ຂ່າວຕ່າງແຂວງ

ຈະປັບປຸງເສັ້ນທາງສັນຕິພາບ ເມືອງໄກສອນພົມວິຫານ ໃຫ້ເປັນ 4 ເລນ

2014-08-26 - Administrator

ເສັ້ນ­ທາງ​ສັນ­ຕິ­ພາບ ຫຼື ເສັ້ນ­ທາງດອນ​ຫໍ​ທີ່​ຊາວ​ເມືອງ​ໄກ­ສອນ​ພົມ­ວິ­ຫານ ແຂວງ​ສະ­ຫວັນ​ນະ​ເຂດ ຮູ້­ຈັກ​ກັນ​ເປັນຢ່າງ​ດີ ປະ­ຈຸ​ບັນ​ໃຜກໍ​ເວົ້າ​ເປັນ​ສຽງ​ດຽວກັນ​ວ່າການເດີນທາງຜ່ານເສັ້ນທາງດັ່ງກ່າວມີຄວາມ​ລຳ­ບາກ​ແຮງ​ ເພາະເສັ້ນທາງເປັນ​ຂຸມ ​ເກືອບ​ສຸດເສັ້ນ, ປະຈຸບັນ​ເສັ້ນ­ທາງ​ດັ່ງ­ກ່າວກຳລັງ​ມີ​ການ​ປັບ­ປຸງ​ກໍ່­ສ້າງ​ໃໝ່​ ໂດຍຂະ­ຫຍາຍ​ອອກ​ໃຫ້​ເປັນ 4 ເລນ.


   ວັນ​ທີ 21 ສິງ­ຫາ 2014 ຜ່ານມານີ້, ທ່ານ ດຣ. ສຸ­ພັນ ແກ້ວ​ມີ​ໄຊ ເຈົ້າ­ແຂວງໆ​ສະຫວັນ​ນະ​ເຂດ, ບັນດາ​ພະແນກ ການ​ຕ່າງໆອ້ອມ​ຂ້າງ​ແຂວງ ແລະ ບັນ­ດາ​ບໍ­ລິ­ສັດ​ກໍ່­ສ້າງເສັ້ນ­ທາງ​ໄດ້​ລົງ​ເຄື່ອນ​ໄຫວ​ຕິດ­ຕາມ​ການ​ກໍ່­ສ້າງ​ຖະ­ໜົນ​ພາຍ​ໃນ​ຕົວ​ເມືອງ​ໄກ­ສອນ​ພົມ­ວິ­ຫານ​ໃນ​ຫຼາຍ​ຈຸດ ເພື່ອ​ກະ­ຕຸກ​ຊຸກ­ຍູ້​ໃຫ້​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ກໍ່​ຄື​ຜູ້​ທີ່​ໄດ້​ຮັບ​ໂຄງ­ການ​ກໍ່­ສ້າງ​ເສັ້ນ ທາງ​ໄດ້​ເອົາ­ໃຈ­ໃສ່​ຂຸ້ນ­ຂ້ຽວ​ສ້າງ​ໃຫ້​ສຳ­ເລັດ​ໂດຍ​ໄວ.


   ທ່ານ ດຣ. ແສງ​ທອງ ວັງ​ແກ້ວ​ມະ­ນີ ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນສົ່ງ​ແຂວງ​ໃຫ້​ຮູ້​ວ່າ: ປະ­ຈຸ​ບັນ​ເສັ້ນ ທາງຕາມ​ຕົວ​ເມືອງ​ໄກ­ສອນ​ພົມ­ວິ­ຫານ ພວມໄດ້​ຮັບ​ການ​ປັບ­ປຸງ​ໃໝ່​ໃນ​ຫຼາຍ​ເສັ້ນ ທັງນີ້​ກໍ​ເພື່ອ​ກຽມ​ໃຫ້​ແກ່​ການ​ເປັນ​ນະ ຄອນຫຼວງ​ໃນ​ຊຸມ​ປີ​ຕໍ່ໜ້າ, ຊຶ່ງ​ເສັ້ນ­ທາງ​ທີ່​ໄດ້ ລົງ­ມື​ກໍ່­ສ້າງ​ພ້ອມ​ກັນ​ທັງ​ໝົດ​ມີ 10 ເສັ້ນໄດ້­ແກ່: ຖະ­ໜົນ​ຈອມ​ແກ້ວ ຄວາມ​ຍາວ 3,6 ກິ­ໂລ­ແມັດ, ມະ­ຄະ​ສະ­ຫວັນ ຍາວ 1.864 ແມັດ, ອຸ­ດົມສິນ ຍາວ 1.600 ແມັດ, ໄຊ­ຊະ­ນະ​ຍາວ 425 ແມັດ, A3 ຍາວ 1.165 ແມັດ, ເຈົ້າ​ກິ່ມ​ຍາວ 1.370 ແມັດ, ລາດ​ສະ​ດາ ໃນ ຍາວ 758 ແມັດ, ຊຽງ​ສາ ຍາວ 452 ແມັດ, ໃຈ​ເມືອງ ຍາວ 1.850 ແມັດ, ພະ­ຍາ​ປຸ້ຍ ຍາວ 455 ແມັດ ແລະ ຖະໜົນ​ສັນ­ຕິ­ພາບ ຍາວ 2.650 ແມັດ ຖະໜົນ​ທັງ​ໝົດ​ໄດ້​ລົງ­ມື​ກໍ່­ສ້າງ​ໄປ​ແລ້ວ​ຫຼາຍ​ກວ່າ 67,8%.


   ສຳ­ລັບ​ເສັ້ນ­ທາງ​ສັນ­ຕິ­ພາບ ຫຼື ເສັ້ນທາງ​ດອນ​ຫໍ​ແມ່ນ​ໄດ້​ສຳ­ເລັດ​ໃນ​ການ​ສຳຫຼວດ​ອອກ​ແບບ, ເປັນ​ເສັ້ນ­ທາງ​ເບ​ຕົງ​ເສີມ ເຫຼັກ​ມີ​ຄວາມ​ກວ້າງ​ຂອງ​ເສັ້ນ­ທາງ​ທັງໝົດ 24 ແມັດ, ຂະ­ຫຍາຍ​ອອກ​ເປັນ 4 ເລນ, ມີ​ດອນ​ທາງ​ກາງ ແລະ ລະບົບ​ຄອງ ນ້ຳ​ຄົບ​ຊຸດ, ບັນດາບໍ­ລິ­ສັດ​ທີ່​ໄດ້​ຮັບ​ໂຄງ­ການ​ດັ່ງກ່າວ​ມີ: ບໍ­ລິ­ສັດ​ຄູນ​ຄຳ​ກໍ່­ສ້າງ, ບໍ­ລິສັດ​ຊາ ສີ​ກຼຸບ ແລະ ບໍ­ລິ­ສັດ​ລາວ​ມີ​ໄຊ ກໍ່­ສ້າງ


 ໃນ​ວັນ​ດຽວ​ກັນ​ຄະ­ນະ​ການ​ນຳ​ຂອງ​ແຂວງ​ກໍ​ໄດ້​ຂີ່​ລົດ​ເລາະ​ຕາມ​ເສັ້ນ­ທາງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ນ້ຳ​ຖ້ວມ, ໂດຍສະ ເພາະ ແມ່ນເສັ້ນ­ທາງ​ທີ່​ມີ​ການ​ອັດ​ຕັນ​ຂອງ​ຂີ້​ເຫຍື້ອ​ເຮັດໃຫ້​ນ້ຳ​ຖ້ວມ​ລົ້ນ​ໄຫຼ​ເຂົ້າ​ເຮືອນ​ຂອງ​ປະຊາ​ຊົນ, ​ທ່ານ​ເຈົ້າ­ແຂວງ​ໄດ້​ເໜັ້ນ​ໜັກ ແລະ ແນະນຳ​ໃຫ້​ພາກສ່ວນ​ທີ່​ກ່ຽວ­ຂ້ອງ​ແກ້​ໄຂ​ບັນ­ຫາ​ຮ່ອງ­ນ້ຳທີ່​ອັດ​ຕັນ​ດ້ວຍ​ຂີ້­ເຫຍື່ອ​ໂດຍ​ຮີບ​ດ່ວນ ແລະ ບັນ­ຫາ​ອື່ນໆ​ທີ່​ເປັນ​ສາ­ເຫດ​ເຮັດ​ໃຫ້​ນ້ຳ​ຖ້ວມ​ຂັງ.


                                                                                    ຂໍ້ມູນຈາກໜັງສືພິມເສດຖະກິດ-ສັງຄົມ, ສະບັບລົງວັນທີ 25 ສິງຫາ 2014

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250