງ, ​ແຂວງ​ຫຼວງ​ນ້ຳ​ທາ  ສປປ ລາວ ​ແລະ ປະມານ 500 ແມັດ ທາງ​ໃຕ້​ ຂອງບ້ານ​ຊຽງ​ລາບ, ​ເມືອງທ່າ​ຂີ້​ເຫຼັກ, ລັດ​ສານ, ສສ ມຽນມາ.

ຂົວ​ມິດຕະພາບ​ລາວ-ມຽນມາ ມີ​ຄວາມຍາວ​ທັງ​ໝົດ 691,6 ແມັດ, ກວ້າງ 10,9​ ແມັດ, ມີ 2 ຊອງ​ທາງຈາລະ​ຈອນ, ​ກວ້າງ 8,5 ແມັດ, ທາງ​ຍ່າງ 2 ເບື້ອງ ​ເບື້ອງລະ 1,2 ແມັດ.  ​ເປັນ​ຂົວ​ທີ່​ມີ​ຂາງປະສົມ ​ເຊິ່ງມີ​ຂາງ​ເຫຼັກ​ຍາວ 360 ແມັດ ສູງ 12 ແມັດ ​ຢູ່ທາງກາງ (ຢູ່​ວັງ) ​ແລະ ຂາງ​ເບ​ຕົງ​ອັດ​ແຮງ ​ຍາວ 330 ແມັດ ຢູ່​ທາງຝັ່ງ. ໃນ​ນີ້​ເບື້ອງລາວ​ຮັບຜິດຊອບ​ແມ່ນ 330,8 ​ແມັດ ​ແລະ ​ຝ່າຍ​ມຽນມາ​ຮັບຜິດຊອບ 360,8 ແມັດ.

ທີ່​ປຶກສາໂຄງການ​ເບື້ອງລາວແມ່ນ: ​ ລັດ​ວິ​ສາ​ຫະກິດ ວິ​ສາວະ​ກຳ​ ຄົມມະນາຄົມ ຮ່ວມກັບ ລັດ​ວິ​ສາ​ຫະກິດ ສຳ​ຫຼວດ ອອກ​ແບບ ​ແລະ ທົດ​ລອງ​ວັດ​ສະ​ດຸ​ກໍ່ສ້າງ ແລະ ບໍລິສັດ ລາວຄອນຊາວຕີງ ຈຳກັດ. ໃນມູນຄ່າ ສັນຍາ: 500,000 ໂດ​ລາ​ສະຫະລັດ.

ທີ່ປຶກສາ​ໂຄງການ​ເບື້ອງມຽນມາ: ບໍ່​ມີ

ຜູ້ຮັບເໝົາກໍ່ສ້າງ​ເບື້ອງລາວແມ່ນ: ບໍລິສັດປະສົມ​ລາວ​ຮ່ວມ​ກໍ່ສ້າງ ​ຈຳກັດ ໃນມູນຄ່າສັນຍາ: 9,999,901.05 ໂດ​ລາ​ສະຫະລັດ.

ຜູ້​ຮັບ​ເໝົາ​ເບື້ອງມຽນມາ​ແມ່ນ: ກອງ​ກໍ່ສ້າງ​ຂົວ​ເລກ 9 ຂອງ​ກະຊວງ ​ກໍ່ສ້າງ ສສ ມຽນມາ ໃນ​ມູນ​ຄ່າ​ສັນຍາ: 6 ລ້ານ​ໂດ​ລາ​ສະ​ຫະ​ລັດ (ບໍ່​ລວມ​ລາ​ຄາ​ຊື້​ຂາງ​ເຫຼັກ).

ຜູ້​ຮັບ​ເໝົາ​ຜະລິດ ​ແລະ ສະໜອງ​ຂາງ​ເຫຼັກ​ແມ່ນ: ບໍລິສັດ​ອຸດສາຫະກຳ ຮາ​ຊອນ ຂອງ ສປ ຈີນ ໃນ​ມູນ​ຄ່າສັນຍາ: 1,​982,000 ໂດ​ລາ​ສະຫະລັດ ສຳ​ລັບ​ເບື້ອງ​ລາວ ແລະ 1,​982,000 ໂດ​ລາ​ສະຫະລັດ ສຳ​ລັບ​ເບື້ອງ​ມຽນ​ມາ.

ໄລຍະເວລາປະຕິບັດສັນຍາ 30 ເດືອນ, ​ເລີ່​ມ​ແຕ່​ ວັນ​ທີ 16 ກຸມພາ 2013 ເປັນຕົ້ນ​ໄປ ຫາ ວັນ​ທີ 15 ສິງຫາ 2015 ໄດ້​ດັດ ​ແກ້​ໃໝ່​ ໃຫ້​ສຳ​ເລັດ​ກ່ອນ​ແຜນການ 5​ເດືອນ ຄື​ໃຫ້​ສຳ​ເລັດ​ໃນ​ເດືອນ ​ມິີນາ 2015.

ການຈັດ​ຕັ້ງ​ປະຕິບັດ​ໜ້າ​ວຽກ​ຕ່າງໆ ​ແຕ່​ວັນທີ 1 ກໍລະກົດ 2014 - 31 ກໍລະກົດ 2014 ນີ້ ​ສາມາດ​ສະຫຼຸບ​ສັງ​ລວມຜົນສຳ​ເລັດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ວຽກ​ຄື: ວຽກຕັດ​ດິນທາງ​ເຂົ້າຫົວ​ຂົວ​ໄດ້ 87,74%; ວຽກຖົມ​ດິນທາງ​ເຂົ້າ​ຫົວ​ຂົວ​ໄດ້  55,35%; ກໍ່ສ້າງ​ທໍ່​ລ່ຽມ​ສຳ​ເລັດ  100%;  ກໍ່ສ້າງ​ເຂັມ​ຮາກ​ຖານ ສຳ​ເລັດ​ແລ້ວ 100%; ກໍ່ສ້າງຕີນ ​ແລະ ​ເສົາ​ຂົວ ສຳ​ເລັດ​​ແລ້ວ 100%; ຜະລິດ​ຂາງ​ຂົວ​ເບ​ຕົງ​ເສີມ​ເຫຼັກ ສຳ​ເລັດ 30 ຂາງໃນ 30 ຂາງ; ປະກອບ​ຂາງ​ຂົວ​ເບ​ຕົງ​ເສີມ​ເຫຼັກ ສຳ​ເລັດ 2 ຊ່ວງ ​ໃນ​ຈຳນວນ​ທັງ​ໝົດ 5 ຊ່ວງ; ປະກອບ​ຂາງຂົວ​ເຫຼັກ 150 ແມັດ (​ເຮັດ​ຮ່ວມ​ກັນ); ຜະລິດ​ແຜ່ນ​ເບ​ຕົງ​ໜ້າ​ຂົວ ສຳ​ເລັດ 3 ແຜ່ນ​ໃນ​ຈຳນວນ 72 ແຜ່ນ ເທົ່າ​ກັບ 4,16%. ຄວາມ​ຄືບ​ໜ້າການ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ວຽກ​ຕົວ​ຈິງທັງ​ໝົດມາ​ຮອດ​ປະ​ຈຸ​ບັນ: ປະຕິບັດ​ໄດ້​  81,14%.

ນອກຈາກ​ວຽກ​ທີ​ຈັດ​ຕັ້ງ​ປະຕິ​ບັດ​ໄດ້ ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ​ກໍ​ຍັງມີ ​ຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງຍາກ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຄື:  ການ​ນຳ​ກະຊວງ ຍທຂ ​ແລະ ​ແຂວງ​ຫຼວງ​ນ້ຳ​ທາ​ ໄດ້​ເອົາ​ໃຈ​ໃສ່​ໃຫ້​ທິດ​ຊີ້ນຳ ​ແລະ​ອຳນວຍ​ຄວາມ​ສະດວກ​​ເປັນ​ຢ່າງ​ດີ,  ຝ່າຍ​ມຽນມາ​ໄດ້​ໃຫ້​ຄວາມ​ຮ່ວມ​ມື ແລະ ຊ່ວຍ​ເຫຼືອ​ເປັນ​ພິ​ເສດ  ທີ່ປຶກສາ ​ແລະ ຜູ້ຮັບເໝົາມີຄວາມຕັ້ງໃຈ ໃນການ ຈັດ​ຕັ້ງປະຕິບັດ​ໜ້າ​ວຽກ​ຂອງ​ຕົນ, ເອກະສານເງິນ​ກູ້ (Loan Agreement) ລະຫວ່າງ​ທະນາຄານ ແລະ ກະຊວງ​ການ​ເງິນ​ ໄດ້​ເຊັນຮັບຮອງ​ແລ້ວ, ​ໄດ້​ມີ​ແຈ້ງ​ການ​ໃຫ້​ຍົກ​ເວັ້ນພາສີ-ອາກອນ​ຈາກ​ຫ້ອງການ​ລັດຖະບານ ​ແລະ ​ສະພາ​ແຫ່ງ ສປປ ລາວ ​ແລ້ວ. ແຜນ​ນຳ​ເຂົ້າວັດ​ສະດຸ ​ແລະ ກົນ​ຈັກ ​ໄດ້​ຮັບ​ການຮັບຮອງ​ຈາກ​ ກະຊວງ​ແຜນການ ​ແລະ​ ການ​ລົງທຶນ ​ແລ້ວ, ທີ່ປຶກສາ​ ​ແລະ ຜູ້​ຮັບ​ເໝົາ​ກໍ່ສ້າງ ​ໄດ້​ຮັບ​ເງິນງວດ​ທີ່ 6 ​ແລ້ວ, ໄດ້​ສຳ​ເລັດ​ການ​ເປີດ​ບັນຊີ​ສິນ​ເຊຶ່ອ (Loan of Credit) ໃຫ້​ຜູ້​ຜະ​ລິດ ແລະ ຜູ້​ສະ​ໜອງຂາງ​ຂົວ​ເຫຼັກ​ແລ້ວ, ຂາງຂົວເຫຼັກໄດ້ມາຮອດສະໜາມ ​ແລ​ະ ​ໄດ້​ຊຳລະ​ໃຫ້ໝົດ​ແລ້ວ.  ຄຽງ​ຄູ່ກັບ​ຂໍ້​ສະດວກ​ກໍ່​ຍັງ​ມີ​ຂໍ້​ຫຍຸ້ງຍາກ ​ຄື: ຂາດ​ແຄນ​ແຮງ​ງານ​ສຳລັບ​ວຽກ​ກໍ່ສ້າງ​ຂົວ ​ແລະ ປະກອບ​ຂາງ​ຂົວ ​ແລະ ສະພາບ​ດິນ​​ຟ້າ​ອາກາດກໍ່​ບໍ່​ເອື້ອຍ​ອຳ​ນ່ວຍ ມີຝົນຕົກ​ຫລາຍ ​ແລະ ລະດັບ​ນ້ຳຂອງຂື້ນສູງ, ພ້ອມ​ດຽວກັນ​ນັ້ນກໍ່​ຍັງ​ມີ​ຂໍ້​ສະ​ເໜີ ​ແລະ​ວິທີ​ແກ້​ໄຂ ​ຄື: ຈັດ​ສັນ​ແຮງ​ງານ ແລະ ທີ​ມງານ​ເຂົ້າ​ໃນ​ວຽກ​ປະກອບ​ຂາງ​ຂົວ​ເຫຼັກ​ຕື່ມ​ອີກ ​ແລະ ກະກຽມ ອຸປະກອນເພີ້ມເຕີມ ເພື່ອເຮັດວຽກໃນລະດູຝົນນີ້.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250