ຂ່າວຕ່າງແຂວງ

ລົດໂດຍສານວຽງຈັນ-ປາກເຊ ປີ້ນ ໂຊກດີບໍ່ມີຜູ້ເສຍຊີວິດ

2014-10-07 - Administrator




 ລົດ​ໂດຍສານ ວຽງ​ຈັນ-​ປາກ​ເຊ ປີ້ນ​ທີ່​ ບ້ານຫີນສິ່ວ ເມືອງ​ຄົງ​ເຊ​ໂດນ ​ແຂວງ​ ສາລະ​ວັນ ມີ​ຜູ້​ບາດ​ເຈັບ 17 ຄົນ. ​ໂຊກ​ດີ​ບໍ່​ມີ​ຜູ້​ເສຍ​ຊີວິດ. ປະຊາຊົນ​ຜູ້​ເຫັນ​ເຫດການ ​ແລະ ​ເຈົ້າ​ໜ້າ​ທີ​ທີ່​ກ່ຽວຂ້ອງ​ຕ້ອງ​ນຳ​ຜູ້​ບາດ​ເຈັບ​ສົ່ງ​ໂຮງໝໍ​ເມືອງ​ຄົງ​ເຊ​ໂດນ​ເປັນ​ການ​ດ່ວນ. ສ່ວນ​ສາ​ເຫດ​ເຈົ້າ​ໜ້າ​ທີລະ​ບຸ​ວ່າ: ລົດ​ໂດຍສານ​ແລ່ນ​ດ້ວຍ​ຄວາມ​ໄວ ຫວັງ​ແຊງ​ລົດ​ດ້າມ​ທີ່​ຂັບ​ຂີ່​ມາ​ທາງ​ດຽວ​ກັນ​ແຕ່​ບໍ່​ວິດ ລົດຈື່ງ​ເສຍ​ຫຼັກ​ເຈືອກ​ອອກ​ນອກ​ທາງ​ກ່ອນ​ຈະ​ປີ້ນ​ຫງາຍ​ທ້ອງ​ປ່າງຫງ່າງ.


      ທ່ານ ຮ້ອຍ​ຕີ ​ໄກສອນ ຄໍ​ລະ​ຈັກ ຮອງ​ຫົວໜ້າ​ໜ່ວຍ​ງານ​ຈະລາຈອນ ປກສ ​ເມືອງ​ຄົງ​ເຊ​ໂດນ ​ແຂວງ​ ສາລະ​ວັນ ກ່າວ​ວ່າ: ​ເຫດ​ເກີດ​ຂື້ນ​ເມື່ອ​ເວລາ 6:18 ​ໂມງ ຂອງ​ວັນ​ທີ  6 ຕຸລາ 2014 ​ເມື່ອ​ລົດ​ໂດຍສານ​ວຽງ​ຈັນ-​ປາກ​ເຊ ​ເຊີ່ງ​ບັນຈຸ​ຜູ້​ໂດຍສານ 24 ຄົນ ​ແລ່ນ​ລົງ​ປາກ​ເຊ​ຕະຫລອດ​ຄືນ. ພໍ​ມາ​ເຖີ່​ງ​ເຂດ​ບ້ານ​ຫີນ​ສີ່ວ ​ເມືອງ​ຄົງ​ເຊ​ໂດນ ​ແຂວງ​ ສາລະ​ວັນ.​ໂຊ​ເຟີ​ໄດ້​ເພີ່ມ​ແຮງ​ຢຽບ​ຄັນ​ເລັ່ງ ຫວັງ​ແຊ່ງ​ລົດ​ດ້າມ ​ແຕ່​ບໍ່​ວິດ​ເຈື່ອກອອກ​ນອກ​ທາງ​ຈົນ​ລົດ​ໂດຍສານ​ປີ້ນ​ຫງາຍ​ທ້ອງ​ຕີນ​ຊີ້​ຂື້ນ​ຟ້າ ​ໂຊກ​ດີ​ທີ່​ບໍ່​ມີ​ຜູ້​ເສຍ​ຊີວິດ ​ແຕ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 17 ຄົນ, ປັດຈຸບັນ​ປອດ​ໄພ​ໝົດ​ທຸກ​ຄົນ​ແລ້ວ. ສ່ວນ​ຄວາມ​ເສຍ​ຫາຍ​ລວມທັງ​ຄ່າ​ປີ່​ນປົວ​ຜູ້​ບາດ​ເຈັບ, ບໍລິສັດ​ລົດ​ໂດຍສານ​ຈະ​ຮັບຜິດຊອບ​ທັງ​ໝົດ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250