ຂ່າວຕ່າງແຂວງ

ໂຄງການກໍ່ສ້າງສະໜາມບິນອັດຕະປື ສ້າງໄດ້ເກືອບ 70%

2014-08-22 - Administrator

  ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນອັດ​ຕະ​ປື ພາຍ­ຫຼັງ​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງໃນ​ເດືອນ​ພຶດ­ສະ­ພາ​ປີ​ແລ້ວ­ນີ້ມາ​ຮອດ​ປະຈຸ​ບັນ​ໜ້າ​ວຽກ​ໂດຍ​ລວມ​ມີ​ຄວາມ​ຄືບໜ້າ​ເກືອບ 70% ແລ້ວ ຮອດ 2015 ແຂວງ​ອັດ​ຕະ​ປື​ ຈະ​ມີ​ສະ­ໜາມ​ບິນ​ທີ່​ສາມາດ​ຮອງ​ຮັບ​ສາຍ​ການ­ບິນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໄດ້.


    ທ່ານ ໂກ​ແມັກ ແກ້ວ​ຈຳ­ປາ ຫົວ­ໜ້າໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ອັດ​ຕະ​ປື ບອກໃຫ້​ຮູ້​ວ່າ:  ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນອັດ​ຕະ​ປື​ ທີ່​ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 289 ຕື້​ກວ່າ​ກີບ ຫຼື ປະ­ມານ 36,19 ລ້ານ​ໂດ​ລາ​ສະຫະ­ລັດ ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິ​ບັດ​ມາ​ແຕ່​ວັນ​ທີ 10 ພຶດ­ສະ­ພາ 2013 ມາ​ຮອດ​ປະ­ຈຸ​ບັນ​ວຽກ​ກໍ່­ສ້າງ​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ທັງ​ໝົດ 66,80%, ລື່ນ​ແຜນ­ການ 9,19% ຕາມ​ສັນ­ຍາ​ໂຄງການ​ຈະ​ໃຫ້​ສຳ­ເລັດ​ໃນ​ເດືອນ​ພຶດ­ສະ­ພາ 2015.


    ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ອັດ​ຕະປື ​ແມ່ນ​ໂຄງ­ການ​ໜຶ່ງ​ຂອງ​ລັດ­ຖະ­ບານ ເພື່ອ​ຮອງ​ຮັບ​ເຮືອ­ບິນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ທັງ​ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ​ພັດ­ທະ­ນາ​ເສດ­ຖະ­ກິດŒ-ສັງ­ຄົມ ແລະການທ່ອງທ່ຽວ​ ຂອງ​ແຂວງ​ອັດ​ຕະ​ປື​ ກໍຄື​ຂອບ​ເຂດ​ທົ່ວ​ປະ­ເທດ ໂດຍ​ສະ­ເພາະແມ່ນ​ວຽກ​ງານ​ຂົນ­ສົ່ງ​ທາງ​ອາ­ກາດ ທັງນີ້ ໃນ​ໄລ­ຍະ​ຍາວ​ເພື່ອ​ຜັນ​ຂະ­ຫຍາຍ​ແຜນ ເສດ­ຖະ­ກິດŒສັງ­ຄົມ​ຂອງ​ລັດ­ຖະ­ບານລາວ​ ປີ 2010Œ-2020


    ຕາມ​ທິດ​ນະ­ໂຍ­ບາຍ​ຫັນ ສປປ ລາວ ຈາກ​ປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະເລ​ມາ​ເປັນ​ປະ­ເທດ​ບໍ­ລິການ​ທາງ​ຜ່ານ ແລະ ມີ​ຄວາມ​ມຸ່ງ​ໝັ້ນ ​ເພື່ອ​ນຳ­ພາ​ປະເທດ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດທະ​ນາ​ໃນ​ປີ 2020.


    ເປົ້າ​ໝາຍ​ໂຄງ­ການ​ກໍ່­ສ້າງ​ສະ­ໜາມບິນ​ອັດ​ຕະ​ປື ​ແມ່ນ​ກໍ່­ສ້າງ​ໃຫ້​ໄດ້​ມາດ​ຕະຖານ​ຂອງ​ກົມ​ການ­ບິນ​ພົນ​ລະ​ເຮືອນ (MOS2009) ແລະ ມາດ­ຕະ­ຖານ​ສາກົນ (ICAO) ວາງ​ອອກ​ກໍ​ຄື​ສະ­ໜາມບິນ​ປະ­ເພດ 3C ຊຶ່ງ​ສາ­ມາດ​ຮອງ​ຮັບເຮືອ­ບິນ​ຂະ­ໜາດ 70Œ100 ບ່ອນ​ນັ່ງເຊັ່ນ: ເຮືອ­ບິນ ATR72, Fokker70, MA 60, Fokker100 ຫຼື ທຽບ​ເທົ່າ.


    ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ແມ່ນ​ມີ​ຫຼາຍ​ໜ້າ​ວຽກ​ທີ່​ໄດ້​ຮັບ​ ການ­ຈັດ­ຕັ້ງ​ປະ­ຕິ­ບັດ ໃນ​ນັ້ນມີ​ຄວາມ​ຄືບ​ໜ້າ​ຫຼາຍ​ກວ່າ​ໝູ່​ແມ່ນ​ວຽກ​ກໍ່­ສ້າງ​ສະ­ໜາມ​ບິນ 15,86 %, ກໍ່­ສ້າງ​ອາ­ຄານ​ຜູ້­ໂດຍ­ສານ 12,46 %, ກໍ່­ສ້າງ​ຫໍ​ບັນ­ຊາ​ການ­ບິນ, ສ້າງ​ສະ­ຖາ­ນີ​ເກັບ​ມ້ຽນ​ພາ­ຫະ­ນະ​ຮັບໃຊ້​ສະ­ໜາມ​ບິນ, ລະ­ບົບ​ນ້ຳ​ໃຊ້, ສ້າງເສັ້ນ­ທາງ​ລານ​ຈອດ​ລົດ​ໂຄງ​ສ້າງ​ຕ່າງໆນອກ​ອາ­ຄານ​ສະ­ໜາມ​ບິນ, ກໍ່­ສ້າງŒຕິດຕັ້ງ​ລະ­ບົບ​ໄຟ­ຟ້າ, ທາງ​ເຂົ້າ​ສະ­ໜາມບິນ​ສ້າງ​ລານ​ຈອດ​ລົດ​ສ້າງ​ເສັ້ນ­ທາງອ້ອມ​ສະ­ໜາມ​ບິນ​ ລະ­ບົບ​ລະ­ບາຍ​ນ້ຳ, ລະ­ບົບ​ໄຟ​ສະ­ໜາມ​ບິນ, ສະ­ຖາ­ນີ​ວິ­ທະ­ຍຸ, ສະ­ຖາ­ນີ​ໄຟ­ຟ້າ​ສະ­ໜາມ​ບິນ, ສະ­ຖາ­ນີ​ອຸ­ຕຸນິ­ຍົມ, ຮົ້ວ​ອ້ອມ​ສະ ໜາມ​ບິນ ແລະ ຕິດຕັ້ງ​ອຸ­ປະ­ກອນ​ຕ່າງໆ​ຮັບ​ໃຊ້​ສະ­ໜາມ​ບິນກໍ່​ກຳ­ລັງ​ມີ​ຄວາມ​ຄືບ​ໜ້າ​ ຢ່າງ​ຕໍ່​ເນື່ອງ.


                                                                                    ຂໍ້ມູນຈາກໜັງສືພິມເສດຖະກິດ-ສັງຄົມ, ສະບັບລົງວັນທີ 20 ສິງຫາ 2014

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250